ການເຮັດວຽກເປັນທີມຈະໃຫ້ຜົນປະໂຫຍດຢ່າງໃດ?

216

ການເຮັດວຽກຮ່ວມກັນ ຫຼື ການເຮັດວຽກເປັນທີມມີຄວາມສໍາຄັນຫຼາຍສໍາຫຼັບການບໍລິຫານວຽກບຸກຄົນ ເພາະນອກຈາກຈະໄດ້ຄວາມຄິດທີ່ຫຼາກຫຼາຍ ແລະສາມາດສ້າງຄວາມສໍາເລັດໃນການເຮັດວຽກໄດ້ຢ່າງມີປະສິດທິພາບແລ້ວການເຮັດວຽກເປັນທີມຍັງເຮັດໃຫ້ຜູ້ບໍລິຫານໄດ້ທັງວຽກ ແລະ ໄດ້ທັງຄົນທີ່ມີຄຸນະພາບ.

ໃນການເຮັດວຽກເປັນທີມໝາຍເຖິງ: ການເຮັດວຽກທີ່ມີເປົ້າໝາຍດຽວກັນແຕ່ທຸກຄົນໃນທີມ ຕ່າງເຮັດໜ້າທີ່ຂອງຕົນເອງຢ່າງມີປະສິດທິພາບ ເພື່ອໃຫ້ບັນລຸເປົ້າໝາຍທີ່ວາງໄວ້ອົງປະກອບສໍາຄັນຂອງການເຮັດວຽກເປັນທີມກໍຄືບຸກຄົນໃນທີມ ຫຼື ສະມາຊິກໃນກຸ່ມຫາກເຮັດວຽກຢ່າງມີປະສິດທິພາບແລະ ເປັນຄົນທີ່ມີຄຸນະພາບກໍສາມາດເສີມແຮງໃຫ້ການເຮັດວຽກບັນລຸເປົ້າໝາຍໄດ້ຕາມທີ່ມຸ່ງໝາຍ.

ການຈັດຮູບແບບຂອງການເຮັດວຽກເປັນທີມ: ຮູບແບບຂອງການເຮັດວຽກເປັນທີມມີຄວາມສໍາຄັນເປັນຢ່າງຫຼາຍຜູ້ນໍາ ຫຼື ຜູ້ບໍລິຫານທີ່ມີຄວາມສາມາດຈະພິຈາລະນາລາຍລະອຽດໃນການຈັດຮູບແບບຂອງທີມຕາມສະຖານະການເຊັ່ນ: ການມີເປົ້າໝາຍ ແລະຂັ້ນຕອນ ທີ່ຊັດເຈນການປະສານວຽກລັກສະນະ ແລະຂະໜາດຂອງກຸ່ມ ຫຼື ທີມເພື່ອປັບຂະບວນການບໍລິຫານໃຫ້ເໝາະສົມກັບຂະຫນາດຂອງກຸ່ມ.

ຜູ້ນໍາທີມຄຸນສົມບັດຂອງຜູ້ນໍາທີມຕ້ອງມີລັກສະນະ 3 ປະການຄື: ມີຄວາມຮູ້ໃນການວາງແຜນ, ມີເຕັກນິກໃນການເສີມແຮງ ແລະສ້າງພະລັງໃຈມີເຕັກນິກແກ້ໄຂຕໍ່ການຂັດແຍ້ງ.

ການເຮັດວຽກເປັນທີມສະມາຊິກກຸ່ມຄວນມີຄຸນສົມບັດ 3 ປະການຄື: ມີຄວາມຕັ້ງໃຈຈິງທີ່ຈະເຮັດວຽກ, ມີຄວາມຮູ້ຄວາມຊໍານານໃນວຽກນັ້ນ ໆ ແລະມີຄວາມຮ່ວມມື ແລະເອົາໃຈໃສ່ໃນການເຮັດວຽກເປັນທີມ.

ໃນການເຮັດວຽກເປັນທີມນິໄສຂອງສະມາຊິກຍ່ອມແຕກຕ່າງກັນເຊັ່ນ: ການສະແດງອອກການ ສະແດງຄວາມຄິດເຫັນ ແລະຄວາມສົນໃຈທີ່ແຕກຕ່າງກັນດັ່ງນັ້ນບັນຫາຈຶ່ງເກີດຂຶ້ນໄດ້ສະເໝີຫົວຫນ້າທີມ ຫຼື ຜູ້ບໍລິຫານຈຶ່ງຕ້ອງມີສັກຍະພາບສູງ ເພື່ອເບິ່ງແຍງທັງຄົນ ແລະ ວຽກໄປພ້ອມໆກັນ.

ການບໍລິຫານວຽກບຸກຄົນກະແຈສໍາຄັນທີ່ຈະຊ່ວຍໃຫ້ການປະຕິບັດວຽກບັນລຸເປົ້າໝາຍທີ່ວາງໄວ້ກໍຄືຂັ້ນຕອນການຕິດຕາມວຽກຜູ້ບໍລິຫານລະດັບມືອາຊີບຈະໃຫ້ຄວາມສໍາຄັນກັບຕົວບຸກຄົນ ແລະ ຢືດຖືຮູບແບບການບໍລິຫານໂດຍວິທີກະຈາຍວຽກ ແລະຈັດແບ່ງໜ້າທີ່ຄວາມຮັບຜິດຊອບ ຊຶ່ງຈະກໍາໜົດຂອບເຂດ ແລະ ເວລາໃນການເຮັດວຽກໄວ້ກ່ອນສະເໝີເພື່ອການຄວບຄຸມຕິດຕາມວຽກ.

ການຕິດຕາມຄົນໝາຍເຖິງການຕິດຕາມເບິ່ງແຍງຄວາມເປັນຢູ່ຕິດຕາມເບິ່ງກໍາລັງຄົນວ່າມີຄວາມເຫມາະສົມກັບປະລິມານວຽກຫລືບໍ່ຢ່າງໃດການຕິດຕາມວຽກຍັງເປັນການສ້າງກໍາລັງໃຈໃຫ້ກັບພະນັກວຽກເມື່ອເກີດຂໍ້ຜິດພາດ ຫຼື ມີບັນຫາອຸປະສັກກໍສາມາດທີ່ຈແກ້ໄຂບັນຫາຕ່າງໆໄດ້ຢ່າງທັນເວລາ.

ການຕິດຕາມເຄື່ອງມືເຄື່ອງໃຊ້ໃນການເຮັດວຽກເຊັ່ນ: ຍານພາຫະນະທີ່ກ່ຽວຂ້ອງກັບການເຮັດວຽກມີພຽງພໍ ຫຼື ບໍ່ ຫຼື ມີບັນຫາທີ່ຕ້ອງໄດ້ຮັບການປັບປຸງແກ້ໄຂ ຫຼື ບໍ່ ການຕິດຕາມວຽກໃນລັກສະນະນີ້ມີຜົນຕໍ່ຄວາມກ້າວຫນ້າຂອງວຽກ.

ການຕິດຕາມລະບົບການເງິນເປັນການຕິດຕາມເລື່ອງງົບປະມານຄ່າໃຊ້ຈ່າຍ ຫຼື ການເບີກຈ່າຍເງິນຊຶ່ງລະບົບການເງິນມີຜົນຕໍ່ສະພາບຄ່ອງໃນການດໍາເນີນວຽກ

ການຕິດຕາມກ່ຽວກັບຄວາມຮູ້ຄວາມສາມາດໃນການປະຕິບັດວຽກວ່າມີບັນຫາອຸປະສັກຫລືບໍ່ມີຄວາມຮູ້ຄວາມສາມາດໃນການແກ້ໄຂບັນຫາທີ່ເກີດຈາກການປະຕິບັດວຽກ ຫຼື ບໍ່.

ການຕິດຕາມວຽກໂດຍການຊ່ວຍເຫຼືອໃຫ້ຜູ້ປະຕິບັດວຽກມີອໍານາດໃນການຕັດສິນໃຈໃນບາງເລື່ອງເປັນການສະໜັບສະໜູນໃຫ້ມີອໍານາດເພື່ອໃຫ້ວຽກທີ່ໄດ້ຮັບມອບຫມາຍບັນລຸຜົນຕາມເປົ້ໝາຍໄດ້ໄວຂຶ້ນ.

ການຕິດຕາມວຽກໂດຍການເຂົ້າໄປສ້າງບັນຢາກາດທີ່ດີເຮັດໃຫ້ຜູ້ໃຕ້ບັງຄັບບັນຊາມີຂວັນກໍາລັງໃຈເຮັດໃຫ້ຮູ້ສຶກຜ່ອນຄາຍເປັນການສ້າງບັນຢາກາດໃຫ້ເກີດຄວາມອົບອຸ່ນ ແລະ ເປັນກັນເອງໃນການເຮັດຮ່ວມກັນ.

ຫຼັກການບໍລິຫານວຽກບຸກຄົນຂັ້ນຕອນການຕິດຕາມວຽກມີຄວາມສໍາຄັນເພາະບໍ່ແມ່ນເປັນພຽງການຕິດຕາມຄວາມກ້າວໜ້າຂອງການເຮັດວຽກເທົ່ານັ້ນແຕ່ຍັງເປັນຂັ້ນຕອນການເບິ່ງແຍງບຸກຄະລາກອນການຮຽກກໍາລັງໃຈໃຫ້ກັບພະນັກວຽກໃນອົງກອນອີກດ້ວຍ.