ເຕັກນິກການປູກ ແລະ ການດູແລຮັກສາຜັກສະຫຼັດ

218

ຜັກສະຫຼັດເປັນຜັກຊະນິດໜຶ່ງທີ່ຄົນລາວເຮົານິຍົມກິນເພາະສາມາດນໍາມາປຸງແຕ່ງອາຫານໄດ້ຫຼາກຫຼາຍ ແລະ ຍັງເປັນເຄື່ອງກິນກັບອາຫານຫວານຄາວຫຼາຍຊະນິດນໍາອີກ. ໂດຍສະເພາະແມ່ນເທສະການງານສູ່ຂັວນ, ການດອງ ແລະ ເທສສະການງານບຸນຕ່າງໆ ແມ່ນນິຍົມກັນນໍາໃຊ້ຜັກສະຫຼັດໄປປຸງແຕ່ງເປັນອາຫານໃນໂອກາດພິເສດຕ່າງໆ ເປັນຕົ້ນແມ່ນຍໍາສະຫຼັດ ເຊິ່ງຜູ້ຂຽນເຊື່ອວ່າເປັນອາຫານທີ່ທຸກຄົນຕ້ອງຮູ້ຈັກ ແລະ ເຄີຍລອງກິນມາແລ້ວບໍ່ຫຼາຍກໍ່ໜ້ອຍ. ໃນມື້ນີ້ຜູ້ຂຽນກໍ່ໄດ້ນໍາເອົາເຕັກນິກວິທີການປູກ ການດູແລຮັກສາຜັກສະຫຼັດມາໃຫ້ທ່ານຜູ້ອ່ານໄດ້ສຶກສານໍາກັນເພື່ອນໍາໄປເປັນແນວທາງໃນການປູກ ແລະ ຊ່ວຍຫຼຸດຜ່ອນງົບປະມານການຈ່າຍຕະຫຼາດໃຫ້ກັບຄອບຄົວຕົນເອງນໍາອີກ.

ການກຽມດິນ

ສໍາລັບກ້າເບ້ຍຜັກສະຫຼັດ: ຂຸດ ຫຼື ໄຖດິນໃຫ້ເປັນໜານເລິກປະມານ 10-15ຊມ ຕາກໄວ້ປະມານ 5-7ມື້ ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມພວນດິນຊັ້ນໜ້າດິນໃຫ້ລະອຽດ.

ສໍາລັບການກຽມໜານປູກ: ຂຸດ ຫຼື ໄຖດິນເລິກປະມານ 20-30ຊມ ຕາກດິນ 7-10ມື້ ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມປະສົມລົງໜ້າດິນພວນໜ້າດິນໃຫ້ລະອຽດ.

ການປູກ

ປູກດ້ວຍວິທີຫວ່ານຢາຍສະເໝີທົ່ວໜານ: ຫວ່ານແກ່ນຜັກຢາຍທົ່ວໜານທີ່ກຽມໄວ້ ແລ້ວ ຫວ່ານຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ລະລາຍຕົວດີແລ້ວປົກໄວ້ໜາປະມານ 0,5-1ຊມ, ປົກຄຸມດ້ວຍເຟືອງແຫ້ງ. ເມື່ອຕົ້ນເລີ່ມງອກໃບແທ້ 2-3ໃບແລ້ວຄ່ອຍໆຖອນຕົ້ນທີ່ອ່ອນແອອອກໄປ ແລະ ຈັດໄລຍະຫ່າງຂອງແຕ່ລະຕົ້ນ20-25ຊມ ຕາມຄວາມເໝາະສົມ.

ການປູກລົງໜານລຽງເປັນແຖວ: ນໍາເບ້ຍຜັກທີ່ມີອາຍຸ20-25ມື້ທີ່ມີໃບແທ້ປະມານ3-4ໃບ, ຄັດເລືອກເອົາຕົ້ນທີ່ແຂງແຮງຍ້າຍລົງໜານທີ່ກຽມໄວ້, ຈັດແຈງໄລຍະຫ່າງ 25-35ຊມ ຕາມຄວາມເໝາະສົມ.

ການໃສ່ຝຸ່ນ ແລະ ການໃຫ້ນໍ້າ

ຜັກສະຫຼັດເປັນພືດທີ່ຕ້ອງການຝຸ່ນຫຼາຍພໍສົມຄວນ. ດັ່ງນັ້ນ, ຄວນຕິດຕາມເບິ່ງການຈະເລີນເຕີບໂຕຂອງຜັກຢູ່ຕະຫຼອດ ແລະ ໃຫ້ຝຸ່ນປະມານ7-10ມື້ຕໍ່ເທື່ອ. ສ່ວນການໃຫ້ນໍ້າ ຄວນໃຫ້ຢ່າງພຽງພໍ ເພາະຖ້າຜັກສະຫຼັດຂາດນໍ້າຈະມີລົດຊາດຂົມ ແລະ ເບິ່ງຄວາມຊຸ່ມຊື່ນໃນໜານປູກຢ່າງສະໝໍ່າສະເໝີ.

ການພວນດິນກໍາຈັດຫຍ້າ

ຄວນເຮັດໃນໄລຍະທໍາອິດເພື່ອເຮັດໃຫ້ດິນລຸລ່ວງ, ຜຸຜົງ ລະບາຍອາກາດ ແລະ ນໍ້າໄດ້ດີ ພ້ອມທັງກໍາຈັດຫຍ້າໄປພ້ອມໆກັນ ເມື່ອຕົ້ນຜັກໃຫຍ່ມີໃບປົກຄຸມດິນແລ້ວ ກໍບໍ່ຈໍາເປັນເຮັດອີກ.

ການເກັບກ່ຽວ

ໃຊ້ມີດຕັດບໍລິເວນເຫງົ້າຕົ້ນ, ຕັດແຕ່ງໃບທີເນົ່າເປື່ອຍອອກແລ້ວເກັບໄວ້ໃນບ່ອນຮົ່ມ. ອາຍຸການເກັບກ່ຽວຜັກສະຫຼັດທີ່ປູກໃນບ້ານເຮົາຂຶ້ນກັບແນວພັນ ແລະ ຂະໜາດຕາມຄວາມພໍໃຈຂອງຜູ້ບໍລິໂພກ(40-70ວັນ)

(ຂໍ້ມູນຈາກ: ລາວ44ຂໍ້ມູນຂ່າວສານເພື່ອການພັດທະນາ)