ຫຼາຍປະເທດໜີ້ຖ້ວມຫົວອາດຈະບໍ່ສາມາດແກ້ໄຂໄດ້

159

ເມື່ອທ້າຍປີກ່ອນ,ກອງທຶນການເງິນສາກົນຫຼືໄອເອັມເອຟເຄີຍອອກມາເຕືອນເລື່ອງບັນຫາໜີ້ເອົາໄວ້ວ່າ:ລະດັບໜີ້ຂອງຫົວໜ່ວຍທຸລະກິດໃນ8ປະເທດທີ່ມີຂະໜາດເສດຖະກິດໃຫຍ່ລະດັບຕົ້ນໆຂອງໂລກເຊັ່ນອາເມຣິກາ,ສປ ຈີນ,ຍີ່ປຸ່ນ,ເຢຍລະມັນ,ອັງກິດ,ຝຣັ່ງ,ອີຕາລີ ແລະ ແອັດສະປາຍເກືອບ40%ຢູ່ໃນລະດັບສູງຫຼາຍຈົນຫາກເກີດວິກິດເສດຖະກິດໂລກຕົກຕໍ່າເຖິງຂັ້ນຂຶ້ນກໍຈະກາຍເປັນບັນຫາໃຫຍ່ຄືບໍ່ສາມາດໃຊ້ໜີ້ໃນລະດັບດັ່ງກ່າວໄດ້.

ຫົວໜ່ວຍທຸລະກິດຫຼາຍແຫ່ງໃນປະເທດເຫຼົ່ານັ້ນເຊິ່ງວ່າຈ້າງກໍາມະກອນເມື່ອນັບລວມກັນແລ້ວຫຼາຍລ້ານຄົນເຊິ່ງເດີມພັນກັບອະນາຄົດຂອງຕົນເອງຢູ່ກັບໜີ້ໃນລະດັບສູງຄິດເປັນຈໍານວນເງິນລວມກັນແລ້ວເທົ່າກັບ19ພັນຕື້ໂດລາ ແລະ ກໍາລັງຈະພ່າຍແພ້ເດີມພັນທີ່ວ່ານັ້ນແລ້ວເຮັດໃຫ້ຕົນເອງຕົກໃນສະພາບລົ້ມລະລາຍມີໜີ້ລົ້ນພົ້ນຕົວນັ້ນເອງ.

ໄອເອັມເອຟຊີ້ວ່າ:8ໃນ10ປະເທດທີ່ວ່ານັ້ນລ້ວນແຕ່ເປັນປະເທດທີ່ມີຄວາມສໍາຄັນໃນເຊີງລະບົບຕໍ່ພາກການເງິນຂອງໂລກ,ພ້ອມທັງເຕືອນວ່າສະຖານະການໃນເວລານີ້ຕົກຢູ່ໃນສະພາບຄ້າຍຄືກັບໃນໄລຍະທີ່ເກີດວິກິດການການເງິນໂລກຫຼ້າສຸດ.

ຂະນະທີ່ທະນາຄານໂລກອອກມາເຜີຍແຜ່ໃນເລື່ອງດຽວກັນນີ້,ແຕ່ບໍ່ໄດ້ໃຫ້ຮູ້ເຖິງປະເທດທີ່ມີລະບົບການເງິນລະດັບແຖວໜ້າຂອງໂລກຢ່າງໄອເອັມເອຟທີ່ລະບຸອອກມາຈະແຈ້ງເອົາໄວ້;ແຕ່ເປັນການຊີ້ໃຫ້ເຫັນເຖິງລະດັບໜີ້ໃນ100ປະເທດປະກອບມີອາຟຣິກາ,ອາຊີ ແລະ ອາເມຣິກາລາຕິນວ່າມີໜີ້ລວມກັນເພີ່ມຂຶ້ນຫຼາຍເນື່ອງຈາກທັງພາກເອກະຊົນ ແລະ ພາກລັດໃນປະເທດເຫຼົ່ານີ້ມີໜີ້ຫຼາຍຂຶ້ນເລື້ອຍໆ.

ຂໍ້ສັງເກດຂອງທະນາຄານໂລກກໍຄືໜີ້ໃນປະເທດເຫຼົ່ານີ້ບໍ່ພຽງຂະຫຍາຍຕົວໃຫຍ່ໂຕຂຶ້ນຫຼາຍເທົ່ານັ້ນຍັງມີຄຸນລັກສະນະຂອງສະພາບໜີ້ທີ່ແຕກຕ່າງກັນໄປຈາກແຕ່ກ່ອນນໍາອີກ.

ຄວາມປ່ຽນແປງຄືລັກສະນະໜີ້ເຊິ່ງແຕ່ກ່ອນເປັນການສ້າງໜີ້ເພື່ອການລົງທຶນກັບກາຍເປັນການສ້າງໜີ້ເພື່ອໃຫ້ເກີດປະໂຍຫດດ້ານສາທາລະນະສຸກ,ການສຶກສາ ແລະ ສະຫວັດດີການສັງຄົມເຊິ່ງບໍ່ໄດ້ເຮັດໃຫ້ເກີດລາຍໄດ້.

ໜີ້ເຫຼົ່ານີ້ເປັນການກູ້ຢືມຈາກນັກລົງທຶນລະຫວ່າງປະເທດເຊິ່ງເນັ້ນໜັກໄປທີ່ການປ່ອຍເງິນກູ້ຢືມໃຫ້ກັບປະເທດກໍາລັງພັດທະນາເປັນພິເສດເນື່ອງຈາກໄດ້ປະໂຫຍດຈາກອັດຕາດອກເບ້ຍໃນລະດັບສູງ.

ທະນາຄານໂລກລາຍງານວ່າ:ລະດັບໜີ້ທົ່ວໂລກເພີ່ມຂຶ້ນຫຼາຍໂດຍສະເພາະເມື່ອປຽບທຽບເປັນອັດຕາສ່ວນກັບຈີດີພີແລ້ວເຫັນວ່າສູງຫຼາຍເກີນໄປເນື່ອງຈາກເພີ່ມຈາກລະດັບພຽງ54%ໃນປີ2010ເປັນ168%ຂອງຈີີດີພີໃນປີ2018.

ແຕ່ພຽງຕົ້ນປີ2019ທີ່ຜ່ານມາ,ລະດັບໜີ້ຂອງໂລກກໍຈຸລະດັບສູງສຸດເປັນປະຫວັດການຄືມະຫາສານເຖິງ250ພັນຕື້ໂລດາ.

ພາຍໃຕ້ສະພາບເສດຖະກິດໂລກທີ່ເປັນຢູ່ໃນເວລານີ້,ບໍ່ຍາກທີ່ວິກິດໜີ້ຮອບໃໝ່ຈະກາຍເປັນຄວາມຈິງຂຶ້ນມາຈົນກາຍເປັນບັນຫາໜັກໜາສາຫັດໃຫ້ກັບລັດຖະບານຂອງຫຼາຍປະເທດ ແລະ ເກີດຂຶ້ນໂດຍທີ່ແຕ່ລະປະເທດບໍ່ຫຼົງເຫຼືອເຄື່ອງມືສໍາຄັນໃນການແກ້ໄຂນໍາອີກ.