ເມືອງໝື່ນ ປະກາດບ້ານນໍ້າຮອນ ເປັນບ້ານປ້ອງກັນຄວາມສະຫງົບດີແຫ່ງທີ 7 ຂອງເມືອງ

265

ວັນທີ 6 ກຸມພາ 2020 ນີ້ ເມືອງໝື່ນ ແຂວງ ວຽງຈັນ ຈັດພິທີປະກາດ ບ້ານນ້ຳຮອນ ເປັນບ້ານປ້ອງກັນຄວາມສະຫງົບດີ ແຫ່ງທີ 7 ຂອງເມືອງຂຶ້ນ ທີ່ບ້ານດັ່ງກ່າວ  ໂດຍການເຂົ້າຮ່ວມຂອງທ່ານ ພູວອນ ບຸນວິໄລ ເຈົ້າເມືອງໆໝື່ນ, ມີທ່ານ ພັທ ອາພິນັນ ສ້າງຄຳ  ຫົວໜ້າຫ້ອງການ ກອງບັນຊາການ ປກສ ເມືອງ, ມີນາຍບ້ານ, ຫົວໜ້າຫ້ອງການ, ກຸ່ມບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ອາພິນັນ ສ້າງຄໍາ ຫົວໜ້າຫ້ອງການ ກອງບັນຊາການ ປກສ ເມືອງ ກ່າວວ່າ: ໃນໄລຍະຜ່ານມາຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໃດ້ເອົາໃຈໃສ່ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບຮອບດ້ານ ເຊີ່ງສະແດງອອກໃນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງທ່ານລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບສຸກ ສະບັບເລກທີ 818/ປກສ,ລົງວັນທີ 15/6/2012 ວ່າດ້ວຍ: ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເອົາໃຈໃສ່ກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ວຽກງານ 3 ສ້າງ.

ຈາກນັ້ນ, ທ່ານ ລີຈ່າງ ນາຍບ້ານ-ນ້ຳຮອນ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບປະເມີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງໃຫ້ຮູ້ວ່າ ບ້ານນ້ຳຮອນ ແມ່ນໜຶ່ງທີ່ນອນຢູ່ໃນຈຳນວນ 22 ບ້ານ ໃນເມືອງໝື່ນ, ມີພົນລະເມືອງທັງໝົດ 4. 329 ຄົນ, ຍິງ 2,122 ຄົນ, ອາຍຸ 15 ປີຂື້ນໄປ 2,437 ຄົນ, ຍິງ1,288 ຄົນ, ມີ 28 ໜ່ວຍສາມັກຄີ, ມີ608 ຫຼັງຄາເຮືອນ, ມີ 566 ຄອບຄົວ, ມີເນື້ອທີ່ຂອງບ້ານ 754,48 ເຮັກຕາ, ປະກອບມີ 3 ຊົນເຜົ່າຄື: ເຜົ່າມົ້ງ-ອີມ່ຽນມີ 550 ຄອບຄົວ, ມີພົນລະເມືອງ 4,225ຄົນ, ຍິງ 2,073ຄົນ, ເຜົ່າລາວມີ 14 ຄອບຄົວ, ມີພົນລະເມືອງ 84 ຄົນ, ຍິງ39 ຄົນ, ເຜົ່າກຶມມຸມີ 2 ຄອບຄົວ, ມີພົນລະເມືອງ 20 ຄົນ, ຍິງ 10 ຄົນ, ສັງລວມແລ້ວ ໃນ 6 ມາດຖານຂອງບ້ານປ້ອງກັນຄວາມສະຫງົບດີສາມາດຕີລາຄາປະເມີນໄດ້ 89,13% .

ໂອກາດດັ່ງກ່າວ ທ່ານ ພູວອນ ບຸນວິໄລ ເຈົ້າເມືອງໆໝື່ນ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບ້ານ ທີ່ມີຄວາມຫ້າວຫັນ, ມີຄວາມສາມັກຄີ ຮັກ ແພງເຊິ້ງກັນ ແລະ ກັນ. ພ້ອມນັ້ນ, ກຳລັງອ້າຍນ້ອງກອງຫຼອນກໍ່ມີຄວາມເຂັ້ມແຂງປະຕິບັດສິດໜ້າ ແລະ ພາລະບົດບາດຂອງຕົນ, ເຮັດໜ້າທີ່ປ້ອງກັນເວນຍາມ ດ້ວຍຄວາມຮັບຜິດຊອບ. ຈາກນັ້ນ, ທ່ານກໍ່ໃຫ້ກຽດກ່າວມອບໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ ພ້ອມທັງເປີດປ້າຍພິທີປະກາດ ບ້ານນ້ຳຮອນ ເປັນບ້ານປ້ອງກັນຄວາມສະຫງົບດີແຫ່ງທີ 7 ຂອງເມືອງຢ່າງເປັນທາງການ.

ທີ່ມາຂ່າວ: ເມືອງໝື່ນ