Monthly Archives: February, 2020

ປະໂຫຍດ! ຫົວຜັກບົ່ວ​​​ແດງສາມາດ ຊ່ວຍລ້າງພິດໃນຮ່າງກາຍໄດ້​

ຮູ້​ບໍ່​ວ່າຫົວ​ຜັກບົ່ວແດງມີ​ປະ​ສິດ​ພາບ​ໃນ​ການ​ຕໍ່ສູ້​ກັບ​ເຊື້ອ​ພະຍາດ ​ແລະ ​ແບັກ​ທີ​ເຣຍແຖມ​ຍັງ​ສາມາດ​ຊ່ວຍ​ລ້າງ​ອະໄວຍະວະ​ພາຍ​ໃນ​ຮ່າງກາຍ​ຂອງ​ເຮົາ​ໄດ້ນຳ. ມື້ນີ້​ເຮົາມີ​ເຄັດ​ລັບ​ເບິ່ງແຍງ​ສຸຂະພາບດ້ວຍ​ການ​ນຳຫົວ​ຜັກບົ່ວ​ແດງມາ​ເປັນ​ຜູ້​ຊ່ວຍ​ໃນ​ການ​ລ້າງສານພິດ​ໃນຮ່າງກາຍ​ຂະນະ​ທີ່​ເຮົາ​ກຳ​ລັງ​ນອນ​ຫຼັບ​ຢູ່​.​ ວິທີ​​ເຮັດ: 1 ນຳ​ຫົວຜັກບົ່ວແດງ​ມາ​ຊອຍ​ບາງໆແຕ່​​ຕ້ອງ​ແນ່​ໃຈ​ກ່ອນ​ວ່າຫົວ​ຜັກບົ່ວແດງ​ທີ່​ນຳ​ມາ​ໃຊ້​ນັ້ນປອດ​ສານ​ພິດ ​ໂດຍບໍ່​ມີ​ຢາ​ຂ້າ​ແມງໄມ້ແລ້ວ​ລ້າງ​ນ້ຳ​ໃຫ້​ສະ​ອາດ​ ​ແລະ ແຊ່​ນ້ຳ​ສະ​ອາດ​ຖິ້ມ​ໄວ້​ໄລຍະໜຶ່ງ​ກ່ອນ​ນຳ​ມາ​ຊອຍ ຈາກ​ນັ້ນ, ກໍ່​ນຳ​ໄປ​ໃສ່​ໄວ້​ກ້ອງຝ່າ​ຕີນ​ກ່ອນ​ໃສ່​ຖົງ​ຕີນ​ແລ້ວ​ໃສ່​ໄວ້​ແບບນັ້ນ​ໝົດຄືນ. 2 ການ​ວາງ​ຫົວ​ຜັກບົ່ວແດງໃຫ້​ວາງ​ຢູ່​ສ່ວນ​ທີ່​ແປທີ່ສຸດ​ຂອງ​ຝ່າ​ຕີນ ​ໂດຍ​ຄຸນສົມບັດ​ໃນ​ການ​ປິ່ນປົວ​ຂອງ​ຫົວ​ຜັກບົ່ວແດງ​ຄື: ຫົວ​ຜັກບົ່ວແດງຈະ​ຄ່ອ​ຍໆ​ດູດ​ຊຶມ​ຂຶ້ນ​ໄປ​ຈາກ​ຝ່າ​ຕີນ​ແລ້ວ​ຊ່ວຍກະຕຸ້ນ​ທຸກ​ຈຸດ​ທີ່​ຢູ່​ຕີນທີ່​ເຊື່ອມ​ຕໍ່​ກັບ​ອະໄວຍະວະ​ພາຍ​ໃນ​ຕ່າງໆຂອງ​ຮ່າງກາຍ​​ທັງ​ໝົດເພື່ອ​ກະຕຸ້ນ​ການເຮັດວຽກງານ ແລະ ລ້າງ​ສານ​ພິດ​ຕ່າງໆ​ຜ່ານ​ຝ່າ​ຕີນ​. ປະໂຫຍດ​ຂອງ​ການ​ນຳຫົວ​ຜັກບົ່ວແດງວາງ​ໄວ້​ກ້ອງ​ຕີນກ່ອນ​ນອນ: 1 ເລືອດ​ຈະ​ຖືກ​ເຮັດໃຫ້​ບໍລິສຸດ​ປາດສະຈາກ​ເຊື້ອ​ພະຍາດດ້ວຍ​ກົດ​ຟົດ​ຟໍ​ລິກ​ຈາກ​ຫົວຜັກບົ່ວແດງ​ຈະ​ຖືກ​ດູດ​ຊຶມ ​ແລະ ​ຈະ​ຟອກ​ເລືອດ​ໄດ້. 2 ແບັກ​ທີ​ເຣຍ ​ແລະ ​ເຊື້ອ​ພະຍາດ​ຈະ​ຖືກ​ກຳຈັດ​ໄປ. 3 ເຮັດໃຫ້​ຕີນບໍ່​ມີ​ກິ່ນ.​​ ຫຼາຍ​ຄົນ​ອາດ​ບໍ່​ຮູ້​ວ່າຂອງ​ງ່າຍໆ​ໃກ້​ໂຕ​ກໍ່ຊ່ວຍ​ໃຫ້​ສຸຂະພາບ​​ດີ​ຂຶ້ນ​ໄດ້​ຢ່າງ​ບໍ່​ໜ້າ​ເຊື່ອ ແລະ​ ຍັງ​ງ່າຍ​ຕໍ່​ການ​ນຳ​ໄປ​ໃຊ້​ນຳ...

ການຊ່ວຍເຫຼືອຈາກລາວຍັງທະຍອຍສູ່ ສປ ຈີນ ຊຸດນີ້ມອບ 2,6 ຕື້ກວ່າກີບ

ສປປ ລາວ ແລະ ສປ ຈີນ ເປັນປະເທດເພື່ອມິດຍຸດທະສາດ ເມື່ອປະເທດໜຶ່ງລຳບາກອີກຝ່າຍກໍ່ຕ້ອງສົ່ງກຳລັງໃຈໃຫ້ ເປັນເລື່ອງທຳມະດາ ດັ່ງປະຈຸບັນທີ່ ສປ ຈີນກຳລັງປະເຊີນກັບການລະບາດຂອງໄວຣັສຮ້າຍປະເທດເຮົາຈິ່ງລະດົມການຊ່ວຍເຫຼືອທະຍອຍສົ່ງໃຫ້ຕາມກຳລັງທີ່ມີ ເພື່ອປະກອບສ່ວນເຂົ້າໃນການຊື້ອຸປະກອນການແພດ ແລະ ນໍາໃຊ້ເຂົ້າໃນວຽກງານການ​​ຕ້ານ ​ແລະ​ ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ພະ​ຍາດດັ່ງກ່າວ. ໃນວັນທີ 25 ກຸມພາ 2020 ຜ່ານມາ ທີ່ຫ້ອງຮັບແຂກ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ...

ນວ ສອບເສັງຄັດເລືອກນັກຮຽນເກັ່ງ ກຽມເຂົ້າຮ່ວມແຂ່ງຂັນລະດັບຊາດ

ເພື່ອເປັນການຄັດເລືອກເອົານັກຮຽນເກັ່ງທີ່ໄດ້ອັນດັບທີ 1 ຂອງແຕ່ລະວິຊາ ໃນຊັ້ນມັດທະຍົມ ມ,4 ແລະ ມ.7 ເພື່ອເປັນຕົວແທນຂອງນັກຮຽນທົ່ວນະຄອນຫຼວງວຽງຈັນເຂົ້າຮ່ວມການສອບເສັງລະດັບຊາດ ໃນເດືອນ ມີນາ 2020 ຈະມາເຖິງນີ້. ໃນວັນທີ 27 ກຸມພາ ຜ່ານມາ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດການສອບເສັງນັກຮຽນເກັ່ງລະດັບນະຄອນຫຼວງວຽງຈັນ ສົກຮຽນ 2019-2020 ຂຶ້ນທີ່ໂຮງຮຽນ...

ຫາດຊາຍຟອງ ວາງສະແດງສິນຄ້າໂອດ໊ອບເປີດຍາວຮອດ 1 ມີນາ

ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ ໄດ້ເປີດງານວາງສະແດງຂາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ(ໂອດ໊ອບ)ຂອງຕົນເປັນ ຄັ້ງທີ VI ແລ້ວ ແລະປີ 2020ນີ້ງານໄດ້ເລີ່ມຂຶ້ນແຕ່ວັນທີ 26 ກຸມພາ​ ທີ່ບ້ານດົງຄຳຊ້າງ ໂດຍການເຂົ້າຮ່ວມຂອງ ທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ,​ ທ່ານເຈົ້າເມືອງໆຫາດຊາຍຟອງ,​ ມີຕາງໜ້າພະແນກອຸດສາຫະກຳ ແລະການຄ້ານະຄອນຫຼວງວຽງຈັນ,​ ຫ້ອງການອຸດສາຫະກຳ ແລະການຄ້າເມືອງອ້ອມຂ້າງ,​ ພາກທຸລະກິດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​ ການຈັດງານແມ່ນ ໄດ້ມີການຫ້າງຫາກະກຽມເລີ່ມຕົ້ນກະກຽມມາແຕ່ຕົ້ນເດືອນກຸມພາ 2020​...

4 ຂັ້ນຕອນ ເຮັດການຕະຫຼາດເພື່ອສ້າງຍອດຂາຍໃນຍຸກໃໝ່

ການຕະຫຼາດຖືເປັນສິ່ງທີ່ຂາດບໍ່ໄດ້ສຳລັບການເຮັດທຸລະກິດ ເຖິງແມ່ນວ່າສິນຄ້າ ຫຼື ການບໍລິການຂອງທ່ານຈະດີປານໃດກໍຕາມ, ແຕ່ຫາກຂາດການເຮັດການຕະຫຼາດບໍ່ຮອດກຸ່ມລູກຄ້າເປົ້າໝາຍ ທຸລະກິດຂອງທ່ານອາດຈະລົ້ມໄດ້ງ່າຍໆ. ເວົ້າສະເພາະເລື່ອງບັນຫາຂອງນັກການຕະຫຼາດສ່ວນຫຼາຍແມ່ນບໍ່ຮູ້ຈະເລີ່ມຕົ້ນເຮັດສິ່ງໃດກ່ອນ ຫຼື ສິ່ງໃດນໍາຫຼັງ ຈຶ່ງເຮັດໃຫ້ມີຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດຕົວຈິງ. ສະນັ້ນ, ອາຈານ ພູລົມ ພົມມະລາດ ຜູ້ອຳນວຍການສະຖາບັນການເງິນຄວາມຫວັງໃໝ່ ຈຶ່ງມີຂໍ້ແນະນໍາບັນດາຫຼັກການປະຕິບັດທີ່ງ່າຍໆມາຝາກຜູ້ອ່ານ ເພື່ອເປັນແນວທາງໃຫ້ທ່ານສາມາດເຂົ້າໃຈ ແລະ ປະຕິບັດຕາມວຽກ ຫຼື ແຜນງານທາງການຕະຫຼາດທີ່ວາງໄວ້ຢ່າງເປັນລະບົບ ໂດຍມີຂັ້ນຕອນໃນການເຮັດວຽກການຕະຫຼາດຕາມຂັ້ນຕອນຕໍ່ໄປນີ້: 1 ການວິເຄາະຄວາມເປັນມາ (...

ນູແວນເຊລັງເຕືອນໄພທາງການເງິນຂອງປະເທດກໍາລັງຖືກຄຸກຄາມ

ທະນາຄານກາງນູແວນເຊລັງລາຍງານວ່າ:ຫົວໜ່ວຍການເງິນຂອງປະເທດກໍາລັງປະເຊີນບັນຫາການໂຈມຕີທາງອິນເຕີເນັດເຊິ່ງສ້າງຄວາມເສຍຫາຍໃຫ້ກັບອຸດສາຫະກໍາທະນາຄານ ແລະ ປະກັນໄພໃນອັດຕາສ່ວນ2-3%ຂອງຜົນກໍາໄລຂອງທຸລະກິດດັ່ງກ່າວເປັນປະຈໍາທຸກປີ. ໂດຍລາຍງານດັ່ງກ່າວປະເມີນວ່າໄພຈາກການຄຸກຄາມທາງອິນເຕີເນັດສ້າງຄວາມເສຍຫາຍໃຫ້ກັບອຸດສາຫະກໍາການທະນາຄານຂອງປະເທດປະມານ66ລ້ານໂດລາຕໍ່ປີ,ຂະນະທີ່ອຸດສາຫະກໍາປະກັນໄພໄດ້ຮັບຜົນກະທົບປະມານ24ລ້ານໂດລາຕໍ່ປີເຖິງວ່າຕົວເລກຄວາມເສຍຫາຍດັ່ງກ່າວຈະມີມູນຄ່າບໍ່ຫຼາຍປານໃດ. ຢ່າງໃດກໍຕາມລາຍງານລະບຸວ່າອັດຕາການໂຈມຕີທີ່ທະວີຄວາມຮ້າຍແຮງ ແລະ ຄວາມຖີ່ຫຼາຍຂຶ້ນເລື້ອຍໆຢ່າງຕໍ່ເນື່ອງອາດຈະສ້າງຄວາມເສຍຫາຍຈໍານວນຫຼາຍໃນໄລຍະຍາວ. ຈາກຂໍ້ມູນຂອງໜ່ວຍງານຄວາມປອດໄພທາງອິນເຕີເນັດຂອງນູແວນເຊລັງພົບວ່າເປົ້າ ໝາຍການໂຈມຕີທາງອິນເຕີເນັດທີ່ເກີດຂຶ້ນໃນປະເທດເມື່ອປີ2018ເປັນການໂຈມຫົວໜ່ວຍທະນາຄານ ແລະ ປະກັນໄພໃນອັດຕາສ່ວນ60%.

ສິລະປິນລາວຮ່ວມກັນສ້າງ 3 ຜົນງານເພງໃນຊຽງຂວາງ ເກມ

ລວມສິລະປິນລາວ ຮ່ວມກັນສ້າງຜົນງານເພງຮັບໃຊ້ໃນມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ຊຽງຂວາງ ແລະ ພິທີປະກາດທົ່ງໄຫຫີນຊຽງຂວາງເປັນມໍລະດົກໂລກ ໂດຍໄດ້ສ້າງບົດເພງຈໍານວນ 3 ເພງ ເພື່ອເປັນການປະກອບສ່ວນ. ທ່ານ ບຸນມະນີ ພົມມະສານ ປະທານສະໂມສອນບານເຕະ ໃຫ້ສໍາພາດວ່າ: ປັດຈຸບັນບົດເພງດັ່ງກ່າວໄດ້ສໍາເລັດຮຽບຮ້ອຍ ເຊິ່ງບົດເພງທີ 1 ມີຊື່ວ່າ: “ ຊຽງຂວາງເກມ 2020 ” ປະພັນໂດຍ...

ສາວອາຍຸ 16 ປີໃນເວທີປະກວດນາງສາວນະຄອນຫຼວງ MVT01 ສຸກສະຫວັນພອນ ຫານຊະນະ

ອີກໜຶ່ງສາວຈາກເວທີປະກວດນາງສາວນະຄອນຫຼວງ 2020 ທີ່ຖືວ່າອາຍຸນ້ອຍທີ່ສຸດ MVT01 ສຸກສະຫວັນພອນ ຫານຊະນະ ຫຼື ແອ່ນນີ້ ອາຍຸພຽງ 16 ປີ, ຢູ່ບ້ານດອນກອຍ ເມືອງສີສັດຕະນາກ ແຂວງນະຄອນຫຼວງວຽງຈັນ. ແອ່ນນີ້ບອກວ່າ: ປັດຈຸບັນກຳລັງສຶກສາຢູ່ທີ່ໂຮງຮຽນ ມ.ສໂພນທັນ; ເຫດຜົນທີ່ເຂົ້າມາປະກວດຍ້ອນຢາກສານຝັນໃຫ້ເປັນຈິງແລະພ້ອມກັບພັດທະນາສັກກາຍະພາບຂອງຕົນໃຫ້ດີຂຶ້ນ. ຄວາມຄາດຫວັງໃນເວທີປະກວດນີ້ຄືນ້ອງຢາກໄດ້ປະສົບການໃນເວທີນີ້ເພື່ອພັດທະນາຕົນເອງເພື່ອໄປຕໍ່ຍອດໃນອະນາຄົດຂ້າງຫນ້າຕໍ່ໄປ. ນ້ອງຄິດວ່ານ້ອງສາມາດເປັນແບບຢ່າງທີ່ດີໃຫ້ແກ່ນ້ອງເຍົາວະຊົນ, ເປັນແບບຢ່າງທີ່ດີໃຫ້ແມ່ຍິງລາວແລະນຳຄຸນຄ່າຂອງແມ່ຍິງລາວຄ່ຽງຄູ່ກັບວັດທະນາທຳໄປເຜີຍແຜ່ສູ່ສາກົນ. ເປົ້າຫມາຍໃນອະນາຄົດຂອງນ້ອງແມ່ນການຢາກສານຝັນໃຫ້ເປັນຈິງກໍຄືການເປັນນາງງາມແລະປະສົບຜົນສຳເລັດໃນການງານ. ເຄັດລັບໃນການຮັກສາສຸຂະພາບແມ່ນການກິນອາຫານໃຫ້ຄົບ5ຫມູ່ໃນທຸກໆມື້,ກິນຜັກແລະຫມາກໄມ້ຫລາຍໆເພື່ອລະບົບການຂັບຖ່າຍ ແລະ ຫມັ່ນອອກກຳລັງກາຍໃນທຸກໆມື້. ໃນເວລາຫວ່າງນ້ອງມັກອ່ານຫນັງສື ແລະ ແລ່ນອອກກຳລັງກາຍ. ຜູ້ຊາຍໃນສະເປັກຂອງນ້ອງແມ່ນຄົນທີ່ມີຄວາມເຂົ້າໃຈເຊິ່ງກັນລະກັນ, ໃຫ້ກຽດເຊິ່ງກັນ, ຊື່ສັດຕໍ່ກັນ...

ເຄື່ອງດື່ມຈາກໝາກໂມ ທີ່ບໍ່ມີສ່ວນປະສົມຂອງແອລກໍຮໍ

ໝາກໂມປະກອບດ້ວຍ ສານອາຫານຕ່າງໆ ໄດ້ແກ່:          ແຄລຊຽມ, ຟົດຟໍຣັດ, ທາດເຫຼັກ, ໂປຣແທສຊຽມ ແລະ ວິຕາມິນຕ່າງໆ ເປັນຕົ້ນແມ່ນວິຕາມິນ A ທີ່ມີເປັນຈຳນວນຫຼາຍໃນໝາກໂມແດງ ເຊິ່ງມີສ່ວນຊ່ວຍແກ້ຫິວນ້ຳ, ຫຼຸດອາກາດອ່ອນເພຍ ແລະ ຊ່ວຍເພີ່ມຄວາມສົດຊື່ນໃຫ້ແກ່ຮ່າງກາຍໄດ້ເປັນຢ່າງດີ. ສ່ວນປະສົມ: 1 ໝາກໂມໄຈ້ແກ່ນອອກໃຫ້ໝົດ 4 ຖ້ວຍນ້ອຍ. 2 ໝາກແຕງ 2 ໜ່ວຍ. 3 ນ້ຳເຊື່ອມ ຫຼື...

ແມ່ຖືພາໄດ້ຫຍັງຈາກການອອກກຳລັງກາຍ

ການອອກກຳລັງກາຍມີຫຼາຍວິທີແຕ່ສິ່ງທີ່ສຳຄັນແມ່ນການເລືອກທ່າອອກກຳລັງກາຍຕ້ອງໃຫ້ເໝາະສົມກັບສຸຂະພາບຂອງແມ່ແຕ່ລະທ່ານຮ່ວມນຳ ຫຼື ຂໍຄຳແນະນຳຈາກແພດໝໍ ເຊິ່ງໂຢຄະກໍເປັນການອອກກຳລັງກາຍອີກປະເພດໜຶ່ງທີ່ໄດ້ຮັບຄວາມສົນໃຈຈາກແມ່ຖືພາຫຼາຍທ່ານ ເພາະໄດ້ທັງສຸຂະພາບ ແລະ ສະມາທິຂະນະປະຕິບັດພ້ອມ. ຂໍ້ດີຂອງການຫຼິ້ນໂຢຄະສຳລັບແມ່ຖືພາ: 1 ຊ່ວຍເລື່ອງສຸຂະພາບ ແລະ ສະມາທິ. 2 ຊ່ວຍເລື່ອງການກຳນົດລົມຫາຍໃຈເຂົ້າ - ອອກທີ່ຖືກຕ້ອງ ເພື່ອຈະນຳເອົາອົກຊີແຊນທີ່ບໍລິສຸດໄປຮອດລູກໃນທ້ອງ. 3 ເປັນການຝຶກການຫາຍໃຈ ເພື່ອກຽມຕົວໃນການເກີດລູກ ແລະ ເກີດເປັນພະລັງທີ່ນຳໄປໃຊ້ໃນລະຫວ່າງການເກີດຈະຊ່ວຍໃຫ້ສາມາດເກີດລູກໄດ້ງ່າຍຂຶ້ນ. ( ຂໍ້ມູນຈາກ: amarin-babyandkids.com )
- Advertisment -
Slide
Slide

Most Read

error: Content is protected !!