ນູແວນເຊລັງເຕືອນໄພທາງການເງິນຂອງປະເທດກໍາລັງຖືກຄຸກຄາມ

105

ທະນາຄານກາງນູແວນເຊລັງລາຍງານວ່າ:ຫົວໜ່ວຍການເງິນຂອງປະເທດກໍາລັງປະເຊີນບັນຫາການໂຈມຕີທາງອິນເຕີເນັດເຊິ່ງສ້າງຄວາມເສຍຫາຍໃຫ້ກັບອຸດສາຫະກໍາທະນາຄານ ແລະ ປະກັນໄພໃນອັດຕາສ່ວນ2-3%ຂອງຜົນກໍາໄລຂອງທຸລະກິດດັ່ງກ່າວເປັນປະຈໍາທຸກປີ.

ໂດຍລາຍງານດັ່ງກ່າວປະເມີນວ່າໄພຈາກການຄຸກຄາມທາງອິນເຕີເນັດສ້າງຄວາມເສຍຫາຍໃຫ້ກັບອຸດສາຫະກໍາການທະນາຄານຂອງປະເທດປະມານ66ລ້ານໂດລາຕໍ່ປີ,ຂະນະທີ່ອຸດສາຫະກໍາປະກັນໄພໄດ້ຮັບຜົນກະທົບປະມານ24ລ້ານໂດລາຕໍ່ປີເຖິງວ່າຕົວເລກຄວາມເສຍຫາຍດັ່ງກ່າວຈະມີມູນຄ່າບໍ່ຫຼາຍປານໃດ.

ຢ່າງໃດກໍຕາມລາຍງານລະບຸວ່າອັດຕາການໂຈມຕີທີ່ທະວີຄວາມຮ້າຍແຮງ ແລະ ຄວາມຖີ່ຫຼາຍຂຶ້ນເລື້ອຍໆຢ່າງຕໍ່ເນື່ອງອາດຈະສ້າງຄວາມເສຍຫາຍຈໍານວນຫຼາຍໃນໄລຍະຍາວ.

ຈາກຂໍ້ມູນຂອງໜ່ວຍງານຄວາມປອດໄພທາງອິນເຕີເນັດຂອງນູແວນເຊລັງພົບວ່າເປົ້າ ໝາຍການໂຈມຕີທາງອິນເຕີເນັດທີ່ເກີດຂຶ້ນໃນປະເທດເມື່ອປີ2018ເປັນການໂຈມຫົວໜ່ວຍທະນາຄານ ແລະ ປະກັນໄພໃນອັດຕາສ່ວນ60%.