ປະໂຫຍດ! ຫົວຜັກບົ່ວ​​​ແດງສາມາດ ຊ່ວຍລ້າງພິດໃນຮ່າງກາຍໄດ້​

279

ຮູ້​ບໍ່​ວ່າຫົວ​ຜັກບົ່ວແດງມີ​ປະ​ສິດ​ພາບ​ໃນ​ການ​ຕໍ່ສູ້​ກັບ​ເຊື້ອ​ພະຍາດ ​ແລະ ​ແບັກ​ທີ​ເຣຍແຖມ​ຍັງ​ສາມາດ​ຊ່ວຍ​ລ້າງ​ອະໄວຍະວະ​ພາຍ​ໃນ​ຮ່າງກາຍ​ຂອງ​ເຮົາ​ໄດ້ນຳ. ມື້ນີ້​ເຮົາມີ​ເຄັດ​ລັບ​ເບິ່ງແຍງ​ສຸຂະພາບດ້ວຍ​ການ​ນຳຫົວ​ຜັກບົ່ວ​ແດງມາ​ເປັນ​ຜູ້​ຊ່ວຍ​ໃນ​ການ​ລ້າງສານພິດ​ໃນຮ່າງກາຍ​ຂະນະ​ທີ່​ເຮົາ​ກຳ​ລັງ​ນອນ​ຫຼັບ​ຢູ່​.​

ວິທີ​​ເຮັດ:

1 ນຳ​ຫົວຜັກບົ່ວແດງ​ມາ​ຊອຍ​ບາງໆແຕ່​​ຕ້ອງ​ແນ່​ໃຈ​ກ່ອນ​ວ່າຫົວ​ຜັກບົ່ວແດງ​ທີ່​ນຳ​ມາ​ໃຊ້​ນັ້ນປອດ​ສານ​ພິດ ​ໂດຍບໍ່​ມີ​ຢາ​ຂ້າ​ແມງໄມ້ແລ້ວ​ລ້າງ​ນ້ຳ​ໃຫ້​ສະ​ອາດ​ ​ແລະ ແຊ່​ນ້ຳ​ສະ​ອາດ​ຖິ້ມ​ໄວ້​ໄລຍະໜຶ່ງ​ກ່ອນ​ນຳ​ມາ​ຊອຍ ຈາກ​ນັ້ນ, ກໍ່​ນຳ​ໄປ​ໃສ່​ໄວ້​ກ້ອງຝ່າ​ຕີນ​ກ່ອນ​ໃສ່​ຖົງ​ຕີນ​ແລ້ວ​ໃສ່​ໄວ້​ແບບນັ້ນ​ໝົດຄືນ.

2 ການ​ວາງ​ຫົວ​ຜັກບົ່ວແດງໃຫ້​ວາງ​ຢູ່​ສ່ວນ​ທີ່​ແປທີ່ສຸດ​ຂອງ​ຝ່າ​ຕີນ ​ໂດຍ​ຄຸນສົມບັດ​ໃນ​ການ​ປິ່ນປົວ​ຂອງ​ຫົວ​ຜັກບົ່ວແດງ​ຄື: ຫົວ​ຜັກບົ່ວແດງຈະ​ຄ່ອ​ຍໆ​ດູດ​ຊຶມ​ຂຶ້ນ​ໄປ​ຈາກ​ຝ່າ​ຕີນ​ແລ້ວ​ຊ່ວຍກະຕຸ້ນ​ທຸກ​ຈຸດ​ທີ່​ຢູ່​ຕີນທີ່​ເຊື່ອມ​ຕໍ່​ກັບ​ອະໄວຍະວະ​ພາຍ​ໃນ​ຕ່າງໆຂອງ​ຮ່າງກາຍ​​ທັງ​ໝົດເພື່ອ​ກະຕຸ້ນ​ການເຮັດວຽກງານ ແລະ ລ້າງ​ສານ​ພິດ​ຕ່າງໆ​ຜ່ານ​ຝ່າ​ຕີນ​.

ປະໂຫຍດ​ຂອງ​ການ​ນຳຫົວ​ຜັກບົ່ວແດງວາງ​ໄວ້​ກ້ອງ​ຕີນກ່ອນ​ນອນ:

1 ເລືອດ​ຈະ​ຖືກ​ເຮັດໃຫ້​ບໍລິສຸດ​ປາດສະຈາກ​ເຊື້ອ​ພະຍາດດ້ວຍ​ກົດ​ຟົດ​ຟໍ​ລິກ​ຈາກ​ຫົວຜັກບົ່ວແດງ​ຈະ​ຖືກ​ດູດ​ຊຶມ ​ແລະ ​ຈະ​ຟອກ​ເລືອດ​ໄດ້.

2 ແບັກ​ທີ​ເຣຍ ​ແລະ ​ເຊື້ອ​ພະຍາດ​ຈະ​ຖືກ​ກຳຈັດ​ໄປ.

3 ເຮັດໃຫ້​ຕີນບໍ່​ມີ​ກິ່ນ.​​

ຫຼາຍ​ຄົນ​ອາດ​ບໍ່​ຮູ້​ວ່າຂອງ​ງ່າຍໆ​ໃກ້​ໂຕ​ກໍ່ຊ່ວຍ​ໃຫ້​ສຸຂະພາບ​​ດີ​ຂຶ້ນ​ໄດ້​ຢ່າງ​ບໍ່​ໜ້າ​ເຊື່ອ ແລະ​ ຍັງ​ງ່າຍ​ຕໍ່​ການ​ນຳ​ໄປ​ໃຊ້​ນຳ ​ເຊິ່ງສາມາດ​ທົດລອງ​​ກັນ​ກໍ່​ບໍ່​ເສຍ​ຫາຍ​ຫຍັງເພາະ​ເປັນ​ການ​ນຳ​ທຳມະຊາດ​ມາ​ບຳ​ບັດ​ຮ່າງກາຍໃຜ​ສົນ​ໃຈ​ວິທີ​ນີ້ກໍ່​ນຳ​ໄປ​ປະຕິບັດ​ກັນ​ເບິ່ງ.