ວິທີເບິ່ງແຍງສຸຂະພາບໄລຍະລະດູຮ້ອນ

1261

ປັດຈຸບັນອາກາດ ນັບມື້ຮ້ອນຂຶ້ນທຸກມື້ ການເບິ່ງແຍງສຸຂະພາບເປັນສິ່ງສໍາຄັນເພື່ອໃຫ້ຮ່າງກາຍມີຄວາມສະບາຍ ແລະ ປ້ອງກັນການເຈັບປ່ວຍຈາກອາກາດຮ້ອນ ເຮົາຄວນດູແລຕົນເອງ ແລະ ຄົນໃນຄອບຄົວ ເພື່ອສຸຂະພາບທີ່ແຂງແຮງ ຫຼີກລ່ຽງພະຍາດທີ່ຈະມາກັບລະດູຮ້ອນດ້ວຍວິທີງ່າຍໆ ດັ່ງນີ້:

อาจเป็นรูปภาพของ 1 คน และ ผลไม้

  1. ຄວນກວດເບິ່ງອຸນຫະພູມພາຍນອກຖ້າກາຍ 34°ອົງສາຄວນຫຼຸດໄລຍະເວລາເຮັດກິດຈະກຳກາງແຈ້ງ
  2. ຖ້າກາຍ 37 ອົງສາ ງົດກິດຈະກຳກາງແຈ້ງ
  3. ນຸ່ງເຄື່ອງທີ່ລະບາຍຄວາມຮ້ອນ ແລະ ບໍ່ຄັບຈົນເກີນໄປ
  4. ກິນໝາກໄມ້ທີ່ເຢັນ, ມີ ຄວາມຊຸ່ມສູງ ເຊັ່ນ: ໝາກໂມ, ແອັບເປີ້ນ, ແຄນຕາລູບ, ໝາກກ້ຽງ, ອາງຸ່ນເປັນຕົ້ນ ໝາກໄມ້ປະເພດນີ້ຈະຊ່ວຍຕື່ມຄວາມຊຸ່ມໃຫ້ຮ່າງກາຍ ພ້ອມທັງຕື່ມສານອາຫານທີ່ມີປະໂຫຍດ.
  5. ໃສ່ເສື້ອຜ້າທີ່ລະບາຍອາກາດໄດ້ດີ, ບໍ່ຮັດແໜ້ນເກີນໄປ
  6. ຖ້າມີອາການເພຍ, ຫິວນໍ້າ, ອ່ອນແຮງ, ເປັນວິນໃຫ້ຟ້າວເຂົ້າບ່ອນຮົ່ມ
  7. ປັບອຸນຫະພູມໃຫ້ເຢັນ, ດື່ມນໍ້າເຢັນ ຫຼື ໃຊ້ແພຈຸ່ມນໍ້າຖູຕົນໂຕ ຂີ້ແຮ້ ຫວ່າງຂາ ໝັ່ນດື່ມຫຼາຍໆເທື່ອ
  8. ໄລຍະອາກາດຮ້ອນຫົວໃຈ ແລະ ເສັ້ນເລືອດຈະເຮັດວຽກຫຼາຍຂຶ້ນ ຄົນມີພະຍາດປະຈຳຕົວ ຖ້າຮູ້ສຶກຜິດປົກກະຕິໃຫ້ຟ້າວໄປພົບແພດ
  9. ຊ່ວຍກັນເບິ່ງແຍງຜູ້ເຖົ້າ, ຜູ້ມີພະຍາດປະຈຳຕົວເປັນພິເສດ
  10. ໝັ່ນສັງເກດສີນໍ້າຍ່ຽວ ຖ້າມີສີເຂັ້ມ ອາດເກີດຈາກການຂາດນໍ້າ
  11. ທາຄຣີມກັນແດດທຸກຄັ້ງກ່ອນອອກຈາກເຮືອນ.

ຂໍ້ມູນຈາກ: ສຸຂະພາບມາກ່ອນ