4 ຂັ້ນຕອນ ເຮັດການຕະຫຼາດເພື່ອສ້າງຍອດຂາຍໃນຍຸກໃໝ່

341

ການຕະຫຼາດຖືເປັນສິ່ງທີ່ຂາດບໍ່ໄດ້ສຳລັບການເຮັດທຸລະກິດ ເຖິງແມ່ນວ່າສິນຄ້າ ຫຼື ການບໍລິການຂອງທ່ານຈະດີປານໃດກໍຕາມ, ແຕ່ຫາກຂາດການເຮັດການຕະຫຼາດບໍ່ຮອດກຸ່ມລູກຄ້າເປົ້າໝາຍ ທຸລະກິດຂອງທ່ານອາດຈະລົ້ມໄດ້ງ່າຍໆ. ເວົ້າສະເພາະເລື່ອງບັນຫາຂອງນັກການຕະຫຼາດສ່ວນຫຼາຍແມ່ນບໍ່ຮູ້ຈະເລີ່ມຕົ້ນເຮັດສິ່ງໃດກ່ອນ ຫຼື ສິ່ງໃດນໍາຫຼັງ ຈຶ່ງເຮັດໃຫ້ມີຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດຕົວຈິງ. ສະນັ້ນ, ອາຈານ ພູລົມ ພົມມະລາດ ຜູ້ອຳນວຍການສະຖາບັນການເງິນຄວາມຫວັງໃໝ່ ຈຶ່ງມີຂໍ້ແນະນໍາບັນດາຫຼັກການປະຕິບັດທີ່ງ່າຍໆມາຝາກຜູ້ອ່ານ ເພື່ອເປັນແນວທາງໃຫ້ທ່ານສາມາດເຂົ້າໃຈ ແລະ ປະຕິບັດຕາມວຽກ ຫຼື ແຜນງານທາງການຕະຫຼາດທີ່ວາງໄວ້ຢ່າງເປັນລະບົບ ໂດຍມີຂັ້ນຕອນໃນການເຮັດວຽກການຕະຫຼາດຕາມຂັ້ນຕອນຕໍ່ໄປນີ້:

1 ການວິເຄາະຄວາມເປັນມາ ( Background Analysis ).

ທ່ານຕ້ອງເຂົ້າໃຈຕະຫຼາດທີ່ຕົວເອງກຳລັງເຮັດຢ່າງເລິກເຊິ່ງທັງ 3 ດ້ານສາກ່ອນ ໄດ້ແກ່:

Target Consumer: ດ້ານຄວາມຕ້ອງການ ແລະ ພຶດຕິກຳກ່ຽວກັບສິນຄ້າຂອງທ່ານ. Competitive: ຈຸດອ່ອນ – ຈຸດແຂງຂອງຄູ່ແຂ່ງແຕ່ລະບໍລິສັດ ( ຫາກເປັນໄປໄດ້ຕ້ອງຫາເວລາລົມກັບຄູ່ຄ້າ ຫຼື ຄູ່ຮ່ວມທຸລະກິດຂອງບໍລິສັດຄູ່ແຂ່ງໃຫ້ຫຼາຍ ).

Brand Positioning: ສ້າງຄຸນຄ່າ ຫຼື ຈຸດຢືນປະເພດຍີ່ຫໍ້ສິນຄ້າຂອງເຮົາທີ່ກໍາລັງດໍາເນີນຢູ່.

2 ເປົ້າໝາຍຫຼັກທາງການຕະຫຼາດ ( Objective ).

ໃນຖານະທີ່ເຮົາເປັນຜູ້ປະກອບການເຮົາຕ້ອງຊັດເຈນໃນທຸກໆເລື່ອງທີ່ໄດ້ວາງແຜນ ຫຼື ລົງມືເຮັດ ໂດຍບໍ່ຕ້ອງໃຫ້ມີລັກສະນະແຄບ ຫຼື ກວ້າງເກີນໄປ ເຊິ່ງຕ້ອງເປັນການບໍລິຫານແບບສະຫຼາດ ຈຶ່ງຈະກ້າວໄປເຖິງເປົ້າໝາຍໄດ້ຢ່າງຊັດເຈນ ໂດຍຕ້ອງມີອົງປະກອບລຸ່ມນີ້:

Specific: ເຈາະຈົງບັນຫາ ຫຼື ໂອກາດທາງທຸລະກິດທີ່ຢາກໄດ້. Measurable: ສາມາດວັດໄດ້ຜົນການຈັດຕັ້ງປະຕິບັດຕົວຈິງ.

Actionable: ເຮັດແທ້ທໍາຈິງ, ມີຂໍ້ມູນ ແລະ ມີແນວທາງທີ່ຊັດເຈນ.

Relevant: ການປະຕິບັດຕ້ອງໃຫ້ສອດຄ່ອງກັບທີ່ມາຂອງການຕະຫຼາດ ຈຶ່ງຈະສາມາດແກ້ໄຂບັນຫາ ແລະ ສ້າງໂອກາດຈາກສະຖານະການປັດຈຸບັນໄດ້.

Time – related: ຄວນລະບຸເວລາທີ່ຕ້ອງການເຫັນຜົນໄດ້ຢ່າງຊັດເຈນ.

3 ແນວທາງໃນການເຂົ້າຫາເປົ້າໝາຍການຕະຫຼາດທີ່ວາງໄວ້ ( How to achieve marketing goal?).

ຍຸດທະສາດທີ່ດີຕ້ອງສ້າງຄວາມໄດ້ປຽບເໜືອກວ່າຄູ່ແຂ່ງ ໂດຍການຜ່ານການວິເຄາະຕະຫຼາດມາກ່ອນ ເນື່ອງຈາກການມີຍຸດທະສາດທີ່ດີແລ້ວ ເຮົາກໍຈະເດີນຕາມທາງທີ່ກໍານົດໄວ້ ແລະ ສິ່ງເຫຼົ່ານັ້ນຈະບໍ່ປ່ຽນແປງໄປຕາມເວລາ ເພາະເຮົາມີຫຼັກການ ແລະ ວິທີຄິດໃນຕົວຢູ່ແລ້ວ. ສໍາລັບໜ້າວຽກໃນສ່ວນນີ້ຜູ້ບໍລິຫານຕ້ອງເປັນຜູ້ເຮັດ ແລະ ສື່ສານໄປຍັງພະນັກງານຜູ້ປະຕິບັດການໃຫ້ເຂົ້າໃຈໄປໃນທິດທາງດຽວກັນ.

4 ເປັນເລື່ອງຂອງວິທີປະຕິບັດທີ່ເຮັດໃຫ້ຍຸດທະສາດນັ້ນເປັນຈິງໄດ້ ( Tactics ).

ສໍາລັບກົນລະຍຸດທາງການຕະຫຼາດນັ້ນ ເຮົາອາດຈະມີຫຼາຍວິທີເພື່ອສະໜັບສະໜູນແຜນຍຸດທະສາດທີ່ວາງໄວ້; ຖ້າເຮົາມີຍຸດທະສາດທີ່ດີ ແຕ່ບໍ່ມີວິທີການ ຫຼື ເຄັດລັບຕ່າງໆກໍຍາກທີ່ຈະໄປເຖິງຝັນໄດ້ ໂດຍສະເພາະເມື່ອເວລາປ່ຽນໄປກໍຍິ່ງເຮັດໃຫ້ການແຂ່ງຂັນສູງຂຶ້ນ ເຊິ່ງການຕະຫຼາດຖືເປັນຫົວໃຈຫຼັກຂອງສິນຄ້າ ແລະ ບໍລິການ.

[ ໂດຍ: ສົມສະຫວິນ ]