ສາວອາຍຸ 16 ປີໃນເວທີປະກວດນາງສາວນະຄອນຫຼວງ MVT01 ສຸກສະຫວັນພອນ ຫານຊະນະ

111

ອີກໜຶ່ງສາວຈາກເວທີປະກວດນາງສາວນະຄອນຫຼວງ 2020 ທີ່ຖືວ່າອາຍຸນ້ອຍທີ່ສຸດ MVT01 ສຸກສະຫວັນພອນ ຫານຊະນະ ຫຼື ແອ່ນນີ້ ອາຍຸພຽງ 16 ປີ, ຢູ່ບ້ານດອນກອຍ ເມືອງສີສັດຕະນາກ ແຂວງນະຄອນຫຼວງວຽງຈັນ.

ແອ່ນນີ້ບອກວ່າ: ປັດຈຸບັນກຳລັງສຶກສາຢູ່ທີ່ໂຮງຮຽນ ມ.ສໂພນທັນ; ເຫດຜົນທີ່ເຂົ້າມາປະກວດຍ້ອນຢາກສານຝັນໃຫ້ເປັນຈິງແລະພ້ອມກັບພັດທະນາສັກກາຍະພາບຂອງຕົນໃຫ້ດີຂຶ້ນ.

ຄວາມຄາດຫວັງໃນເວທີປະກວດນີ້ຄືນ້ອງຢາກໄດ້ປະສົບການໃນເວທີນີ້ເພື່ອພັດທະນາຕົນເອງເພື່ອໄປຕໍ່ຍອດໃນອະນາຄົດຂ້າງຫນ້າຕໍ່ໄປ.

ນ້ອງຄິດວ່ານ້ອງສາມາດເປັນແບບຢ່າງທີ່ດີໃຫ້ແກ່ນ້ອງເຍົາວະຊົນ, ເປັນແບບຢ່າງທີ່ດີໃຫ້ແມ່ຍິງລາວແລະນຳຄຸນຄ່າຂອງແມ່ຍິງລາວຄ່ຽງຄູ່ກັບວັດທະນາທຳໄປເຜີຍແຜ່ສູ່ສາກົນ.

ເປົ້າຫມາຍໃນອະນາຄົດຂອງນ້ອງແມ່ນການຢາກສານຝັນໃຫ້ເປັນຈິງກໍຄືການເປັນນາງງາມແລະປະສົບຜົນສຳເລັດໃນການງານ.

ເຄັດລັບໃນການຮັກສາສຸຂະພາບແມ່ນການກິນອາຫານໃຫ້ຄົບ5ຫມູ່ໃນທຸກໆມື້,ກິນຜັກແລະຫມາກໄມ້ຫລາຍໆເພື່ອລະບົບການຂັບຖ່າຍ ແລະ ຫມັ່ນອອກກຳລັງກາຍໃນທຸກໆມື້.

ໃນເວລາຫວ່າງນ້ອງມັກອ່ານຫນັງສື ແລະ ແລ່ນອອກກຳລັງກາຍ.

ຜູ້ຊາຍໃນສະເປັກຂອງນ້ອງແມ່ນຄົນທີ່ມີຄວາມເຂົ້າໃຈເຊິ່ງກັນລະກັນ, ໃຫ້ກຽດເຊິ່ງກັນ, ຊື່ສັດຕໍ່ກັນ ກໍຄືການບໍ່ເບິ່ງຄົນທີ່ພາຍນອກ ແລະ ເບິ່ງທັດສະນະຄະຕິຂອງເຂົາພ້ອມ.

ຄອບຄົວນ້ອງມີນ້ອງເປັນລູກສາວກົກ ແລະ ມີນ້ອງຊາຍອີກ 2 ຄົນ.

ຝາກເຊຍ ເປັນກໍາລັງໃຈໃຫ້ ແອ່ນນີ້ MVT01 ແນ່ເດີ້