ຫາດຊາຍຟອງ ວາງສະແດງສິນຄ້າໂອດ໊ອບເປີດຍາວຮອດ 1 ມີນາ

171

ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ ໄດ້ເປີດງານວາງສະແດງຂາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ(ໂອດ໊ອບ)ຂອງຕົນເປັນ ຄັ້ງທີ VI ແລ້ວ ແລະປີ 2020ນີ້ງານໄດ້ເລີ່ມຂຶ້ນແຕ່ວັນທີ 26 ກຸມພາ​ ທີ່ບ້ານດົງຄຳຊ້າງ ໂດຍການເຂົ້າຮ່ວມຂອງ ທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ,​ ທ່ານເຈົ້າເມືອງໆຫາດຊາຍຟອງ,​ ມີຕາງໜ້າພະແນກອຸດສາຫະກຳ ແລະການຄ້ານະຄອນຫຼວງວຽງຈັນ,​ ຫ້ອງການອຸດສາຫະກຳ ແລະການຄ້າເມືອງອ້ອມຂ້າງ,​ ພາກທຸລະກິດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​

ການຈັດງານແມ່ນ ໄດ້ມີການຫ້າງຫາກະກຽມເລີ່ມຕົ້ນກະກຽມມາແຕ່ຕົ້ນເດືອນກຸມພາ 2020​ ເປັນຕົ້ນມາ ໂດຍພາຍໃຕ້ການຊີ້ນໍາຈາກຄະນະພັກອົງການປົກຄອງເມືອງຫາດຊາຍຟອງ ກໍຄືພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໂດຍໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງບໍ່ວ່າຈະເປັນອົງການປົກຄອງບ້ານດົງຄໍາຊ້າງ ໂດຍມີຈຸດປະສົງເພື່ອເປັນການກະຕຸກຊຸກຍູ້ການຜະລິດເປັນສິນຄ້າ, ການແລກປ່ຽນຊື້ – ຂາຍຂອງພໍ່ແມ່ປະຊາຊົນເພື່ອເຮັດໃຫ້ເປັນທຸລະກິດ ແລະ ປະຊາຊົນມີເສດຖະກິດ ມີຊີວິດຢູ່ທີ່ດີຂຶ້ນເລື້ອຍໆ.

ທັງນີ້,​ ພາຍໃນງານຕະຫຼາດ ມີບັນຫົວໜ່ວຍທຸລະກິດ,​ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ໂອດ໊ອບ ເຂົ້າຮ່ວມ 10 ຫົວໜ່ວຍ,​ ສິນຄ້າຄອບຄົວຕົວແບບ 12 ຫົວໜ່ວຍ ແລະ ໂຮງງານອຸດສາຫະກຳ 3 ຫົວໜ່ວຍ,​ ຫັດຖະກຳຕ່ຳແຜ່ນ 3 ຫົວໜ່ວຍ,​ ຫັດຖະກຳຈັກສານ 2 ຫົວໜ່ວຍ,​ ຫັດຖະກຳແກະສະລັກໄມ້ ແລະ ເຄື່ອງເງິນ 2 ຫົວໜ່ວຍ,​ ຜະລິດຕະພັນຫັດຖະກຳ 3 ຫົວໜ່ວຍ,​ ອາຫານ ແລະ ເຄື່ອງດື່ມ 4 ຫົວໜ່ວຍ ແລະ ຕະຫຼາດນັດ 25 ຫົວໜ່ວຍ.

ພ້ອມນີ້, ການຈັດງານວາງສະແດງ ແມ່ນແຕ່ວັນທີ 24 ກຸມພາ ຫາ 1 ມີນາ 2020.