ເຄື່ອງດື່ມຈາກໝາກໂມ ທີ່ບໍ່ມີສ່ວນປະສົມຂອງແອລກໍຮໍ

68

ໝາກໂມປະກອບດ້ວຍ ສານອາຫານຕ່າງໆ ໄດ້ແກ່:          ແຄລຊຽມ, ຟົດຟໍຣັດ, ທາດເຫຼັກ, ໂປຣແທສຊຽມ ແລະ ວິຕາມິນຕ່າງໆ ເປັນຕົ້ນແມ່ນວິຕາມິນ A ທີ່ມີເປັນຈຳນວນຫຼາຍໃນໝາກໂມແດງ ເຊິ່ງມີສ່ວນຊ່ວຍແກ້ຫິວນ້ຳ, ຫຼຸດອາກາດອ່ອນເພຍ ແລະ ຊ່ວຍເພີ່ມຄວາມສົດຊື່ນໃຫ້ແກ່ຮ່າງກາຍໄດ້ເປັນຢ່າງດີ.

ສ່ວນປະສົມ:

1 ໝາກໂມໄຈ້ແກ່ນອອກໃຫ້ໝົດ 4 ຖ້ວຍນ້ອຍ.

2 ໝາກແຕງ 2 ໜ່ວຍ.

3 ນ້ຳເຊື່ອມ ຫຼື ນ້ຳເຜິ້ງ 3 ບ່ວງແກງ.

4 ນ້ຳໝາກນາວ 4 – 6 ບ່ວງແກງ.

5 ໂຊດາ 2 ແກ້ວ.

6 ນ້ຳກ້ອນ.

ວິທີປະສົມ:

ນຳໝາກໂມໃສ່ເຄື່ອງປັ່ນພ້ອມປອກເປືອກໝາກແຕງອອກ ແລະ ຊອຍລົງເຄື່ອງປັ່ນໆພ້ອມກັນຈົນລະອຽດດີ ແລ້ວຈຶ່ງນຳມາຕອງເອົາແຕ່ນ້ຳ ( ກໍລະນີທີ່ມີເຄື່ອງສະກັດນ້ຳໝາກໄມ້ກໍຍິ່ງເປັນການດີ ເພາະຈະຊ່ວຍຖະໜອມວິຕາມິນໄດ້ຫຼາຍຂຶ້ນ ).

ຈາກນັ້ນ, ເອົາໃສ່ໂຖປະສົມນ້ຳເຊື່ອມ ແລະ ນ້ຳໝາກນາວໃຫ້ເຂົ້າກັນດີ ເມື່ອຈະດື່ມຈຶ່ງປະສົມນ້ຳກ້ອນ ແລະ ໂຊດາລົງໄປ ຊີມລົດຊາດໃຫ້ອອກສົ້ມປົນຫວານແລ້ວຖອກໃສ່ຈອກແຕ່ງໜ້າດ້ວຍໝາກໂມ ຫຼື ໃບມິ້ນກໍໄດ້.

( ຂໍ້ມູນຈາກ: health-foundations.com )

[ ຮຽບຮຽງ: ນຸ້ມນິ້ມ ]