Monthly Archives: February, 2020

ຕາດຄາ ມີຄວາມສວຍງາມ ແລະ ສູງທີ່ສຸດໃນເມືອງໜອງແຮດ

ຕາດຄາ ເປັນຕາດທໍາມະຊາດທີ່ມີຄວາມສວຍງາມ ແລະ ສູງທີ່ສຸດຂອງແຂວງຊຽງ ຂວາງ ຕັ້ງຢູ່ບ້ານຄັງພະນຽນ ເມືອງໜອງແຮດ, ຫ່າງຈາກເທສະບານເມືອງແປກ ປະມານ 104 ກິໂລແມັດ ຕາມເສັ້ນທາງເລກ 7 ແລະ ຫ່າງຈາກເສັ້ນທາງດັ່ງກ່າວເຂົ້າສູ່ແຫຼ່ງທ່ອງທ່ຽວ ປະມານ 5 ກິໂລແມັດ ເປັນທາງປູດ້ວຍຫີນ. ຕາດຄາ ເປັນຕາດທີ່ມີຄວາມສວຍງາມເປັນຢ່າງຍິ່ງ ເພາະນໍ້າຂາວໃສສະອາດທີ່ອອກຈາກຮູຜາໄຫຼລົງມາໂຕນໃສ່ຕາດທີ່ເປັນຫຼາຍຂັ້ນ ກະແຈກກະຈາຍທີ່ມີ ຄວາມສູງ ປະມານ...

ດີໃຈນຳ! ນັກຮຽນ 4 ບ້ານ ເມືອງເລົ່າງາມ ໄດ້ຮັບອາຄານຮຽນຫຼັງໃໝ່

ໃນວັນທີ 25 ກຸມພາ 2020 ຫ້ອງການສຶກສາທິການ ແລະ ກີລາເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທີມອບ - ຮັບ ແລະ ເປີດນຳໃຊ້ອາຄານຮຽນຫຼັງໃໝ່ ທີ່ໂຮງຮຽນມັດທະຍົມຕອນຕົ້ນກະຕວດ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຫວັນ ສີສະໝຸດ ກຳມະການພັກເມືອງ, ຮອງເຈົ້າເມືອງເລົ່າງາມ, ຜູ້ຊີ້ນຳວຽກງານວັດທະນະທຳ - ສັງຄົມ; ມີ...

ສົງຄາມການຄ້າເຮັດໃຫ້ສ.ເກົາຫຼີລົງທຶນໃນຫວຽດນາມຫຼາຍຂຶ້ນ

ການລົງທຶນຂອງບໍລິສັດສ.ເກົາຫຼີໃນຫວຽດນາມຂະຫຍາຍຕົວຕໍ່ເນື່ອງຈາກສົງຄາມການຄ້າລະຫວ່າງອາເມຣິກາກັບຈີນ,ຫຼ້າສຸດຊໍາຊຸງກຽມສ້າງສູນວິໄຈ ແລະ ພັດທະນາໃນຫວຽດນາມ,ສ່ວນເອສເຄກຽມເຂົ້າຊື້ຮຸ້ນໃນບໍລິສັດວິນກຣຸບຂອງຫວຽດນາມ. ຊໍາຊຸງຈະໃຊ້ຈ່າຍເງິນ220ລ້ານໂດລາເພື່ອສ້າງສູນ ອາແອນດີໃນເມືອງຫຼວງຂອງຫວຽດນາມທີ່ມີກໍານົດເປີດນໍາໃຊ້ພາຍໃນປີ2022,ສ່ວນເອສເຄ ກຣຸບ ປະກາດລົງທຶນໃນວິນກຣຸບກຸ່ມບໍລິສັດຂະໜາດໃຫຍ່ສຸດຂອງຫວຽດນາມເພື່ອຂະຫຍາຍຕົວທຸລະກິດລົດ ແລະ ທຸລະກິດອື່ນໆໃນຫວຽດນາມ. ປັດຈຸບັນການລົງທຶນໂດຍກົງຂອງບໍລິສັດສ.ເກົາຫຼີໃນຫວຽດນາມຂະຫຍາຍຕົວປະມານ10%ເມື່ອພິຈາລະນາຈາກການອະນຸມັດໂຄງການຕ່າງໆຂອງລັດຖະບານຫວຽດນາມໃນປີ2019ທີ່ຜ່ານມາເມື່ອປຽບທຽບກັບປີກ່ອນທີ່ມີມູນຄ່າ7,9ຕື້ໂດລາຄິດເປັນອັດຕາສ່ວນປະມານ20%ຂອງເງິນລົງທຶນໃນຫວຽດນາມ ແລ ະຖືວ່າສ.ເກົາຫຼີຄືກຸ່ມລົງທຶນຫຼາຍທີ່ສຸດອັນດັບ1ໃນຫວຽດນາມໃນຮອບ3ປີ. ບໍລິສັດສ.ເກົາຫຼີພະຍາຍາມຫາໂອກາດຂະຫຍາຍການລົງທຶນໃນຫວຽດນາມ,ສ່ວນໜຶ່ງເປັນເພາະເສດຖະກິດໃນປະເທດງຽບເຫງົາໂດຍຫວຽດນາມເປັນຕະຫຼາດສົ່ງອອກໃຫຍ່ທີ່ອັນດັບ3ຂອງສ.ເກົາຫຼີຮອງຈາກຈີນ ແລະ ອາເມຣິກາ.

ໂຮງໝໍແຂວງຫຼວງນ້ຳທາສະຫຼຸບວຽກງານ 2019

ວັນທີ 26 ກຸມພາ 2020 ໂຮງໝໍແຂວງຫຼວງນໍ້າທາ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານການບໍລິການປິ່ນປົວ ແລະ ຟື້ນຟູໜ້າທີ່ການປີ 2019 ແລະ ແຜນປີ 2020 ໂດຍການເປັນປະທານຂອງ ທ່ານ ດຣ. ແສງວົງ ບຸດຕະວົງ ອຳນວຍການໂຮງໝໍແຂວງ ຫຼວງນ້ຳທາ; ເຂົ້າຮ່ວມມີ ທ່ານ ດຣ. ບຸນນຳ ເພັດສີຄາມ...

ດີໃຈນຳ! ເມືອງບົວລະພາ ໄດ້ຮັບອຸປະກອນການແພດ

ອາທິດຜ່ານມາຢູ່ທີ່ຫ້ອງວ່າການປົກເມືອງບົວລະພາແຂວງ ຄຳມ່ວນ ໄດ້ຈັດພິທີມອບ - ຮັບເຄື່ອງອຸປະກອນການແພດ ໂດຍບໍລິສັດ ສາຍພູຫຼວງ, ສະພາອຸດສາຫະກຳການຄ້າ ແຂວງຄຳມ່ວນ, ໂຄງການຮ່ວມໃຈແບ່ງປັນອາຍອຸ່ນຈາກປະເທດໄທ ມອບເຄື່ອງອຸປະກອນການແພດໃຫ້ກັບເມືອງບົວລະພາ. ປະກອບມີ: ຊຸດວັດຄວາມດັນແບບສອດແຂນ, ເຄື່ອງມືວັດນໍ້າຕານໃນເລືອດ 2 ຊຸດ, ຊິງຕິດນໍ້າໜັກເດັກນ້ອຍເກີດໃໝ່ 1 ຊຸດ, ຖັງອົກຊີແຊນຈໍານວນ 5 ຊຸດ ແລະ ອື່ນໆ ລວມມູນຄ່າທັງໝົດ...

ເປີດໂຕລົດ ຊູຊຸກິ S-Press

ບໍລິສັດ KP 3G&NOMURA TRADING CO.,LTD ຜູ້ນໍາເຂົ້າ ແລະ ຈັດຈໍາໜ່າຍລົດ Suzuki ໄດ້ຈັດພິທີເປີດໂຕລົດໃໝ່ New Suzuki S-Presso ເພື່ອເປັນທາງເລືອກໃຫ້ຜູ້ຊົມໃຊ້ລົດ ເອັສຢູວີ ຂະໜາດນ້ອຍລາຄາປະຢັດສໍາລັບໃຊ້ໃນຕົວເມືອງ ຂຶ້ນໃນວັນທີ 24 ກຸມພາ 2020 ທີ່ສູນການຄ້າ ລາວ - ໄອເຕັກ...

ການປະຕິບັດວຽກງານຄວບຄຸມວັນນະໂລກມີຜົນຄືບໜ້າດີຂຶ້ນ

ວັນທີ 25 ກຸມພາ 2020 ສູນຄວບຄຸມວັນນະໂລກ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານວັນນະໂລກທົ່ວປະເທດ ປະຈຳປີ 2019 ຂຶ້ນທີ່ຫ້ອງປະຊຸມໄຟຟ້າ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ. ນາງ ພອນນາລີ ຈິດຕະມະນີ ຫົວໜ້າສູນຄວບຄຸມວັນນະໂລກ, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດ ຕໍ່ກະຊວງສາທາລະນະສຸກ. ທ່ານ...

ສະໜາມຍິງປືນ 5 ເມສາ ພ້ອມ 100% ຮັບໃຊ້ ຊຽງຂວາງເກມ, ທັບກີລາຍິງປືນ ນວ ຕັ້ງເປົ້າ 2 ຫຼຽນຄໍາ

ສະໜາມຮອງຮັບຈັດການແຂ່ງຂັນຍິງປືນ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ຈະເປີດສາກຂຶ້ນໃນເດືອນມີນານີ້ ແມ່ນມີຄວາມພ້ອມ 100% ໂດຍສະເພາະສະໜາມຍິງປືນ 5 ເມສາ ແມ່ນພ້ອມທຸກດ້ານ. ຂະນະທີ່ ທັບນັກກີລາ ນະຄອນຫຼວງວຽງຈັນ ພ້ອມສົ່ງ 16 ນັກກີລາ ແລະ ຕັ້ງເປົ້າພຽງ 2 ຫຼຽນຄໍາ. ທ່ານ...

ຫາລືຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ວັນທີ 25 ກຸມພາ 2020 ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ( ຄຕຟງ ) ສະໄໝສາມັນ ຄັ້ງທີ I ປະຈໍາປີ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ,...

ສາທາແຈ້ງຄົນລາວຢູ່ ສ. ເກົາຫຼີ ເຝົ້າລະວັງພະຍາດ ໂຄວິດ – 19 ຢ່າງໃກ້ຊິດ

ສະຖານະການການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ - 19 ລາມໄປ 37 ປະເທດ ໜຶ່ງໃນນັ້ນ ສ.ເກົາຫຼີ ກຳລັງປະເຊີນໜ້າກັບການລະບາດຂອງພະຍາດດັ່ງກ່າວ ຮອດປັດຈຸບັນມີຜູ້ຕິດເຊື້ອແລ້ວ 1 ພັນ ກວ່າຄົນ ເສຍຊີວິດແລ້ວ 12 ຄົນ. ດັ່ງນັ້ນ, ກະຊວງສາທາ ໄດ້ແຈ້ງໃຫ້ຄົນລາວທັງໃນ ແລະ ຕ່າງປະເທດ ເຝົ້າລະວັງ ແລະ...
- Advertisment -
Slide
Slide

Most Read

error: Content is protected !!