ສາທາແຈ້ງຄົນລາວຢູ່ ສ. ເກົາຫຼີ ເຝົ້າລະວັງພະຍາດ ໂຄວິດ – 19 ຢ່າງໃກ້ຊິດ

75

ສະຖານະການການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ – 19 ລາມໄປ 37 ປະເທດ ໜຶ່ງໃນນັ້ນ ສ.ເກົາຫຼີ ກຳລັງປະເຊີນໜ້າກັບການລະບາດຂອງພະຍາດດັ່ງກ່າວ ຮອດປັດຈຸບັນມີຜູ້ຕິດເຊື້ອແລ້ວ 1 ພັນ ກວ່າຄົນ ເສຍຊີວິດແລ້ວ 12 ຄົນ. ດັ່ງນັ້ນ, ກະຊວງສາທາ ໄດ້ແຈ້ງໃຫ້ຄົນລາວທັງໃນ ແລະ ຕ່າງປະເທດ ເຝົ້າລະວັງ ແລະ ປ້ອງກັນຕົວເອງຢ່າງເອົາຈິງເອົາຈັງ.

ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວໃນວັນທີ 26 ກຸມພາ 2020 ວ່າ: ສະພາບການລະບາດຂອງພະຍາດ ໂຄວິດ – 19 ໃນ ສປ ຈີນ ມີທ່າອ່ຽງຫຼຸດລົງ ແຕ່ບັນຫາໃໝ່ຄືປະເທດ        ສ.ເກົາຫຼີ ພົບຜູ້ຕິດເຊື້ອພະຍາດ ໂຄວິດ – 19 ມີຈໍານວນເພີ່ມຂຶ້ນຢ່າງໄວວາ ແລະ ຕິດຕໍ່ກັນເປັນວົງກວ້າງ. ນອກຈາກພົບຜູ້ຕິດເຊື້ອໃນ ສປ ຈີນ ກໍຍັງກວມເອົາ 37 ປະເທດທີ່ມີກໍລະນີສະສົມ. ສ່ວນ ສປປ ລາວ ແມ່ນມີກໍລະນີສົງໄສ 43 ກໍລະນີ ແລະ ກວດວິເຄາະແມ່ນບໍ່ພົບເຊື້ອພະຍາດທັງ 43 ຕົວຢ່າງ.

ກະຊວງສາທາລະນະສຸກ ກໍໄດ້ແຈ້ງໄປຫາບໍລິສັດທ່ອງທ່ຽວທີ່ມີແຜນເດີນທາງໄປທ່ຽວປະເທດ ສ.ເກົາຫຼີ ໃຫ້ເລື່ອນການເດີນທາງອອກໄປກ່ອນ ເນື່ອງຈາກມີຄວາມສ່ຽງສູງທີ່ຈະຕິດເຊື້ອ ລວມທັງແຈ້ງເຕືອນປະຊາຊົນໃຫ້ຮັບຮູ້ຂໍ້ມູນ – ຂ່າວສານທີ່ຖືກຕ້ອງ, ເອົາໃຈໃສ່ເປັນເຈົ້າການໃນການປ້ອງກັນຕົນເອງ ແລະ ຫຼີກລຽງການເດີນທາງໄປເຂດທີ່ກຳລັງມີການລະບາດ.

ສໍາລັບຂ່າວລືກ່ຽວກັບການໂຈະຖ້ຽວບິນຊົ່ວຄາວເດີນທາງລະຫວ່າງ ສປປ ລາວ ແລະ   ສ.ເກົາຫຼີ ຮອດປັດຈຸບັນແມ່ນຍັງບໍ່ເຫັນມີແຈ້ງການຈາກລັດວິສາຫະກິດການບິນລາວ. ເຖິງຢ່າງໃດກໍຕາມ, ທາງກະຊວງສາທາລະນະສຸກກໍໄດ້ກະກຽມຂໍ້ມູນ ເພື່ອລາຍງານໃຫ້ຄະນະສະເພາະກິດພິຈາລະນາຕໍ່ກໍລະນີດັ່ງກ່າວ ແລະ ເຂັ້ມງວດຕິດຕາມຢ່າງໃກ້ຊິດ ໂດຍສະເພາະແມ່ນບັນດາກຸ່ມຄົນທີ່ເດີນທາງມາຈາກເຂດລະບາດ ແລະ ກຸ່ມຄົນທີ່ເຂົ້າມາເຮັດວຽກຕາມສະຖານທີ່ເຮັດວຽກຕ່າງໆ, ພ້ອມທັງກະກຽມຄວາມພ້ອມໃນໂຮງໝໍສູນກາງ ແລະ ໂຮງໝໍແຂວງ ໂດຍສະເພາະບັນດາໂຮງໝໍທີ່ມີ ຄວາມສ່ຽງຢູ່ເຂດຊາຍແດນ ເຊັ່ນ: ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈໍາປາສັກ ເຊິ່ງໄດ້ກຽມວັດຖຸອຸປະກອນ ເພື່ອຮັບໃຊ້ໃນວຽກງານເຝົ້າລະວັງ.

ຂໍ້ມູນຈາກຄະນະກຳມະການສາທາລະນະສຸກ ແລະ ສຸຂະພາບແຫ່ງຊາດຈີນ ລາຍງານມາຮອດເວລາ 24 ໂມງ ຂອງວັນທີ 25 ກຸມພາ 2020 ຈາກ 31 ແຂວງ ໃນທົ່ວປະເທດຈີນ ມີຜູ້ຕິດເຊື້ອ 78.064 ກໍລະນີ, ປິ່ນປົວເຊົາດີ 29.745 ກໍລະນີ ແລະ ເສຍຊີວິດ 2.715 ກໍລະນີ. ປັດຈຸບັນພົບຜູ້ຕິດເຊື້ອ ກວມເອົາ 37 ປະເທດ ມີຈໍານວນຜູ້ຕິດເຊື້ອ 2.628 ກໍລະນີ ແລະ ເສຍຊີວິດ 42.

ນອກນັ້ນ, ໃນວັນທີ 25 ກຸມພາ 2020 ຜ່ານມາ ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສ.ເກົາຫຼີ ໄດ້ອອກແຈ້ງການສະບັບ ເລກ 167/ສລຊ.ກສ.20 ລົງວັນທີ 25 ກຸມພາ 2020 ໃຫ້ຊາວລາວທີ່ດໍາລົງຊີວິດ ຢູ່ ສ.ເກົາຫຼີ ໃຫ້ຫຼີກລຽງການເດີນທາງໄປຍັງພື້ນທີ່ທີ່ພົບຜູ້ຕິດເຊື້ອຈໍານວນຫຼາຍ, ສໍາລັບຜູ້ທີ່ອາໄສຢູ່ພື້ນທີ່ດັ່ງກ່າວຂໍໃຫ້ຫຼີກລຽງການເດີນທາງໄປພື້ນທີ່ສ່ຽງ ຫຼື ຮ່ວມກິດຈະກຳທີ່ມີຄົນຈໍານວນຫຼາຍ ແລະ ມີສະຕິລະມັດລະວັງ, ເອົາໃຈໃສ່ຮັກສາສຸຂະພາບໃຫ້ແຂງແຮງ, ໝັ່ນລ້າງມືໃຫ້ສະອາດ, ສໍາລັບຜູ້ທີ່ມີອາການໄອ, ຈາມ, ໄຂ້ ຫຼື ມີຄວາມຜິດປົກກະຕິບໍລິເວນທາງເດີນຫາຍໃຈ ຫຼື ສົງໄສວ່າມີການຕິດເຊື້ອດັ່ງກ່າວໃຫ້ຮີບໄປພົບແພດ ເພື່ອຮັບການກວດກາ ຫຼື ຖ້າພົບກໍລະນີເຈັບປ່ວຍຕ້ອງສົງໄສ ຂໍໃຫ້ຕິດຕໍ່ກົມຄວບຄຸມພະຍາດ ສ.ເກົາຫຼີ ສຳນັກງານກວດກາຄົນເຂົ້າ – ອອກເມືອງ ສ. ເກົາຫຼີ.

ໃນເວລາເດີນທາງໄປໂຮງໝໍ ຫຼື ໜ່ວຍງານທາງການແພດ ໃຫ້ໃສ່ຜ້າອັດປາກ ແລະ ຖ້າມີເຫດການຈຳເປັນສາມາດຕິດຕໍ່ສະຖານເອກອັກຄະລັດຖະທູດໄດ້ທີ່ໝາຍເລກໂທລະສັບ ( 02 ) 796 – 1713/4 ຫຼື ມືຖື 010 – 4033 – 6579. ພ້ອມທັງໃຫ້ຕິດຕາມຂ່າວສານການແຜ່ລະບາດຂອງເຊື້ອພະຍາດຢ່າງໃກ້ຊິດ.

ທ່ານ ໜູແດງ ຈັນທະຜາສຸກ ຜູ້ອຳນວຍການຝ່າຍຂາຍຂອງລັດວິສາຫະກິດການບິນລາວ ໃຫ້ຮູ້ວ່າ: ການບິນລາວຈະໂຈະຖ້ຽວບິນໄປ ສ.ເກົາຫຼີ ຊົ່ວຄາວ ເພາະບໍ່ມີຜູ້ໂດຍສານ ແລະ ຄົນ ສ.ເກົາຫຼີ ສ່ວນຫຼາຍຈະບໍ່ເດີນທາງອອກນອກປະເທດໃນໄລຍະນີ້ ເນື່ອງຈາກການແຜ່ລະບາດຂອງພະຍາດປອດອັກເສບສາຍພັນໃໝ່ ( COVID – 19 ) ໃນ ສ.ເກົາຫຼີ, ໃນວັນທີ 25 ກຸມພາ ການບິນລາວ ກໍໄດ້ຍົກເລີກຖ້ຽວບິນໄປແລ້ວໜຶ່ງຖ້ຽວ ເພາະຜູ້ໂດຍສານທັງໝົດຍົກເລີກການຈອງ ແລະ ຄາດວ່າຈະເປີດຖ້ຽວບິນນີ້ໄດ້ອີກຄັ້ງກໍຕໍ່ເມື່ອສະພາບການລະບາດຂອງພະຍາດປອດອັກເສບສາຍພັນໃໝ່ຢູ່ ສ.ເກົາຫຼີ ກັບສູ່ພາວະປົກກະ  ຕິ.

ອີງຕາມການລາຍງານ ຂອງສຳນັກຂ່າວຢອນຮັບ ( Yonhap.co.kr ) ລາຍງານໃນວັນທີ 26 ກຸມພາວ່າ: ພາຍໃນ ສ.ເກົາຫຼີ ມີຜູ້ຕິດເຊື້ອທັງໝົດ 1.146 ກໍລະນີ. ໃນນັ້ນ, ເມືອງແດກູ 1.100 ກໍລະນີ ແລະ ເສຍຊີວິດແລ້ວ 12 ຄົນ.
[ ຂ່າວ: ທິບອຸສາ+ກາວຊົ່ງ; ຮູບ: ສຸກສະຫວັນ ]