ເປີດໂຕລົດ ຊູຊຸກິ S-Press

186

ບໍລິສັດ KP 3G&NOMURA TRADING CO.,LTD ຜູ້ນໍາເຂົ້າ ແລະ ຈັດຈໍາໜ່າຍລົດ Suzuki ໄດ້ຈັດພິທີເປີດໂຕລົດໃໝ່ New Suzuki S-Presso ເພື່ອເປັນທາງເລືອກໃຫ້ຜູ້ຊົມໃຊ້ລົດ ເອັສຢູວີ ຂະໜາດນ້ອຍລາຄາປະຢັດສໍາລັບໃຊ້ໃນຕົວເມືອງ ຂຶ້ນໃນວັນທີ 24 ກຸມພາ 2020 ທີ່ສູນການຄ້າ ລາວ – ໄອເຕັກ ໂດຍມີຜູ້ບໍລິຫານລະດັບສູງຂອງ ບໍລິສັດ KP 3G&NOMURA TRADING CO.,LTD ພ້ອມດ້ວຍຜູ້ຈັດງານວາງສະແດງ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.

ໃນພິທີຜູ້ຈັດການຝ່າຍຂາຍ ບໍລິສັດ KP 3G&NOMURA TRADING CO.,LTD ກ່າວວ່າ: New Suzuki S-Presso ເປັນລົດ SUV ຂະໜາດນ້ອຍກະທັດຮັດທີ່ມີການອອກແບບໃຫ້ມີເອກະລັກສະເພາະ, ມີຮູບໂສມໂດດເດັ່ນທັນສະໄໝ  ແລະ ແຂງແກ່ນ.

ເຄື່ອງຈັກແອັດຊັງ 1,0 ລິດ, ມີ 3 ສູບ, ໃຫ້ກໍາລັງສູງສຸດ 50 ແຮງມ້າ ທີ່ 5.500 ຮອບຕໍ່ນາທີ, ແຮງບິດສູງສຸດ 90 ນິວຕັນແມັດ ທີ່ 3.500 ຮອບຕໍ່ນາທີ, ເນັ້ນການປະຢັດນໍ້າມັນ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

ພາຍໃນຫ້ອງໂດຍສານແມ່ນຖືກອອກແບບໃຫ້ມີພື້ນທີ່ໃຊ້ງານຢ່າງກວ້າງ ຂວາງ, ລະບົບພວງມາໄລໄຟຟ້າ, ມາດຕາວັດຄວາມໄວແບບດິຈິຕອລ, ມີລະບົບແອເຢັນ ແລະ ແອອຸ່ນ, ລະບົບເຄື່ອງສຽງ AM/FM ມີຊ່ອງສຽບ USB/AUX. ນອກນັ້ນ, ຍັງສາມາດເຊື່ອມຕໍ່ Bluetooth ເຂົ້າກັບໂທລະສັບຂອງທ່ານຢ່າງງ່າຍດາຍ, ມີລະບົບຄວາມປອດໄພ ABS ແລະ EBD ຖົງລົມນິລະໄພຄູ່ໜ້າ, ເຂັມຂັດນິລະໄພແບບດຶງລັ້ງ. ພ້ອມນັ້ນ, ຍັງມີພື້ນທີ່ສໍາລັບເກັບມ້ຽນສໍາພາລະດ້ານຫຼັງ, ສາມາດບັນຈຸໄດ້ 239 ລິດ ແລະ ຍັງມີລະບົບເຊັນເຊີຫຼັງເພື່ອຊ່ວຍໃນການເຂົ້າຈອດໄດ້ງ່າຍຂຶ້ນ, ລົດNew Suzuki S-Pressoມີ 5 ສີໃຫ້ເລືອກ.

( ຂ່າວ: ພຸດຕີ້; ຮູບ: ສອນໄຊ )