ມາເບິ່ງອາຍຸໃນການໃຊ້ງານຂອງອາໄຫຼ່ລົດທີ່ສໍາຄັນ ແລະ ເວລາໃນການປ່ຽນ

342

 

ການເບິ່ງແຍງຮັກສາລົດໃຫຍ່ ສໍາລັບບາງຄົນອາດເບິ່ງເປັນເລື່ອງຈຸກຈິກ ແລະ ບາງເທື່ອຄິດໄປເອງວ່າ ຂັບມາແຕ່ດົນບໍ່ຕ້ອງເບິ່ງແຍງກໍບໍ່ເຫັນຈະເປັນຫຍັງ.
ຄວາມຈິງແລ້ວຖ້າຄິດແບບນີ້ຖືວ່າຜິດພາດ ເພາະອາຍຸການໃຊ້ງານຂອງອາໄຫຼ່ລົດແຕ່ລະຢ່າງບໍ່ຄືກັນ, ສະນັ້ນເປັນສິ່ງຈໍາເປັນຜູ້ໃຊ້ລົດຕ້ອງຮູ້ ເພາະຖ້າມື້ໃດທີ່ລົດຫາກເພຂຶ້ນມາຄ່າໃຊ້ຈ່າຍໃນການສ້ອມແປງຄົງບໍ່ແມ່ນໜ້ອຍແນ່ນອນ.
ອາໄຫຼ່ບາງຢ່າງ ເມື່ອເຖິງໄລຍະທີ່ກໍານົດກໍຄວນປ່ຽນໃໝ່ໃຫ້ຮຽບຮ້ອຍຢ່າລໍຊ້າ ເພື່ອໃຫ້ລົດໃຫຍ່ຂອງທ່ານຢູ່ໃນສະພາບພ້ອມໃຊ້ງານຫຼາຍທີ່ສຸດ.

ສໍາລັບອາໄຫຼ່ທີ່ຕ້ອງການປ່ຽນເລື້ອຍໆປ່ຽນເປັນປະຈໍາເມື່ອເຖິງໄລຍະເວລາທີ່ກໍານົດ ມີຢູ່ດັ່ງນີ້:
1. ນໍ້າມັນເຄື່ອງ ແລະ ໄສ້ກອງນໍ້າມັນເຄື່ອງ: ມີໜ້າທີ່ຊ່ວຍຫຼໍ່ລື່ນຊິ້ນສ່ວນຕ່າງໆທີ່ຢູ່ພາຍໃນເຄື່ອງຈັກ ເຊິ່ງໄລຍະປ່ຽນຖ່າຍຈະຢູ່ທີ່ 5.000 – 10.000 ກິໂລແມັດ ( ໄລຍະຂຶ້ນຢູ່ກັບປະເພດນໍ້າມັນທີ່ໃຊ້ ). ແຕ່ຖ້າພົບວ່ານໍ້າມັນເຄື່ອງປ່ຽນເປັນສີດໍາ ທ່ານສາມາດປ່ຽນກ່ອນທີ່ມັນຈະເຖິງໄລຍະໄດ້ເລີຍ ເພາະນໍ້າມັນເຄື່ອງເສື່ອມສະພາບແລ້ວ.
2. ໝໍ້ໄຟ: ມີທັງແບບແຫ້ງ ແລະ ແບບປຽກ ໂດຍແບບແຫ້ງນັ້ນບໍ່ຈໍາເປັນຕ້ອງໄດ້ຮັບການເບິ່ງແຍງ ຫຼັງຫຼາຍຕະຫຼອດອາຍຸການໃຊ້ງານແຕ່ລາຄາຈະແພງກວ່າ ເພາະຕ້ອງຕື່ມນໍ້າກັ່ນໃຫ້ຢູ່ໃນເກນທີ່ກໍານົດສະເໝີ. ຄວນກວດເຊັກຢ່່າງໜ້ອຍເດືອນລະ 1ເທື່ອ ແລະ ອາຍຸການໃຊ້ງານໝໍ້ໄຟສ່ວນໃຫຍ່ຢູ່ທີ່ 2 – 3 ປີ.


3. ໄສ້ກອງອາກາດ: ເຮັດໜ້າທີ່ໃນການກອງເອົາສິ່ງສົກກະປົກ ໃນອາກາດກ່ອນທີ່ຈະເຂົ້າໄປໃນເຄື່ອງຈັກ ບໍ່ດັ່ງນັ້ນອາດຈະເຮັດໃຫ້ສິ່ງສົກກະປົກຫຼຸດລອດເຂົ້າມາຈົນເຮັດໃຫ້ເກີດການອັດຕັນ ເຮັດໃຫ້ກໍາລັງເຄື່ອງຈັກຫຼຸດລົງ ການເຜົາໄໝ້ເຮັດບໍ່ໄດ້ເຕັມທີ່ ແລະ ອື່ນໆ ເຊິ່ງທ່ານສາມາດນໍາມັນມາເປົ່າທໍາຄວາມສະອາດໄດ້ທຸກໆ 3.000 – 5.000 ກິໂລແມັດ ແລະ ຄວນປ່ຽນໃໝ່ ເມື່ອໃຊ້ໄປຈົນເຖິງໄລຍະ 20.000 ກິໂລແມັດຫຼື 1 ປີ.
4. ຜ້າເບຣກ: ຖືເປັນຊິ້ນສ່ວນສໍາຄັນໃນການຢຸດ ຫຼື ຫ້າມລໍ້ ໄລຍະທີ່ຄວນປ່ຽນສ່ວນໃຫຍ່ຢູ່ທີ່ 50.000 – 70.000 ກິໂລແມັດ ແຕ່ຖ້າໄດ້ຍິນສຽງດັງຂະນະຢຽບເບຣກ ສະແດງວ່າເຖິງໄລຍະເຕືອນແລ້ວ ໃຫ້ຮີບຟ້າວຈັດການປ່ຽນທັນທີ, ບໍ່ດັ່ງນັ້ນຈານດິດສະເບຣກອາດເປັນຮອຍຂູດ ຈະເສຍເງິນເພີ່ມໃນການເຈຍຈານດິດສະເບຣກຕື່ມ.

5. ຫົວທຽນ: ຄວນປ່ຽນໃໝ່ເມື່ອເຖິງໄລຍະປະມານ 40.000 ກິໂລແມັດ ເພາະຖ້ານໍ້າມັນເສື່ອມສະພາບເມື່ອໃດ ເຄື່ອງຈັກຈະເຮັດວຽກໄດ້ບໍ່ເຕັມທີ່ ແລະ ອາດມີອາການສະດຸດຕາມມາອີກດ້ວຍ.
6. ນໍ້າມັນເກຍ ແລະ ໄສ້ກອງນໍ້າມັນເກຍ: ຄວນປ່ຽນຖ່າຍເມື່ອເຖິງໄລຍະ 20.000 – 40.000 ກິໂລແມັດ ເພື່ອຍືດອາຍຸການໃຊ້ງານ ເພາະເກຍມີການເຄື່ອນທີ່ຕະຫຼອດເວລາ ຈຶ່ງເຮັດໃຫ້ມີການຫຼຸ້ຍຫ້ຽນ ແລະ ເສື່ອມສະພາບສູງ.
7. ໄສ້ກອງນໍ້າມັນເຊື້ອໄຟ: ເຮັດໜ້າທີ່ດັກຈັບສິ່ງສົກກະປົກ ທີ່ມາຈາກນໍ້າມັນທີ່ທ່ານຕື່ມ ( ທັງເຄື່ອງຈັກແອັດຊັງ ແລະ ຈັກກາຊວນ ) ເຊິ່ງຖ້າຫາກທ່ານປ່ອຍໃຫ້ໄສ້ກອງຕັນ ຈະເຮັດໃຫ້ສະຕາດຕິດຍາກ, ເຄື່ອງຈັກເລັ່ງບໍ່ຂຶ້ນ ແລະ ມີກໍາລັງສົ່ງບໍ່ພໍ. ສ່ວນໄລຍະເວລາທີ່ຄວນປ່ຽນໃໝ່ ຄື: 2 ປີ ຫຼື 40.000 ກິໂລແມັດ ( ແລ້ວແຕ່ລຸ້ນລົດທີ່ໃຊ້ ).

8. ຫຼອດໄຟ: ບໍ່ສະເພາະແຕ່ໄຟໜ້າ ຫຼື ໄຟທ້າຍເທົ່ານັ້ນ, ໄຟລ້ຽງ ແລະ ໄຟຕັດໝອກ, ໄຟຖອຍຫຼັງ ແລະ ອື່ນໆ ກໍບໍ່ຄວນເບິ່ງຂ້າມ ຄວນກວດເຊັກເບິ່ງໃຫ້ດີວ່າ ສ່ອງສະຫວ່າງຄົບທຸກດອກ ຫຼື ບໍ່ ຫາກພົບວ່າວົງໃດຂາດກໍຄວນຮີບຈັດການປ່ຽນໃໝ່ທັນທີ.
9. ໃບປັດນໍ້າຝົນ: ກ່ອນທີ່ຈະເຂົ້າລະດູຝົນໃນແຕ່ລະປີ ຄວນຈັດການປ່ຽນໃໝ່ໃຫ້ຮຽບຮ້ອຍ ເພາະໃບປັດນໍ້າຝົນຈະເສື່ອມສະພາບໄວກວ່າສ່ວນອື່ນ ເນື່ອງຈາກຖືກແສງແດດຫຼາຍທີ່ສຸດ ຈົນເຮັດໃຫ້ໃບປັດແຂງ ເວລາປັດກໍບໍ່ສະອາດເທົ່າກັນ ຫຼື ປັດນໍ້າອອກບໍ່ໝົດ.

10. ສາຍພານທາມມິ່ງ: ຖືເປັນສາຍພານຫຼັກຂອງເຄື່ອງຈັກບາງລຸ້ນ ເມື່ອໃກ້ເຖິງໄລຍະ 100.000 ກິໂລແມັດ ຄວນປ່ຽນໃໝ່ທັນທີ ເພາະຫາກສາຍພານທາມມິ່ງຂາດຂຶ້ນມາ ເຄື່ອງຈັກຂອງທ່ານເສຍຫາຍຮຸນແຮງແນ່ນອນ.
ທັງໝົດນີ້ຄືຊິ້ນສ່ວນອາໄຫຼ່ທີ່ທ່ານຕ້ອງໄດ້ເບິ່ງ ແລະ ຕິດຕາມປ່ຽນຕາມໄລຍະເວລາທີ່ກໍານົດ ຖ້າຫາກທ່ານປະຕິບັດໄດ້ຕາມນີ້ຈະຍືດອາຍຸໃຫ້ລົດຂອງທ່ານໄດ້ໃຊ້ງານຍາວຂຶ້ນ.