ເປີດທາງການແລ້ວ ງານວາງສະແດງລົດທີ່ສູນການຄ້າວຽງຈັນເຊັນເຕີ ລະຫວ່າງ 5 – 13 ສິງຫາ

311

 

ເປີດແລ້ວ Vientian Center Motor Show 2023 ທີ່ສູນການຄ້າວຽງຈັນເຊັນເຕີ ມີບັນດາຄ້າຍລົດ 10 ກວ່າບໍລິສັດຮ່ວມວາງສະແດງ ແລະ ບັນດາບໍລິສັດຫ້າງຮ້ານ ຫຼາຍຫົວ ໜ່ວຍ ເຊິ່ງຈັດຂຶ້ນເປັນປີທີ 6.

ພິທີເປີດທາງການໄດ້ມີຂຶ້ນໃນວັນທີ 5 ສິງຫາ 2023 ທີ່ສູນການຄ້າວຽງຈັນເຊັນເຕີ ໂດຍການເຂົ້າຮ່ວມຂອງ ທ່ານ ດາລາ ອິນດາວົງ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍແຂກຮັບເຊີນ, ບໍລິສັດຫ້າງຮ້ານ ແລະ ສື່ມວນຊົນເຂົ້າຮ່ວມ.


ທ່ານ ນາງ ສະຫວັນທອງ ອຸນມີໄຊ ຮອງຜູ້ອໍານວຍການບໍລິສັດ ພັດທະນາສູນເສດຖະກິດການຄ້າ ຄົບວົງຈອນ ໜອງຈັນຕອນເໜືອ ຈໍາກັດ ກ່າວວ່າ: ງານ Vientian Center Motor Show 2023 ເປັນງານປະຈໍາປີຂອງສູນການຄ້າວຽງຈັນເຊັນເຕີ ເຊິ່ງປີນີ້ກໍໄດ້ຈັດຂຶ້ນເປັນປີທີ 6 ໂດຍງານດັ່ງກ່າວນີ້ ຈັດຂຶ້ນໃຫ້ເຫັນຄວາມສໍາຄັນທາງດ້ານການພັດທະນານະວັດຕະກໍາຍານຍົນ ແລະ ພັກດັນສົ່ງເສີມທຸລະກິດຍານຍົນ ເພື່ອເປັນການຕອບສະໜອງຄວາມຕ້ອງການໃນການຊົມໃຊ້ໃຫ້ແກ່ລູກຄ້າ ເຊິ່ງເປັນອີກທາງເລືອກໜຶ່ງໃນການຕັດສິນໃຈຊື້ພາຫະນະທີ່ມີຄຸນນະພາບ ແລະ ເໝາະສົມຕາມຄວາມຕ້ອງການ ພ້ອມມີຫຼາກຫຼາຍໂປຣໂມຊັນຈາກບໍລິສັດຕົວແທນຈໍາໜ່າຍລົດທີ່ເຂົ້າຮ່ວມເພື່ອງານນີ້ໂດຍສະເພາະ.


ທ່ານຍັງໃຫ້ຮູ້ວ່າ: ພາຍໃນງານຄັ້ງນີ້ປະກອບມີຫຼາກຫຼາຍບໍລິສັດຕົວແທນຈໍາໜ່າຍພາຫະ ນະຊັ້ນນໍາ ແລະ ຜູ້ສະໜັບສະໜູນ ເຊັ່ນ: ບໍລິສັດ ໄບ (BAIC); ໂຟຕອນ ( FOTON ); ບີວາຍດີ ( BYD ); ຮຸນໄດ ( HYUNDA I); ເກຍ ( KIA ); ມິດຊູບິຊິ ( MITSUBISHI ); ຊາງອັນ ( CHANGAN ); ເຊີຣີ ( CHERY ); ຕົງເຟີງ ( DONGFENG ); ເຈເອັມ ອີວີ ( JMEV ); ເນຕ້າ ( NETA ); ນິສສັນ ( NISSAN ); ຊູຊຸກິ ( SUSUKI ); ວູຫຼິງ ( WULING ); ຢາຕິ ( YADEA ) ແລະ ບໍລິສັດ – ຫ້າງຮ້ານອື່ນໆ.


ພາຍໃນງານຍັງມີຫຼາກຫຼາຍກິດຈະກໍາ ແລະ ທີ່ສໍາຄັນ ບັນດາບໍລິສັດຕົວແທນຈໍາໜ່າຍຕ່າງໆກໍໄດ້ມີໂປຣໂມຊັນຫຼາຍຢ່າງໜ້າສົນໃຈ ໂດຍສະເພາະບັນດາລູກຄ້າທີ່ເຂົ້າໄປຈັບຈອງລົດໃນໄລຍະງານວາງສະແດງຈະໄດ້ຮັບສິດທິພິເສດອີກ.