ມາຮູ້ຈັກລົດ Hyundai CRETA 2023

57

 

Hyundai CRETA 2023 ເປັນລົດ SUV ຂະໜາດນ້ອຍ ສໍາລັບໃຊ້ງານໃນເມືອງເປັນຫຼັກ ຮອງຮັບຜູ້ໂດຍສານ 5 ບ່ອນນັ່ງ ສາມາດປັບປ່ຽນພື້ນທີ່ເກັບເຄື່ອງໄດ້ດ້ວຍການພັບເບາະຫຼັງ ມີຫຼັງຄາແວ່ນ ລະບົບຊ່ວຍຂັບຂີ່ Hyundai Smart Sense ຂຶ້ນຢູ່ກັບລຸ້ນຍ່ອຍ ແບ່ງເປັນ 4 ລະດັບການຕົກແຕ່ງຄື Trend, Style, Style Plus ແລະ Smart ສ່ວນສີໂຕຖັງມີໃຫ້ເລືອກ 4 ສີ ພ້ອມລຸ້ນພິເສດ Black Edition.


Hyundai CRETA 2023 ການອອກແບບພາຍນອກ Hyundai CRETA 2023 ມາພ້ອມກັບກະຈັ່ງໜ້າ Parametric Jewel ລາຍຕາລາງໂຄມ້ຽມດໍາ ໄຟສ່ອງສະຫວ່າງດ້ານໜ້າມີທັງແບບຫຼອດອາໂລເຈນ ແລະ LED ຕາມແຕ່ລຸ້ນຍ່ອຍ ພ້ອມລະບົບເປີດ – ປິດ ອັດຕະໂນມັດ ແວ່ນເບິ່ງຂ້າງປັບພັບໄຟຟ້າ ຕິດຕັ້ງຮາວຫຼັງຄາສະປອຍເລີ້ຫຼັງ, ຫຼັງຄາແວ່ນ Panoramic ມີສະເພາະລຸ້ນ Style Plus ລໍ້ອັນລອຍ ມີ 2 ແບບຄື ສີປອນ ກັບ ສີທູໂທນ ປັດເງົາຂະໜາດ 17 ນິ້ວ ສ່ວນລຸ້ນພິເສດ Black Edition ຈະໄດ້ຫຼັງຄາແກ້ວ ລວມທັງລໍ້ອັນລອຍສີດໍາ ຂະນະທີ່ຂະໜາດໂຕຖັງມີຄວາມຍາວ 4.315 ມິນລີແມັດ ກວ້າງ 1.790 ມິນລີແມັດ ສູງ 1.630 ມິນລີແມັດ ໄລຍະຖານລໍ້ 2.610 ມິນລີແມັດ ຄວາມສູງພື້ນລົດ 200 ມິນລີແມັດ.

ການອອກແບບພາຍໃນໃຊ້ໂທນສີດໍາ ແຖບປະດັບສີດໍາເງົາ Piano Black ເບາະນັ່ງຫຸ້ມໜັງສີດໍາ ພວງມາໄລໄຟຟ້າຫຸ້ມໜັງ ພ້ອມປຸ່ມຄວບຄຸມເຄື່ອງສຽງດີຈີຕອນ 10,25 ນິ້ວມີໃນລຸ້ນ Smart ສາມາດເລືອກໂໝດຂັບຂີ່ໄດ້ 4 ຮູບແບບຄື ECO, Comfort, Sport ແລະ Smart ລວມທັງໂໝດການຂັບຂີ່ຕາມສະພາບຖະໜົນ ຄື Snow, Sand ແລະ Mud ຈໍກາງເປັນແບບສໍາຜັດຂະໜາດ 8 ນິ້ວ ຮອງຮັບ Apple CarPlay ແລະ Android Auto ແບບໄຮ້ສາຍ ມີລະບົບສາກໂທລະສັບແບບໄຮ້ສາຍ, ລະບົບປັບອາກາດແບບທໍາມະດາ ແລະ ອັດຕະໂນມັດ ພ້ອມຊ່ອງແອ ສໍາລັບຜູ້ໂດຍສານດ້ານຫຼັງ ກຸນແຈເປັນແບບ Smart Keyless Entry ມີຟັງຊັ້ນສະຕາສຜ່ານຣີໂໝດ ເບາະແຖວຫຼັງແຍກພັບ 60:40 ເພື່ອເພີ່ມພື້ນທີ່ສໍາລັບເກັບເຄື່ອງໄດ້ ຂະນະທີ່ລຸ້ນພິເສດ Black Edition ໃຫ້ລໍາໂພງ Bose ເປັນອຸປະກອນມາດຕະຖານ.


Hyundai CRETA 2023 ໃຊ້ເຄື່ອງຈັກແບນຊິນ 4 ສູບ ຂະໜາດຄວາມຈຸ 1,5 ລິດ D-CVVT ກໍາລັງສູງສຸດ 115 ແຮງມ້າທີ່ 6.300 ຮອບຕໍ່ນາທີ ແລະ ແຮງບິດສູງສຸດ 144 ນິວຕັ້ນແມັດທີ 4.500 ຮອບຕໍ່ນາທີ ສົ່ງກໍາລັງຜ່ານເກຣຍອັດຕະໂນມັດ CVT ຂັບເຄື່ອນລໍ້ໜ້າ ອັດຕາການກິນນໍ້າມັນສະເລ່ຍ 16,7 ກິໂລແມັດຕໍ່ລິດ.

Hyundai CRETA 2023 ຕິດຕັ້ງຖົງລົມນິລະໄພ 6 ຈຸດ ເບຣກ ABS, ລະບົບຄວບຄຸມສະຖຽນລະພາບ, ລະບົບຄວບຄຸມການຊົງໂຕ, ລະບົບຊ່ວຍອອກໂຕ ໃນທາງຄ້ອຍຊັນ. ສັນຍານໄຟສຸກເສີນອັດຕະໂນມັດ ເມື່ອເບຣກກະທັນຫັນ ກ້ອງເບິ່ງພາບຂະນະຖອຍຫຼັງ ແລະ ຈຸດອື່ນໆ ເບາະນັ່ງເດັກນ້ອຍ ISOFIX.


ສ່ວນລະບົບຊ່ວຍຂັບຂີ່ Hyundai SmartSense ຈະມີສະເພາະລຸ້ນ Smart ແລະ Black Edition ປະກອບດ້ວຍລະບົບເຕືອນ ແລະ ເບຣກສຸກເສີນອັດຕະໂນມັດ, ລະບົບຊ່ວຍຄວບຄຸມລົດໃຫ້ຢູ່ໃນເລນ ລະບົບເຕືອນ ແລະ ຊ່ວຍຫຼີກລ່ຽງການຕໍາໃນມູມອັບສາຍຕາ ລະບົບເຕືອນ ແລະ ຊ່ວຍເບຣກໃນຂະນະຖອຍຫຼັງ ລະບົບຄວບຄຸມໄຟສູງອັດຕະໂນມັດເປັນຕົ້ນ.