ສະໜາມຍິງປືນ 5 ເມສາ ພ້ອມ 100% ຮັບໃຊ້ ຊຽງຂວາງເກມ, ທັບກີລາຍິງປືນ ນວ ຕັ້ງເປົ້າ 2 ຫຼຽນຄໍາ

473

ສະໜາມຮອງຮັບຈັດການແຂ່ງຂັນຍິງປືນ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ຈະເປີດສາກຂຶ້ນໃນເດືອນມີນານີ້ ແມ່ນມີຄວາມພ້ອມ 100% ໂດຍສະເພາະສະໜາມຍິງປືນ 5 ເມສາ ແມ່ນພ້ອມທຸກດ້ານ. ຂະນະທີ່ ທັບນັກກີລາ ນະຄອນຫຼວງວຽງຈັນ ພ້ອມສົ່ງ 16 ນັກກີລາ ແລະ ຕັ້ງເປົ້າພຽງ 2 ຫຼຽນຄໍາ.

ທ່ານ ພຸດທະສັກ ສຸກອາລຸນ ປະທານສະຫະພັນຍິງປືນ ນະຄອນຫຼວງວຽງຈັນ ທັງເປັນຜູ້ອໍານວຍການສະໜາມຍິງປືນ 5 ເມສາ ໃຫ້ສໍາພາດກັບສື່ມວນຊົນໃນວັນທີ 25 ກຸມພາ 2020 ທີ່ສະໜາມຍິງປືນ 5 ເມສາ ວ່າ: ການແຂ່ງຂັນຍິງປືນ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ແມ່ນຈະມາແຂ່ງຂັນທີ່ ນະຄອນຫຼວງວຽງຈັນ ເຊິ່ງມາຮອດປັດຈຸບັນຄວາມພ້ອມຂອງສະໜາມ 100% ລວມທັງອຸປະກອນ, ລະບົບ, ກໍາມະການ ແລະ ອື່ນໆ, ໂດຍສະເພາະສະໜາມ 5 ເມສາຈະໃຊ້ແຂ່ງຂັນ ປືນອັດລົມ ປືນສັ້ນ – ປືນຍາວ, ປືນ 22 ໄລຍະ 25 ແມັດ ( ຍິງ-ຊາຍ ) ແລະ ປືນຍາວທ່ານອນ 50 ແມັດ.

“ ທັບນັກກີລາຍິງປືນ ນະຄອນຫຼວງວຽງຈັນ ແມ່ນໄດ້ເລີ່ມຝຶກຊ້ອມມາເປັນໄລຍະ 2 ເດືອນແລ້ວ ໂດຍຊ້ອມແຕ່ວັນຈັນ-ວັນສຸກ ເວລາ 10 ເຊົ້າ – 4 ໂມງແລງ ທີ່ສະໜາມຍິງປືນ 5 ເມສາ ໂດຍຈະສົ່ງນັກກີລາເຂົ້າຮ່ວມທັງໝົດ 16 ຄົນ ( ຍິງ 7 ຄົນ ) ຄົບທຸກລາຍການ ແລະ ມີຄວາມພ້ອມທຸກດ້ານ, ສ່ວນຄວາມຫວັງປີນີ້ພວກເຮົາຕັ້ງໄວ້ທີ 2 ຫຼຽນຄໍາ ເນື່ອງຈາກວ່າມີນັກກີລາໃໝ່ເປັນສ່ວນຫຼາຍ ປະສົມກັບນັກກີລາເກົ່າ ເຖິງວ່າໃນກີລາແຫ່ງຊາດຄັ້ງທີຜ່ານມາກໍຄື ອຸດົມໄຊ ເກມ 2014 ພວກເຮົາສາມາດຍາດໄດ້ເຖິງ 10 ຫຼຽນຄໍາ ເນື່ອງຈາກປີດັ່ງກ່າວແມ່ນໃຊ້ນັກກີລາລະດັບມື 1 ແຕ່ປັດຈຸບັນນັກກີລາຈໍານວນດັ່ງກ່າວສ່ວນຫຼາຍແມ່ນໄປແຂ່ງຂັນໃຫ້ກັບພາກສ່ວນອື່ນ ” ທ່ານ ພຸດທະສັກ ກ່າວ.

ທ່ານກ່າວອີກວ່າ: ແນ່ນອນຄູ່ແຂ່ງທີ່່ສໍາຄັນຂອງ ທັບນັກກີລາຍິງປືນ ໃນຊຽງຂວາງ ເກມ ກໍແມ່ນ ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ. ຢ່າງໃດກໍຕາມ ພວກເຮົາໄດ້ຕັ້ງການອັດສີດກະຕຸ້ນນັກກີລາຄື ຫຼຽນຄໍາຈະໃຫ້ 6 ລ້ານກີບ ລວມເຖິງປີນີ້ພວກເຮົາຍັງມີນະໂຍບາຍອື່ນໆ ແລະ ໄດ້ຮັບການສະໜັບສະໜູນໃນການຝຶກຊ້ອມຈາກ ບໍລິສັດ ຜູ້ຈັດການຝຶກຊ້ອມກີລາຍິງປືນ ຈໍາກັດ ຢ່າງສະດວກສະບາຍ.

ຂະນະດຽວກັນ ທ່ານ ນາງ ກົງຄໍາ ບົວແສງພະຈັນ ນັກກີລາຍິງປືນຂອງ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ: ໃນກີລາແຫ່ງຊາດຄັ້ງທີ່ຜ່ານມາ ເຄີຍຍາດໄດ້ຫຼຽນເງິນປະເພດດ່ຽວ ຢູ່ຫຼວງພະບາງ ແລະ ໄດ້ຫຼຽນເງິນປະເພດທີມ, ສ່ວນປີນີ້ຂ້ອຍຈະລົງແຂ່ງຂັນ 2 ປະເພດຄື ຍິງປືນສັ້ນອັດລົມຍິງ ແລະ ປືນສັ້ນມາດຕະຖານ 25 ແມັດຍິງ ເຊິ່ງມາຮອດປັດຈຸບັນແມ່ນມີຄວາມພ້ອມເຕັມທີ່ ຫຼັງໄດ້ຝຶກຊ້ອມມາເກືອບ 2 ເດືອນແລ້ວ ໂດຍສະເພາະສະຖິຕິແມ່ນດີຂຶ້ນເລື້ອຍໆໃນລະດັບມາດຕະຖານ ແນ່ນອນຕັ້ງເປົ້າຫວັງຫຼຽນທັງ 2 ລາຍການທີ່ລົງແຂ່ງຂັນ.

ສຳລັບການແຂ່ງຂັນກີລາຍິງປືນ ຊຽງຂວາງ ເກມ ຈະມີການຊີງໄຊ 32 ຫຼຽນຄຳ ແມ່ນຍ້າຍມາແຂ່ງຂັນທີ່ 2 ສະໜາມ ນະຄອນຫຼວງວຽງຈັນ ກໍຄື ສະໜາມຍິງປືນ 5 ເມສາ ແລະ ສະໜາມຍິງປືນແຫ່ງຊາດ ຫຼັກ 16 ໃນລະຫວ່າງວັນທີ 8-17 ມີນາ 2020 ເນື່ອງຈາກສະໜາມແຂ່ງຂັນທີ່ແຂວງຊຽງຂວາງ ເຈົ້າພາບ ບໍ່ພ້ອມດໍາເນີນການແຂ່ງຂັນ.
(ຂ່າວ-ຮູບ: ຄໍາສອນ)