ສິລະປິນລາວຮ່ວມກັນສ້າງ 3 ຜົນງານເພງໃນຊຽງຂວາງ ເກມ

280

ລວມສິລະປິນລາວ ຮ່ວມກັນສ້າງຜົນງານເພງຮັບໃຊ້ໃນມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ຊຽງຂວາງ ແລະ ພິທີປະກາດທົ່ງໄຫຫີນຊຽງຂວາງເປັນມໍລະດົກໂລກ ໂດຍໄດ້ສ້າງບົດເພງຈໍານວນ 3 ເພງ ເພື່ອເປັນການປະກອບສ່ວນ.

ທ່ານ ບຸນມະນີ ພົມມະສານ ປະທານສະໂມສອນບານເຕະ ໃຫ້ສໍາພາດວ່າ: ປັດຈຸບັນບົດເພງດັ່ງກ່າວໄດ້ສໍາເລັດຮຽບຮ້ອຍ ເຊິ່ງບົດເພງທີ 1 ມີຊື່ວ່າ: “ ຊຽງຂວາງເກມ 2020 ” ປະພັນໂດຍ ບຸນພົບ ເພັງສາສານຸວົງ ຮຽບຮຽງຈັງຫວະທໍານອງໂດຍ ບຸມມະນີ ພົມມະສານ; ເພງທີ 2 ຊື່ວ່າ: “ ທົ່ງໄຫຫີນມໍລະດົກໂລກ ” ປະພັນໂດຍ ທ່ານ ພອນສະຫວັນ ພັນທະວິຈິດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອຸດົມໄຊ ເຈົ້າຂອງລາງວັນ ຊີໄຣ ປີ 2016, ສຽງດົນຕີໂດຍ ສົມພົງ ສີສຸວັນນະວົງ, ຮຽບຮຽງສຽງປະສານທໍານອງໂດຍ ບຸນມະນີ ພົມມະສານ ແລະ ເພງທີ 3 ຊື່ວ່າ:   “ ຂອບໃຈຈາກເຈົ້າພາບແຂວງຊຽງຂວາງ ” ປະພັນໂດຍ ທ່ານ ພອນສະຫວັນ ພັນທະວິຈິດ, ຮຽບຮຽງຈັງຫວະທໍານອງໂດຍ ບຸນມະນີ ພົມມະສານ ຮ້ອງໂດຍ: ລວມສິລະປິນຍິງ – ຊາຍ ທີ່ມາຈາກບັນດາຄ້າຍເພງໃນນະຄອນຫຼວງວຽງຈັນ.

ບັນດານັກຮ້ອງແມ່ນໄດ້ຖືກຄັດເລືອກຜູ້ທີ່ມີຄວາມສາມາດ ແລະ ມີຄຸນສົມບັດມີລະບຽບວິໄນດີເພື່ອມາຮ່ວມງານ ໄດ້ແກ່: ເປັກ ບຸນມະນີ ພົມມະສານ, ຕົ້ນ ທະວີສັກ ທຳມະວົງສາ ຫົວໜ້າຄ້າຍເພງທີເຄຊາວລາວ, ອິນປັນ ບໍລິຫານ ( ຕຸ້ຍໂອເວີແດ້ນ ), ພຸດທະສິນ ວິພົມມະວົງສາ ( ຕູ່ຮີໂຣ ), ຕົ້ນ ເພັດນະຄອນ ສຸດທິວົງ, ສົງກາ ສາຍບຸນມີ, ບຸນຖົມ ພັນທະມາລີ, ບີ້ເທຍຣີ ບຸນໄຊ ແກ້ວປະເສີດ, ສຸວັນນະສອນ ສີພັນດອນ, ດາວັນ    ວິຈິດວົງສາ, ປີໂນ້ ວົງສະຫວ່າງ, ສົມເພັດ ບຸດດາວົງ, ມະລິ ແອງເຈີ້, ກາ ຫຼ້າພາວັນ,  ສຸວັນທິບ ແສງເດືອນ, ຈາລະວີ ສິຣິມຸງຄຸນ, ມິນິ ແອັງເຈີ້ ແລະ ເປັດນ້ອຍ ວິມາລາ ວໍລະຈັກ.

ໄລຍະຜ່ານມາກໍໄດ້ຮ່ວມກັນຜະລິດຜົນງານເພງຮັບໃຊ້ງານກີລາສຳຄັນ ເຊັ່ນ: ເພງ “ ກີລາມະຫາວິທະຍາໄລອາຊຽນ ” ຄັ້ງທີ 16 ທີ່ປະເທດລາວເປັນເຈົ້າພາບຄັ້ງທໍາອິດ ແລະ ເພງ “ ອຸດົມໄຊເກມ ” ປີ 2014 ງານກີລາແຫ່ງຊາດທີ່ແຂວງອຸດົມໄຊ ເຊິ່ງບົດເພງດັ່ງກ່າວໄດ້ຮັບຄວາມນິຍົມຊົມຊອບຈາກມະຫາຊົນ ແລະ ໄດ້ຖືກຍ້ອງຍໍຈາກຂັ້ນເທິງມາແລ້ວ.

ປັດຈຸບັນທັງ 3 ບົດເພງໄດ້ສຳເລັດ ແລະ ໄດ້ສົ່ງໄປພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຊຽງຂວາງ ເພື່ອນຳໃຊ້ໂຄສະນາມະຫະກຳກີລາແຫ່ງຊາດ ແລະ ຈະຖ່າຍມິວສິກວິດີໂອເພື່ອໂຄສະນາທາງໂທລະພາບ ແລະ ສື່ຕ່າງໆ. ພ້ອມດຽວກັນນີ້, ກໍໄດ້ກຽມຮ້ອງປະກອບສ່ວນໃນພິທີປະກາດທົ່ງໄຫຫີນເປັນມໍລະດົກໂລກ ແລະ ພິທີເປີດມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງອີກ.

[ ຂ່າວ: ນຸ້ມນິ້ມ; ຮູບ: ບຸນມະນີ ພົມມະສານ ]