ນວ ສອບເສັງຄັດເລືອກນັກຮຽນເກັ່ງ ກຽມເຂົ້າຮ່ວມແຂ່ງຂັນລະດັບຊາດ

136

ເພື່ອເປັນການຄັດເລືອກເອົານັກຮຽນເກັ່ງທີ່ໄດ້ອັນດັບທີ 1 ຂອງແຕ່ລະວິຊາ ໃນຊັ້ນມັດທະຍົມ ມ,4 ແລະ ມ.7 ເພື່ອເປັນຕົວແທນຂອງນັກຮຽນທົ່ວນະຄອນຫຼວງວຽງຈັນເຂົ້າຮ່ວມການສອບເສັງລະດັບຊາດ ໃນເດືອນ ມີນາ 2020 ຈະມາເຖິງນີ້.

ໃນວັນທີ 27 ກຸມພາ ຜ່ານມາ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດການສອບເສັງນັກຮຽນເກັ່ງລະດັບນະຄອນຫຼວງວຽງຈັນ ສົກຮຽນ 2019-2020 ຂຶ້ນທີ່ໂຮງຮຽນ ມັດທະຍົມປາຍ ມິດຕະພາບວຽງຈັນ-ໂຮ່ຈິມິນ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ແລະ ຕັດຫົວບົດສອບເສັງຂອງທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ມີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ, ຜູ້ອໍານວຍການໂຮງຮຽນ ມັດທະຍົມປາຍ ມິດຕະພາບວຽງຈັນ-ໂຮ່ຈິມິ, ພ້ອມດ້ວຍຕາງໜ້າຈາກຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະກໍາມະການ, ຄູນໍາພາ ແລະ ນ້ອງນັກຮຽນນັກສອບເສັງຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ທ່ານ ບຸນທັນ ແສງມະນີ ຫົວໜ້າຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກິລາ ໄດ້ໃຫ້ຮູ້ວ່າ: ການສອບເສັງໃນຄັ້ງນີ້, ແມ່ນເພື່ອເປັນການຈັດຕັ້ງປະຕິບັດແຜນພັດທະນາສຶກສາທິການ ແລະ ກິລາ ວາງອອກແນໃສ່ຍົກສູງຄຸນນະພາບຂອງການສຶກສາໃຫ້ເທົ່າທຽມກັບສາກົນເທື່ອລະກ້າວ, ເພື່ອສ້າງຂະບວນການໃຫ້ນັກຮຽນໄດ້ມີໂອກາດເຂົ້າຮ່ວມການແຂ່ງຂັນໃນແຕ່ລະຂັ້ນ, ສົ່ງເສີມການຮຽນ-ການສອນຢູ່ໃນສາຍສາມັນສຶກສາ ໂດຍສະເພາະແມ່ນຊັ້ນປະຖົມ ແລະ ມັດທະຍົມ ໃນທົ່ວນະຄອນຫຼວງໃຫ້ມີບັນຍາກາດຟົດຟື້ນ, ມີລັກສະນະແຂ່ງຂັນ ເຮັດໃຫ້ຂະບວນການສອນດີ-ຮຽນເກັ່ງ, ຊຶ່ງນອນຢູ່ໃນ 3 ຂໍ້ແຂງຂັນຂອງກະຊວງສຶກສາທິການ ແລະ ກິລາ ວາງອອກປາກົດຜົນເປັນຈິງ, ສ້າງໂອກາດໃຫ້ນັກຮຽນທີ່ມີພອນສະຫວັນໄດ້ສະແດງອອກທາງດ້ານຄວາມຮູ້, ຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນເອງ.

ສໍາລັບການສອບເສັງນັກຮຽນເກັ່ງຂັ້ນນະຄອນຫຼວງວຽງຈັນ ສົກນີ້, ແມ່ນສອບເສັງ ວິຊາພາສາລາວ, ຄະນິດສາດ, ໂລກອ້ອມຕົວ (ສໍາລັບຊັ້ນ ປ.5) ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ເຄມີສາດ ແລະ ຟີຊິກສາດ (ສໍາລັບຊັ້ນມັດທະຍົມ ມ.4 ແລະ ມ.7) ໂດຍມີນັກສອບເສັງ ທັງໝົດ 558 ນ້ອງ, ຍິງ 362 ນ້ອງ ຈັດເປັນ 26 ຫ້ອງສອບເສັງ ທີ່ໂຮງຮຽນ ມ ປາຍ ມິດຕະພາບວຽງຈັນ-ໂຮ່ຈິມິນ ໃນນັ້ນ, ຊັ້ນ ປ.5 ມີນັກສອບເສັງ ຈໍານວນ 129 ນ້ອງ, ຍິງ 86 ນ້ອງ ຈັດເປັນ 6 ຫ້ອງສອບເສັງ; ຊັ້ນ ມ.4 ມີນັກສອບເສັງ ຈໍານວນ ຈໍານວນ 218 ນ້ອງ, ຍິງ 148 ນ້ອງ ຈັດເປັນ 10 ຫ້ອງສອບເສັງ, ຊັ້ນ ມ.4 ມີນັກສອບເສັງ ຈໍານວນ 211 ນ້ອງ, ຍິງ 133 ນ້ອງ ຈັດເປັນ 10 ຫ້ອງສອບເສັງ.

ພາບປະກອບ

ພາຍຫຼັງສໍາເລັດການຈັດຕັ້ງສອບເສັງຄັ້ງນີ້ແລ້ວ ກໍ່ຈະໄດ້ຄັດເລືອກເອົານ້ອງນັກຮຽນ ມ.4 ແລະ ມ.7 ເປັນຕົວແທນນັກຮຽນເກັ່ງຂອງນະຄອນຫຼວງວຽງຈັນ ຈໍານວນ 8 ນ້ອງ (ຊັ້ນ ມ.4 ວິຊາລະ 1 ນ້ອງ ລວມ 4 ນ້ອງ ແລະ ມ.7 ວິຊາລະ 1 ນ້ອງ ລວມ 4 ນ້ອງ) ເຂົ້າຮ່ວມການແຂ່ງຂັນລະດັບຊາດທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 17-20 ມີນາ 2020 ທີ່ມະຫາວິທະຍາໄລແຫ່ງຊາດ.