ແມ່ຖືພາໄດ້ຫຍັງຈາກການອອກກຳລັງກາຍ

49

ການອອກກຳລັງກາຍມີຫຼາຍວິທີແຕ່ສິ່ງທີ່ສຳຄັນແມ່ນການເລືອກທ່າອອກກຳລັງກາຍຕ້ອງໃຫ້ເໝາະສົມກັບສຸຂະພາບຂອງແມ່ແຕ່ລະທ່ານຮ່ວມນຳ ຫຼື ຂໍຄຳແນະນຳຈາກແພດໝໍ ເຊິ່ງໂຢຄະກໍເປັນການອອກກຳລັງກາຍອີກປະເພດໜຶ່ງທີ່ໄດ້ຮັບຄວາມສົນໃຈຈາກແມ່ຖືພາຫຼາຍທ່ານ ເພາະໄດ້ທັງສຸຂະພາບ ແລະ ສະມາທິຂະນະປະຕິບັດພ້ອມ.

ຂໍ້ດີຂອງການຫຼິ້ນໂຢຄະສຳລັບແມ່ຖືພາ:

1 ຊ່ວຍເລື່ອງສຸຂະພາບ ແລະ ສະມາທິ.

2 ຊ່ວຍເລື່ອງການກຳນົດລົມຫາຍໃຈເຂົ້າ – ອອກທີ່ຖືກຕ້ອງ ເພື່ອຈະນຳເອົາອົກຊີແຊນທີ່ບໍລິສຸດໄປຮອດລູກໃນທ້ອງ.

3 ເປັນການຝຶກການຫາຍໃຈ ເພື່ອກຽມຕົວໃນການເກີດລູກ ແລະ ເກີດເປັນພະລັງທີ່ນຳໄປໃຊ້ໃນລະຫວ່າງການເກີດຈະຊ່ວຍໃຫ້ສາມາດເກີດລູກໄດ້ງ່າຍຂຶ້ນ.

( ຂໍ້ມູນຈາກ: amarin-babyandkids.com )

[ ຮຽບຮຽງ: ນຸ້ມນິ້ມ ]