Monthly Archives: December, 2019

ຊົມເຊີຍ! ດ່ານສາກົນບໍເຕ່ນໄດ້ໜ່ວຍພັກເຂັ້ມແຂງປອດໃສ 100%

ທ້າຍອາທິດຜ່ານມາ ໜ່ວຍພັກຄຸ້ມຄອງດ່ານສາກົນບໍ່ເຕ່ນໄດ້ຈັດພິທີປະເມີນການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນຄັ້ງທີ II ຮອບທີ II ປະຈຳປີ 2019 ເຫັນວ່າວຽກງານຫຼາຍດ້ານສາມາດຈັດຕັ້ງປະຕິບັດໄດ້ ທີ່ປະຊຸມຈິ່ງລົງປະຊາມະຕິຢັ້ງຢືນວ່າໜ່ວຍພັກຄຸ້ມຄອງດ່ານສາກົນບໍເຕ່ນເປັນໜ່ວຍພັກປອດໃສ,ເຂັ້ມແຂງໜັກແໜ້ນ100%. ກອງປະຊຸມຈັດຂຶ້ນ ໂດຍການເປັນປະທານຂອງສະຫາຍ ພອນໄຊ ຈັນທະສອນ ກຳມະການພັກແຂວງ,ເລຂາໜ່ວຍພັກຄຸ້ມຄອງດ່ານສາກົນບໍເຕ່ນ,ເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນມາ ພັນດາວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຄະນະຈັດຕັ້ງແຂວງ,ຕ່າງໜ້າຄະນະກວດກາພັກລັດແຂວງ,ຄະນະໜ່ວຍພັກອ້ອມຂ້າງຕະຫຼອດຮອດສະມາຊິກພາຍໃນໜ່ວຍເຂົ້າຮ່ວມ. ສະຫາຍ ຄໍາສຸວັນ ວົງວີນນະສອນ ຄະນະໜ່ວຍພັກໄດ້ຜ່ານຮ່າງບົດປະເມີນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນປີ 2019 ແລະ ທິດທາງແຜນການ...

ນວ ປະກາດ 3 ໂຮງຮຽນເປັນໂຮງຮຽນປອດຢາ

ຂະແໜງພະລະ-ສີລະປະສຶກສາພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງຮ່ວມກັບຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງຈັດພິທີປະກາດ 3 ໂຮງຮຽນເປັນໂຮງຮຽນປອດຢາເສບຕິດ ຄື: ໂຮງໂຮງຮຽນ ປະຖົມ-ມັດທະຍົມ ປິຍະດາ, ປະຖົມ-ມັດທະຍົມ ສີນະພາ ແລະ ປະຖົມ ບ້ານໃໜ່. ພິທີດັ່ງກ່າວ, ຈັດຂຶ້ນເມື່ອວັນທີ 26 ທັນວາ ຜ່ານມາ, ທີ່ໂຮງຮຽນປະຖົມ-ມັດທະຍົມ ປີຍະດາ...

7 ຂໍ້ດີຂອງການຮຽນຮູ້ພາສາຕ່າງປະເທດ

ການຮຽນພາສາຕ່າງປະເທດຫຼາຍໆພາສາ ນອກຈາກຈະເຮັດໃຫ້ເຮົາສາມາດທຳຄວາມເຂົ້າໃຈ ສື່ສານກັບໝູ່ຄົນຕ່າງຊາດໄດ້ ຫຼື ມີໂອກາດເຮັດວຽກດີໆໄດ້ຫຼາຍຂຶ້ນແລ້ວຍັງມີປະໂຫຍດອີກຫຼາຍຢ່າງ. ອີງຕາມການວິໄຈໄດ້ເປີດເຜີຍຂໍ້ມູນໃຫ້ເຮົາໄດ້ຮູ້ອີກວ່າ ນອກຈາກປະໂຫຍດຫຼັກໆໂດຍຕົງແລ້ວການຮຽນຫຼາຍພາສາຍັງມີຂໍ້ດີກັບເຮົາອີກຫຼາຍຢ່າງ ລອງມາເບິ່ງນຳກັນວ່າມີຫຍັງແດ່? 1 ເຮັດໃຫ້ເຮົາສະຫຼາດຂຶ້ນຫຼາຍກວ່າເກົ່າ: ການຮຽນຮູ້ພາສາໃໝ່ ເຮັດໃຫ້ສະໝອງເຮົາໄດ້ເຮັດວຽກ ແລະ ແກ້ໄຂບັນຫາ ທັງການຮຽນຮູ້ຈື່ຈຳ, ການແປຄວາມໝາຍ, ຮູບແບບປະໂຫຍກທີ່ຕ່າງກັນເຮັດໃຫ້ນັກຮຽນທີ່ຮູ້ຫຼາຍພາສາມີໂອກາດໄດ້ຄະແນນດີກວ່ານັກຮຽນທີ່ຮູ້ພຽງພາສາດຽວ. 2 ຊ່ວຍໃນການເຮັດວຽກໄດ້ຫຼາຍຢ່າງພ້ອມກັນ: ຄົນທີ່ສາມາດຮຽນຮູ້ຫຼາຍພາສາຈະມີຄວາມສາມາດໃນການເຮັດວຽກໄດ້ພ້ອມກັນລວມເຖິງສະຖານະການຕ່າງໆຮອບຕົວໄດ້ຢ່າງດີເປັນຜົນຈາກການຝຶກຮຽນຮູ້ການເວົ້າ, ຟັງ, ຂຽນ ໃນຮູບແບບທີ່ຕ່າງກັນນັ້ນເອງ ຜົນວິໄຈຍັງພົບວ່າຄົນທີ່ຮູ້ຫຼາຍພາສາ, ຂັບລົດໄດ້, ມີຄວາມຜິດພາດນ້ອຍທີ່ສຸດ. 3...

3 ໂຮງຮຽນ ຂຶ້ນປ້າຍເປັນໂຮງຮຽນປອດຢາ

ຂະແໜງພະລະ-ສີລະປະສຶກສາພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງຮ່ວມກັບຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງຈັດພິທີປະກາດ 3 ໂຮງຮຽນເປັນໂຮງຮຽນປອດຢາເສບຕິດ ຄື: ໂຮງໂຮງຮຽນ ປະຖົມ-ມັດທະຍົມ ປິຍະດາ, ປະຖົມ-ມັດທະຍົມ ສີນະພາ ແລະ ປະຖົມ ບ້ານໃໜ່. ພິທີດັ່ງກ່າວ, ຈັດຂຶ້ນເມື່ອວັນທີ 26 ທັນວາ ຜ່ານມາ, ທີ່ໂຮງຮຽນປະຖົມ-ມັດທະຍົມ ປີຍະດາ...

ໂກຣດຊີຕີ້ຟຸດເທດ ແລະ ຄາຊາ ຮ່ວມກັນຊຸກຍູ້ ກະຕໍ້ ນວ ກຽມລຸຍ ຊຽງຂວາງເກມ 2020

ພິທີມອບ-ຮັບໃນຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 25 ທັນວາ ຜ່ານມາ ທີ່ຫ້ອງການຂະແໜງກີລາລະດັບສູງ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໂດຍເປັນການຕາງໜ້າມອບໂດຍ ທ່ານ ເສດຖະວັດ ພອນປະຖົມພົງ ປະທານບໍລິສັດ ຄາຊາ ຄໍເປີເຣຊັ່ນ ຈຳກັດ ແລະ ຕາງໜ້າກ່າວຮັບແມ່ນ ທ່ານ ກອງແກ້ວ ແຫ່ງດາວົງໄຊ...

10 ລົດບິກໄບໃໝ່ທີ່ຈະເປີດໂຕປີ 2020

ໃກ້ຈະບອກລາປີເກົ່າຕ້ອນຮັບປີໃໝ່ ເຊິ່ງເຊື່ອວ່າຜູ້ທີ່ມັກໃນລົດບິກໄບ ຕ້ອງໄດ້ຕິດຕາມລົດລຸ້ນໃໝ່ທີ່ຈະເປີດໂຕໃນປີ 2020 ຄໍລໍາລົດມື້ນີ້ລວມເອົາບັນດາຄ້າຍລົດທີ່ຈະເປີດໂຕມາໃຫ້ຮັບຮູ້ ເພື່ອເປັນຂໍ້ມູນ ແລະ ການຕັດສິນໃຈຊື້. 1 Honda CBR 1000 RR-R Fireblade 2020 ເປັນບິກໄບຊຸບເປີ້ໄບ ອອກແບບໃໝ່ທີ່ເບິ່ງດຸດັນ ດ້ວຍເຄື່ອງຈັກ 999,9 ຊີຊີ, 4 ສູບ, 4 ຈັງຫວະ, ໃຫ້ກໍາລັງ...

ສກມ ວຽງຄໍາ ສໍາເລັດການແຂ່ງຂັນກິລາ-ສິລະປະ ປະຈໍາສົກ 2019-2020

ຫ້ອງການສຶກສາທິການ ແລະ ກິລາ ເມືອງ (ສກມ ) ວຽງຄໍາ ຈັດການແຂ່ງຂັນກິລາ-ສິລະປະວັນນະຄະດີ ປະຈຳສົກຮຽນ 2019-2020 ຂຶ້ນເພື່ອສົ່ງເສີມນັກຮຽນທີ່ມີພອນສະຫັວນ ໃນໂຮງຮຽນຊັ້ນອະນຸບານ, ຊັ້ນປະຖົມ ແລະ ຊັ້ນມັດທະຍົມຕອນຕົ້ນ ໃຫ້ມີການພັດທະນາດີຂື້ນເລື້ອຍໆ ແນໃສ່ຜັນຂະຫຍາຍ 5 ຫຼັກມູນ ຂອງຂະແໜງການສຶກສາໃຫ້ປະກົດຜົນເປັນຈິງ. ພິທີດັ່ງກ່າວໄດ້ຈັດຂື້ນໃນວັນທີ 26 ທັນວາ ຜ່ານມາ, ທີ່ໂຮງຮຽນ...

ເມືອງປາກແຊງ ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງປາກແຊງຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 30 ທັນວາ 2019 ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ທອງສິງ ໄຊຍະສຸກ ຮັກສາການເລຂາພັກເມືອງປາກແຊງ ໃຫ້ກຽດເຂົ້າຮ່ວມສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງພະບາງ, ມີຄະນະປະຈໍາພັກແຂວງ ພ້ອມດ້ວຍບັນດາສະມາຊິກພັກທີ່ເປັນຕົວແທນປະຊາຊົນທົ່ວເມືອງເຂົ້າຮ່ວມ. ໃນພິທີ, ສະຫາຍ ທອງສິງ ໄຊຍະສຸກ...

ສະໂມສອນກ໊ອບ ອາວຸໂສລາວ ຊ່ວຍສ້າງ ສາລາພັກເຊົາພີ່ນ້ອງຄົນເຈັບ ຢູ່ໂຮງໝໍມະໂຫສົດ

ເພື່ອເປັນການບຸດຜ່ອນຄວາມແອອັດ ແລະ ອຳນວຍຄວາມສະດວກໃຫ້ແກ່ພີ່ນ້ອງຄົນເຈັບທີ່ມາເຝົ້າຄົນເຈັບຢູ່ໂຮງໝໍມະໂຫສົດ ໃຫ້ມີບ່ອນມາພັກເຊົາ,ບ່ອນນັ່ງຫຼີ້ນ ທີ່ກວ້າງຂວາງສາມາດຮອງຮັບຄົນໄດ້ເພີ່ມຂຶ້ນ. ໃນວັນທີ 30 ທັນວາ 2019 ໄດ້ມີພິທີມອບ-ຮັບ ສາລາພັກເຊົາພີ່ນ້ອງຄົນເຈັບຂຶ້ນ ທີ່ໂຮງໝໍມະໂຫສົດ ໂດຍການມອບ-ຮັບລະຫວ່າງສະໂມສອນ ກ໊ອບ ອາວຸໂສລາວ ຕາງໜ້າໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາລັດຖະບານ, ອະດີດຮອງນາຍົກ ລັດຖະມົນຕີ, ປະທານຄະນະທີ່ປຶກສາ ສະໂມສອນກ໊ອບ ອາວຸໂສລາວ ແລະ...

ເປີດນໍາໃຊ້ເສັ້ນທາງບ້ານແດນສະຫວັນ ເມືອງເຊໂປນ

ທ້າຍອາທິດຜ່ານມາໄດ້ພິທີມອບ - ຮັບໂຄງການກໍ່ສ້າງເສັ້ນທາງບ້ານແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຊີ້ນໍາໂຄງການຂັ້ນແຂວງ, ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ. ທ່ານ ພົມມາ ວົງພະຈິດ ຫົວໜ້າໂຄງການພັດທະນາຕົວເມືອງຕາມແລວທາງເສດຖະກິດຕາເວັນອອກ - ຕາເວັນຕົກອະນຸພາກພື້ນແມ່ນ້ຳຂອງ ແຂວງສະຫວັນນະເຂດ...
- Advertisment -
Slide
Slide

Most Read

error: Content is protected !!