3 ໂຮງຮຽນ ຂຶ້ນປ້າຍເປັນໂຮງຮຽນປອດຢາ

184

ຂະແໜງພະລະ-ສີລະປະສຶກສາພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງຮ່ວມກັບຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງຈັດພິທີປະກາດ 3 ໂຮງຮຽນເປັນໂຮງຮຽນປອດຢາເສບຕິດ ຄື: ໂຮງໂຮງຮຽນ ປະຖົມ-ມັດທະຍົມ ປິຍະດາ, ປະຖົມ-ມັດທະຍົມ ສີນະພາ ແລະ ປະຖົມ ບ້ານໃໜ່.

ພິທີດັ່ງກ່າວ, ຈັດຂຶ້ນເມື່ອວັນທີ 26 ທັນວາ ຜ່ານມາ, ທີ່ໂຮງຮຽນປະຖົມ-ມັດທະຍົມ ປີຍະດາ  ເປັນກຽດເຂົ້າຮ່ວມໂດຍທ່ານ ສົມພອນ ສອນດາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ເກດສະໜາ ທອງມະນີວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ, ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ມືອງສີໂຄດຕະບອງ, ພັທ ປານີ ສຸດສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ນວ, ມີນາຍບ້ານ 3 ບ້ານ, ພ້ອມດ້ວຍຜູ້ອໍານວຍການໂຮງຮຽນ, ພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນ 3 ແຫ່ງເຂົ້າຮ່ວມ.

ທ່ານ ນາງ ວຽງພອນ ພູນວິໄຊ ວິຊາການໂຮງຮຽນ ປະຖົມ-ມັດທະຍົມປີຍະດາ ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກທີ 2730 ສກ/ນວ ລົງວັນທີ 22 ທັນວາ 2019 ວ່າດ້ວຍການປະກາດໂຮງຮຽນເປັນໂຮງຮຽນປອດສິ່ງເສບຕິດ ປະຈໍາສົກປີ 2019-2020 ເຫັນດີປະກາດໂຮງຮຽນປະຖົມ-ມັດທະຍົມ ປີຍະດາ, ໂຮງຮຽນປະຖົມ-ມັດທະຍົມ ສີນະພາ ແລະ ໂຮງຮຽນປະຖົມບ້ານໃໝ່ ເປັນໂຮງຮຽນປອດສິ່ງເສບຕິດ ແລະ ຂຶ້ນປ້າຍປອດສິ່ງເສບຕິດ ເຊິ່ງເປັນການສ້າງຂະບວນການຕ້ານ ແລະ ສະກັດກັ້ນກັບສິ່ງເສບຕິດໃນຖັນເເຖວຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ, ເປັນການສ້າງຄວາມເຂັ້ມແຂງໃຫ້ໂຮງຮຽນ ແລະ ຊຸມຊົນໃນການຈັດການກັບປະກົດການຫຍໍ້ທໍ້ ທີ່ເກີດຈາກບັນຫາຢາເສບຕິດ ແລະ ສ້າງໂຮງຮຽນ ໃຫ້ມີຄຸນນະພາບດ້ານການຮຽນ-ການສອນ ແລະ ມີສຸຂາອະນາໄມດີ.

ທ່ານ ບຸນມີ ໄຊຍະວົງ ຮອງເຈົ້າເມືອງສີໂຄດຕະບອງ ໄດ້ກ່າວເນັ້ນບັນດາຄູອາຈານ ແລະ ນ້ອງນັກຮຽນ ທັງ 3 ໂຮງຮຽນ ຈົ່ງປະກອບສ່ວນເຂົ້າຮ່ວມຂະບວນການຕ່າງໆ ເປັນຕົ້ນແມ່ນວຽກງານ 3 ຫຼຸດ, 3 ເພີ່ມ ແລະ 3 ຂະບວນການ ໂດຍສະເພາະ ການຫຼຸດຜ່ອນບັນຫາຢາເສບຕິດ, ເພີ່ມຄວາມຮັບຜິດຊອບ ເອົາໃຈໃສ່ປະຕິບັດນະໂຍບາຍຕ່າງໆ, ເປັນເຈົ້າການຮັກສາຄວາມສະຫງົບ ໃນໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ສາກົນ 2020 ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ຮັບປະກັນພາຍໃນໂຮງຮຽນ ກໍຄື ພາຍໃນເມືອງສີໂຄດຕະບອງ ໃຫ້ມີຄວາມສະຫງົບ-ປອດໄພ.

ຈາກ: ປກສ ນວ