ສກມ ວຽງຄໍາ ສໍາເລັດການແຂ່ງຂັນກິລາ-ສິລະປະ ປະຈໍາສົກ 2019-2020

387

ຫ້ອງການສຶກສາທິການ ແລະ ກິລາ ເມືອງ (ສກມ ) ວຽງຄໍາ ຈັດການແຂ່ງຂັນກິລາ-ສິລະປະວັນນະຄະດີ ປະຈຳສົກຮຽນ 2019-2020 ຂຶ້ນເພື່ອສົ່ງເສີມນັກຮຽນທີ່ມີພອນສະຫັວນ ໃນໂຮງຮຽນຊັ້ນອະນຸບານ, ຊັ້ນປະຖົມ ແລະ ຊັ້ນມັດທະຍົມຕອນຕົ້ນ ໃຫ້ມີການພັດທະນາດີຂື້ນເລື້ອຍໆ ແນໃສ່ຜັນຂະຫຍາຍ 5 ຫຼັກມູນ ຂອງຂະແໜງການສຶກສາໃຫ້ປະກົດຜົນເປັນຈິງ.

ພິທີດັ່ງກ່າວໄດ້ຈັດຂື້ນໃນວັນທີ 26 ທັນວາ ຜ່ານມາ, ທີ່ໂຮງຮຽນ ມສ ປາກແຈ້ງ ເປັນກຽດເຂົ້າຮ່ວມຂອງທ່ານ ພອນແກ້ວ ຂຸນພົນ ເຈົ້າເມືອງ ເມືອງວຽງຄໍາ, ທ່ານ ນາງ ຈັນທະກອນ ມີໄຊກອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ທ່ານ ພອນເພັດ ຈິດຕະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງວຽງຄໍາ, ມີ ທ່ານ ດວງ ພັນທະພາ ຜູ້ອໍານວຍການໂຮງຮຽນ ມສ ປາກແຈ້ງ ພ້ອມດ້ວຍ ບັນດາທ່ານຫົວໜ້າຫ້ອງການ ອ້ອມຂ້າງເມືອງ, ພະນັກງານ-ວິຊາການ, ຄູ-ອາຈານ ແລະ ນັກຮຽນ, ພໍ່-ແມ່ ປະຊາຊົນ ພາຍໃນເມືອງເຂົ້າຮ່ວມ.

ທ່ານ ພອນແກ້ວ ຂຸນພົນ ເຈົ້າເມືອງ ເມືອງວຽງຄໍາ ກ່າວວ່າ: ການແຂ່ງຂັນກິລາ-ສິລະປະເປັນກິດຈະກໍາໜື່ງທີ່ສໍາຄັນໃນການສົ່ງເສີມໃຫ້ຄູ-ອາຈານ ແລະ ນ້ອງນັກຮຽນ ທີ່ມີພອນສະຫວັນໄດ້ມີໂອກາດສະແດງອອກຄວາມຮູ້ຄວາມສາມາດ ແລະ ຄວາມກ້າຫານ, ກ້າສະແດງກິລິຍາມາລະຍາດທີ່ດີ ໃນເວທີຕ່າງໆ, ຮູ້ຈັກໃຊ້ເວລາຫ່ວາງໃຫ້ເປັນປະໂຫຍດ ໂດຍປາສະຈາກໄພສັງຄົມ ແລະ ສີ່ງເສບຕິດຕ່າງໆ ເພື່ອພັດທະນາຕົນເອງໃຫ້ມີປະສິດທິພາບສູງຂື້ນເລື້ອຍໆ ໂດຍໄດ້ແບ່ງເປັນ 3 ລຸ້ນການແຂ່ງຂັນຄື:1. ລຸ້ນນັກຮຽນອະນຸບານ 2. ລຸ້ນນັກຮຽນປະຖົມ ແລະ 3. ລຸ້ນນັກຮຽນມັດທະຍົມຕອນຕົ້ນ ເຊີ່ງປະກອບມີ: ກິລາບານເຕາະຊາຍ ຊັ້ນປະຖົມ ແລະ ມັດທະຍົມ ແລະ ຮ້ອງເພງ, ຟ້ອນ.

ສຳລັບຜົນການແຂ່ງຂັນ, ໂຮງຮຽນທີ່ຊະນະການແຂ່ງຂັນຄື: ຊະນະເລີດອັນດັບທີ 1 ປະເພດບານເຕາະ ລຸ້ນນັກຮຽນປະຖົມ ໄດ້ແກ່ໂຮງຮຽນປະຖົມ ກຸ່ມ 3, ລຸ້ນນັກຮຽນມັດທະຍົມຕອນຕົ້ນໄດ້ແກ່ໂຮງຮຽນ ມສ ຖິ່ນຍຸງ ໄດ້ຮັບລາງວັນເງີນສົດ ຈໍານວນ 400,000 ກີບ ພ້ອມຂັນ 1 ໜ່ວຍຕໍ່ລຸ້ນ.

ຊະນະເລີດອັນດັບທີ 1 ປະເພດບົດຟ້ອນ ລຸ້ນນັກຮຽນອະນຸບານ ໄດ້ແກ່ ຟ້ອນລວມໝູ່ຍິງ ໂຮງຮຽນອະນຸບານ ໂພນໝີ ບົດເພງວຽງຈັນວຽງໃຈ, ລຸ້ນນັກຮຽນປະຖົມ ໄດ້ແກ່ຟ້ອນລວມໝູ່ຍິງໂຮງຮຽນປະຖົມ ປາກກະຍຸງ ບົດເພງວິຖີຊີວິດຊາວນາ, ລຸ້ນນັກຮຽນມັດທະຍົມຕອນຕົ້ນ ໄດ້ແກ່ຟ້ອນລາວໝູ່ຍິງໂຮງຮຽນ ມສ ໂພນໝີ ບົດເພງຄວາມເປັນມາຂອງຊາດລາວ ໄດ້ຮັບລາງວັນເງີນສົດ ຈໍານວນ 450,000 ກີບຕໍ່ລຸ້ນ.

ຊະນະເລີດອັນດັບທີ 1 ປະເພດບົດເພງ ລຸ້ນນັກຮຽນອະນຸບານ ໄດ້ແກ່ທ້າວ ໂລນາໂດ ລາວລີ ໂຮງຮຽນອະນຸບານທິບພະກອນ ບົດເພງ ເປົ່າແຄນກ່ອມສາວ , ລຸ້ນນັກຮຽນປະຖົມ ໄດ້ແກ່ ທ. ແຫຼວຄໍາ ໂຮງຮຽນປະຖົມໂນນສະຫວ່າງ ບົດເພງ ເສຍແຟນທີ່ແດນສະຫັວນ, ລຸ້ນນັກຮຽນມັດທະຍົມໄດ້ແກ່ ທ້າວ ຕົ້ນກ້າ ໂຮງຮຽນ ມສ ປາກແຈ້ງ ບົດເພງ ເຊີນທ່ຽວແຂວງວຽງຈັນ ໄດ້ຮັບລາງວັນເງີນສົດ ຈໍານວນ 150,000 ກີບຕໍ່ລຸ້ນ.

ຈາກ: ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ