ຊົມເຊີຍ! ດ່ານສາກົນບໍເຕ່ນໄດ້ໜ່ວຍພັກເຂັ້ມແຂງປອດໃສ 100%

246

ທ້າຍອາທິດຜ່ານມາ ໜ່ວຍພັກຄຸ້ມຄອງດ່ານສາກົນບໍ່ເຕ່ນໄດ້ຈັດພິທີປະເມີນການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນຄັ້ງທີ II ຮອບທີ II ປະຈຳປີ 2019 ເຫັນວ່າວຽກງານຫຼາຍດ້ານສາມາດຈັດຕັ້ງປະຕິບັດໄດ້ ທີ່ປະຊຸມຈິ່ງລົງປະຊາມະຕິຢັ້ງຢືນວ່າໜ່ວຍພັກຄຸ້ມຄອງດ່ານສາກົນບໍເຕ່ນເປັນໜ່ວຍພັກປອດໃສ,ເຂັ້ມແຂງໜັກແໜ້ນ100%.

ກອງປະຊຸມຈັດຂຶ້ນ ໂດຍການເປັນປະທານຂອງສະຫາຍ ພອນໄຊ ຈັນທະສອນ ກຳມະການພັກແຂວງ,ເລຂາໜ່ວຍພັກຄຸ້ມຄອງດ່ານສາກົນບໍເຕ່ນ,ເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນມາ ພັນດາວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຄະນະຈັດຕັ້ງແຂວງ,ຕ່າງໜ້າຄະນະກວດກາພັກລັດແຂວງ,ຄະນະໜ່ວຍພັກອ້ອມຂ້າງຕະຫຼອດຮອດສະມາຊິກພາຍໃນໜ່ວຍເຂົ້າຮ່ວມ.

ສະຫາຍ ຄໍາສຸວັນ ວົງວີນນະສອນ ຄະນະໜ່ວຍພັກໄດ້ຜ່ານຮ່າງບົດປະເມີນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນປີ 2019 ແລະ ທິດທາງແຜນການ 2020 ສະຫາຍຍັງໄດ້ຕີລາຄາການຈັດ ຕັ້ງປະຕິບັດວຽກງານການເຄື່ອນໄຫວໃນໄລຍະຜ່ານມາ, ເຊີງໄລຍະຜ່ານມາຄະນະພັກ ແລະ ສະມາ ຊິກພັກໄດ້ມີຄວາມເປັນເອກະພາບສູງຕໍ່ກັບແນວທາງການປ່ຽນແປງໃໝ່ຂອງພັກ,ຍືດໝັ້ນຈຸດໝາຍສັງຄົມນິຍົມ, ຮູ້ຈັກຈຳແນກມິດ-ສັດຕູ,ເດັດດ່ຽວຕໍ່ຕ້ານທຸກກົນອຸບາຍຂອງກຸ່ມຄົນທີບໍ່ຫວັງດີທີຫວັງມ້າງເພທຳລາຍ,ຕ້ານປະກົດການຫຍໍ້ທໍ້ຕ່າງໆທີຈະເກີດຂຶ້ນໃນໜ່ວຍພັກເປັນຕົ້ນແມ່ນ ດ້ານແນວຄິດສວຍໃຊ້ໂອກາດ,ສວຍໃຊ້ຕໍາແໜງ,ພະຍາດອາດຍາສິດ,ແນວຄິດເອກະຊົນ,ສໍ້ລາດບັງຫຼວງ,ຫຼີ້ນກີນຝູມເຝືອຍ ແລະ ຂາດຄວາມຮັບຜິດຊອບຕໍ່ໜ້າທີວຽກງານ.

ດັ່ງນັ້ນພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ ໂດຍພື້ນຖານສະມາຊິກອ້າຍນ້ອງທຸກສະຫາຍໄດ້ຮ່ວມໃຈ,ຕັ້ງໜ້າປະຕິບັດໜ້າທີວຽກງານວີຊາສະເພາະຂອງໃຜລາວຕາມພາລະບົດບາດສິດ ແລະ ໜ້າທີຂອງຕົນທີໄດ້ຮັບມອບໝາຍເປັນຕົ້ນການເກັບລາຍຮັບເຂົ້າງົບປະມານ 11 ເດືອນຂອງທຸກໆປີ ສາມາດເກັບລາຍຮັບໄດ້ 247 ຕື້ກວ່າກີບ,ທຽບໃສ່ແຜ່ນປີເພີ່ມຂຶ້ນເກີບ 40% ມາຮອດວັນທີ 25 ທັນວາ 2019 ສາມາດເກັບໄດ້ 271 ຕື້ກວ່າກີບ,ທຽບໃສ່ແຜ່ນປີເພີ່ມຂຶ້ນ27%.

ວຽກງານຄະດີ ໃນສົກ 2019 ມີຄະດີເກີດຂຶ້ນ 48 ຄະດີໃນນີ້ມີຄະດີລົດ 13 ຄະດີ,ມຸນຄ່າ 2 ຕື້ກວ່າກີບ,ຄະດີໄມ້ 4 ຄະດີ ມຸນຄ່າ 200 ລ້ານກວ່າກີບ,ຄະດີເງິນສົດ 2 ຄະດີ ມຸນຄາ 2 ຕື້ກວ່າກີບ, ອອກປື້ມຜ່ານແດນໃຫ້ຄົນລາວທີມີຈຸດປະສົງອອກໄປຈີນ ແລະ ຍັງເຮັດໜ້າທີການເກັບຄ່າທຳນຽມ ແລະ ຄ່າບໍລິການໄດ້ 3 ຕື້ກວ່າກີບ,ອອກວີຊາກັບດ່ານໃຫ້ຄົນຕ່າງປະເທດ 2 ແສນກວ່າເທືອຄົນ,ເກັບລາຍຮັບໄດ້ 43 ຕື້ກວ່າກີບ,ອອກໃບຂັບຂີ່ຊົ່ວຄາວໃຫ້ໂຊເຟີຄົນຈີນເຂົ້າມາ ສປປ ລາວ ແລະ ໃບລົດຜ່ານແດນໃຫ້ຄົນລາວອອກໄປຈີນລວມ ໃບຂັບຂີ່ 47.630 ໃບ,ໃບແລ່ນລົດຜ່ານແດນ 38.110 ໃບ,ເກັບລາຍຮັບໄດ້ 2 ຕື້ກວ່າກີບ.

ສະໜອງຂໍ້ມູນຂ່າວສານການທ່ອງທ່ຽວໄດ້ 69,544 ເທືອຄົນ,ເກັບເງີນເຂົ້າກອງທືນການທ່ອງທ່ຽວໄດ້ 500 ລ້ານກວ່າກີບ,ກວດອາຫານ ແລະ ຢາທີນໍາເຂົ້າ ແລະ ສົ່ງຜ່ານແດນ,ຕິດຕາມເຄື່ອງຈັບອຸນນະພູມຈາກຄົນຕ່າງປະເທດເຂົ້າມາລາວທີອາດມີຄວາມສຽງມີພະຍາດພ້ອມທັງເກັບທຳນຽມ-ຄ່າບໍລິການໄດ້ 53 ລ້ານກວ່າກີບ ແລະ ວຽກງານທີຜົນເດັ່ນອີກຫຼາຍດ້ານ.ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄຳເຫັນໃສ່ຮ່າງບົດປະເມີນ ແລະ ຕີລາຄາປະຊາມະຕິຢັ້ງຢືນວ່າໜ່ວຍພັກຄຸ້ມຄອງດ່ານສາກົນບໍເຕ່ນເປັນໜ່ວຍພັກປອດໃສ,ເຂັ້ມແຂງໜັກແໜ້ນ100%.

ຂ່າວ: ບຸນຈັນ ອິນດວງລື.