ນັກທ່ອງທ່ຽວຈີນ ໄປທ່ຽວປະເທດໄທ ຫຼາຍກວ່າ 1 ລ້ານເທື່ອຄົນ

43

ຂ່າວຊີອາໄອລາຍງານວ່າ: ອີງຕາມຕົວເລກສະຖິຕິຫຼ້າສຸດທີ່ກະຊວງທ່ອງທ່ຽວ ແລະ ກິລາໄທເປີດເຜີຍໃນວັນທີ 27 ກຸມພານີ້ສະແດງໃຫ້ເຫັນວ່າ: ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 25 ກຸມພາປີນີ້, ໄທໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດທັງໝົດ 5.981.234 ຄົນ. ໃນນັ້ນ, ນັກທ່ອງທ່ຽວແຜ່ນດິນໃຫຍ່ຈີນມີ 1.114.316 ເທື່ອຄົນ ເຊິ່ງຫຼາຍເປັນອັນດັບທີໜຶ່ງ. ຖັດມາ, ແມ່ນນັກທ່ອງທ່ຽວມາເລເຊຍ, ຣັດເຊຍ, ສ.ເກົາຫຼີ ແລະ ອິນເດຍ ຕາມລຳດັບ.