ນາຍົກກ່າວການພັດທະນາເສດຖະກິດ-ສັງຄົມ ເຄິ່ງສະໄໝຜ່ານມາຍັງເຕີບໂຕສະເລ່ຍ 4% ຂຶ້ນໄປ

151

ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ (2021-2025) ໃນໄລຍະເຄິ່ງສະໄໝຜ່ານມາເສດຖະກິດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍໃນລະດັບ 4,03%, ສໍາລັບປີ 2023 ຄາດວ່າຈະບັນລຸໄດ້ 4,2% (ແຜນການປີ 2023 ແມ່ນ 4,5%) ຍ້ອນການອ່ອນຄ່າຂອງເງິນກີບ, ລວມຍອດຜະລິດຈະພັນພາຍໃນ (GDP) ຕໍ່ຫົວຄົນ ມີທ່າອ່ຽງຫຼຸດລົງ ຄາດວ່າໃນ ປີ 2023 ນີ້ ຈະໄດ້ 1.824 ໂດລາສະຫະລັດ (ແຜນການປີ: 1.625 ໂດລາສະຫະລັດ ແລະ ແຜນການ 5 ປີ: 2.880 ໂດລາສະຫະລັດ).

May be an image of 3 people and text
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນກາງສະໄໝ 5 ປີ ຄັ້ງທີ IX (2021-2025), ທິດທາງແຜນການທ້າຍສະໄໝຮອດປີ 2025 ແລະ ການຈັດຕັ້ງແຜນປະຈຳປີ 2023 ແລະ ທິດທາງແຜນການ 2024 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ບາງຕອນວ່າ: ການຂະຫຍາຍຕົວທາງດ້ານເສດຖະກິດ ໃນໄລຍະເຄິ່ງສະໄໝຜ່ານມາ ເສດຖະກິດປະເທດພວກເຮົາສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍໃນລະດັບ 4,03% (ແຜນການ 5 ປີ: ສະເລ່ຍໃນລະດັບ 4% ຂຶ້ນໄປ), ສໍາລັບປີ 2023ຄາດວ່າຈະບັນລຸໄດ້ 4,2% (ແຜນການປີ 2023 ແມ່ນ 4,5%) ຍ້ອນການອ່ອນຄ່າຂອງເງິນກີບ, ລວມຍອດຜະລິດຈະພັນພາຍໃນ (GDP) ຕໍ່ຫົວຄົນ ມີທ່າອ່ຽງຫຼຸດລົງ.

May be an image of 11 people and text

ສະເພາະລາຍໄດ້ສະເລ່ຍຕໍ່ຫົວຄົນ ຄາດວ່າໃນ ປີ 2023 ນີ້ ຈະໄດ້ 1.824 ໂດລາສະຫະລັດ (ແຜນການປີ: 1.625 ໂດລາສະຫະລັດ ແລະ ແຜນການ 5 ປີ: 2.880 ໂດລາສະຫະລັດ); ລວມຍອດລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ ປີ2023 ຄາດວ່າຈະບັນລຸໄດ້ 1.712 ໂດລາສະຫະລັດ (ແຜນການປີ: 1.534ໂດລາສະຫະລັດ ແລະ ແຜນການ 5 ປີ: 2.280 ໂດລາສະຫະລັດ).

ການປະຕິບັດແຜນງົບປະມານແຫ່ງລັດ: ການຈັດເກັບລາຍຮັບງົບປະມານ: ໃນໄລຍະເຄີ່ງສະໄໝຜ່ານມາ, ລັດຖະບານໄດ້ສຸມໃສ່ປັບປຸງຂົງເຂດລາຮັບ-ລາຍຈ່າຍ ດ້ວຍການປັບປຸງກົງຈັກການຈັດຕັ້ງ, ການປັບປຸງໂຄງສ້າງລາຍຮັບ-ລາຍຈ່າຍ, ຕິດພັນກັບການສືບຕໍ່ຫັນເປັນທັນສະໄໝໃນວຽກງານການເງິນ-ງົບປະມານດ້ວຍການປະກອບເຄື່ອງມື ແລະ ພັດທະ ນາລະບົບຄຸ້ມຄອງ ແລະ ບໍລິການ ເປັນທັນສະໄໝ ອັນໄດ້ເຮັດວຽກງານໃນຂົງເຂດນີ້ມີການຫັນປ່ຽນທີ່ຕັ້ງ ໜ້າກວ່າເກົ່າ ແລະ ເຮັດໃຫ້ລັດຖະບານສາມາດເກັບລາຍຮັບໄດ້ເກີນແຜນໃນ 2 ປີຕິດຕໍ່ກັນ ແລະ ຄາດວ່າປີ 2023 ກໍຈະລື່ນແຜນການໜ້ອຍໜຶ່ງ.

No photo description available.
ສ່ວນການປະຕິບັດລາຍຈ່າຍງົບປະມານ: ລັດຖະບານ ໄດ້ສືບຕໍ່ປະຕິບັດລາຍຈ່າຍງົບປະມານບົນຈິດໃຈປະຢັດຕາມດຳລັດ205/ລບ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ແລະ ຮັບປະກັນການເບີກຈ່າຍທີ່ຈຳເປັນໄດ້ຕາມປົກກະຕິ ເປັນຕົ້ນ: ເງິນເດືອນ, ເງິນນະໂຍບາຍ, ການຊໍາລະໜີ້ສິນພາຍໃນ ແລະຕ່າງປະເທດ. ໃນປີງົບປະມານ 2021 ແລະ 2022 ສາມາດປະຢັດລາຍຈ່າຍຈໍານວນໜຶ່ງທີ່ບໍ່ຈຳເປັນເຊິ່ງໄດ້ເຮັດໃຫ້ມູນຄ່າການຂາດດຸນງົບປະມານມີທ່າອ່ຽງຫຼຸດລົງ.
No photo description available.

ສິ່ງສຳຄັນ ລັດຖະບານ ຍັງໄດ້ຕົກລົງເພີ່ມເງິນອຸນໜູນຄ່າຄອງຊີບໃຫ້ພະນັກງານລັດຖະກອນ, ພະນັກງານບຳນານ, ເສຍອົງຄະ ທີ່ມີເງິນເດືອນ ຕໍ່າກວ່າ 1.700.000 ກີບ ແລະ ເພີ່ມເງິນອຸດໜູນອັດຕາກິນເຮືອນຄົວລວມ ໃຫ້ສອງກຳລັງ ໂດຍເລີ່ມປະຕິບັດງວດ 4 ປີ 2023 ເປັນຕົ້ນໄປ. ນອກນັ້ນຍັງອອກມະຕິ 09/ລບ, ກ່ຽວກັບການປະຕິບັດເງິນນະໂຍບາຍໂມງສອນໃຫ້ຄູສັນຍາຈ້າງໃຫ້ໄດ້ຄືກັນກັບລັດຖະກອນຄູທົ່ວໄປ.