ມອບຜູ້ຖືກຫາສໍ້ໂກງຊັບທາງລະບົບ ໂທລະຄົມຂ້າມຊາດ ໃຫ້ຕຳຫຼວດ ສປ ຈີນ

46

 

ໜັງສືພິມຄວາມສະຫງົບ ລາຍງານວ່າ: ໃນວັນທີ 11 ກັນຍາ 2023 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຈັດພິທີມອບ – ຮັບຕົວຜູ້ຖືກຫາໃນຄະດີສໍ້ໂກງຊັບຜ່ານທາງ ລະບົບໂທລະຄົມຂ້າມຊາດ ໃຫ້ເຈົ້າໜ້າທີ່ຕໍາຫຼວດ ສປ ຈີນ ນຳໄປສືບຕໍ່ດຳເນີນຄະດີ ໂດຍມີ ທ່ານ ພັນເອກ ມັກ ວິໄລພົນ ຮອງຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງ ປກສ ສປປ ລາວ ແລະ ທ່ານ ພັນໂທ ຢາງ ວ້ານ ຟາງ ຫົວໜ້າພະແນກສືບສວນ – ສອບສວນ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.


ການມອບ – ຮັບຜູ້ຖືກຫາຄະດີສໍ້ໂກງຊັບທາງລະບົບໂທລະຄົມຂ້າມຊາດໃຫ້ເຈົ້າໜ້າທີ່ຕໍາຫຼວດ ສປ ຈີນ ໃນຄັ້ງນີ້ມີທັງໝົດ 164 ຄົນ ( ຍິງ 13 ຄົນ ). ໃນນີ້ມີຜູ້ຖືກຫາຖືກກັກຕົວຢູ່ຈຸດນະຄອນຫຼວງວຽງຈັນ 77 ຄົນ, ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ມີ 46 ຄົນ, ແຂວງວຽງຈັນ 22 ຄົນ ແລະ ແຂວງສະຫວັນນະເຂດ ມີ 19 ຄົນ.


ໃນພິທີດັ່ງກ່າວ, ທັງສອງຝ່າຍໄດ້ເຊັນບົດບັນທຶກ ມອບ – ຮັບຜູ້ຖືກຫາ ເຊິ່ງກັນ ແລະ ກັນ ໂດຍອີງຕາມບົດບັນທຶກການຮ່ວມມື ປະຈຳປີ 2020 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ສະບັບລົງວັນທີ 25 ພຶດສະພາ 2023 ແລະ ອີງຕາມການຮ່ວມມືຂອງສອງກໍາລັງຕໍາຫຼວດ ລາວ – ຈີນ ໃນການມ້າງຄະດີຕົວຈິງຢູ່ ສປປ ລາວ ເພື່ອນໍາເອົາຕົວພວກກ່ຽວກັບຄືນປະເທດ ແລະ ສືບຕໍ່ດໍາເນີນຄະດີຕາມລະບຽບກົດໝາຍ.