ກະຊວງອຸດສາຫະກຳ ແລະການຄ້າ ແຕ່ງຕັ້ງພະນັກງານໃໝ່ຢູ່ 7 ພາກສ່ວນ

355

ໃນວັນທີ 16 ພະຈິກ 2023 ນີ້ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີປະກາດແຕ່ງຕັ້ງພະນັກງານ 7 ພາກສ່ວນ ລັດບໍລິຫານທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະການຄ້າ ເພື່ອສ້າງການຫັນປ່ຽນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃຕ້ການນໍາພາຂອງພັກ.

No description available.
ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະປະຈໍາພັກ-ຄະນະນໍາກະຊວງ ອຸດສາຫະກໍາ ແລະ ການຄ້າ ບົນພື້ນຖານການຕົກລົງເຫັນດີຂອງຄະນະເລຂາທິການສູນກາງພັກ ແລະ ເປັນການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມກາງສະໄໝ ຂອງອົງຄະນະພັກກະຊວງ ອຸດສາຫະກຳ ແລະການຄ້າ; ອີງຕາມມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ; ມະຕິກົມການເມືອງສູນກາງພັກວ່າດ້ວຍການເລືອກເຟັ້ນ ແຕ່ງຕັ້ງ ສັບປ່ຽນໜ້າທີ່ຂອງພະນັກງານນໍາພາ-ຄຸ້ມຄອງ ແລະ ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ.

ກະຊວງອຸດສາຫະກໍາ ແລະ ການຄ້າ ຈິ່ງໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂັ້ນຫົວໜ້າກົມ ສໍາລັບ 7 ພາກສ່ວນ ລັດບໍລິຫານທີ່ຂຶ້ນກັບກະຊວງ ອຸດສາຫະກໍາ ແລະ ການຄ້າ ໂດຍປະກອບມີ ຫ້ອງການກະຊວງ, ກົມຊັບສິນທາງປັນຍາ, ກົມແຂ່ງຂັນທາງທຸລະກິດ ແລະ ກວດ ກາການຄ້າ, ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກົມການຄ້າພາຍໃນ, ກົມອຸດສາຫະກໍາ ແລະ ສະຖາບັນອຸດສາຫະກໍາ ແລະ ການຄ້າ.

No description available.
ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໃຫ້ການໂອ້ລົມ ໂດຍທ່ານ ມະໄລທອງ ກົມມະສິດ ລັດຖະ ມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງ, ຜູ້ຕາງໜ້າຈາກບໍລິສັດ-ລັດວິສາ ຫະກິດ ທີ່ຂຶ້ນກັບກະຊວງ ອຄ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມດ້ວຍບັນ ດາທ່ານຫົວໜ້າ-ຮອງຫົວໜ້າ ຈາກພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

No description available.
ບັນດາທ່ານທີ່ໄດ້ຮັບການເລືອກເຟັ້ນ ແລະ ແຕ່ງຕັ້ງ ໃນ 7 ພາກສ່ວນໃນຄັ້ງນີ້ມີດັ່ງນີ້:
1. ທ່ານ ປອ.ບົວວັນ ວິລະວົງ ເປັນຫົວໜ້າຫ້ອງການກະຊວງ ອຸດສາຫະກໍາ ແລະ ການຄ້າ

2. ທ່ານ ພູວຽງ ພົງສາ ເປັນຫົວໜ້າກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ
3. ທ່ານ ວິທູນ ສິດທິມໍລະດາ ເປັນຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ
4. ທ່ານ ສັນຕິສຸກ ພູນສະຫວັດ ເປັນຫົວໜ້າກົມການຄ້າພາຍໃນ
5. ທ່ານ ສໍາລີ ບຸດສະດີ ເປັນຫົວໜ້າກົມອຸດສາຫະກໍາ
6. ທ່ານ ວຽງສະຫວ່າງ ທິບພະວົງ ເປັນຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ
7. ທ່ານ ໄຊສົມເພັດ ນໍລະສິງ ເປັນຫົວໜ້າກົມຊັບສິນທາງປັນຍາ