Monthly Archives: December, 2019

ບົ່ງຕົວ ທ່ານ ວົງມາດ ເປັນຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງອັດຕະປື

ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ທັງເປັນການຈັດຕັ້ງປະຕິບັດວຽກງານໃນຂະແໜງການດັ່ງກ່າວ ໃຫ້ມີປະສິດທິພາບດີຂຶ້ນເລື້ອຍໆ. ພະແນກແຜນການ ແລະ ການລົງທຶນແຂວງ ອັດຕະປື ໄດ້ພິທີປະກາດແຕ່ງຕັ້ງເພີ່ມເຕີມຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 28 ທັນວາ 2019 ທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປື ມີທ່ານ ສຸລິຈັນ ພອນແກ້ວ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ...

ເມືອງທ່າແຕງ ຕ້ອງການທຶນ 200ຕື້ກ່ວາກີບ ເພື່ອພັດທະນາເສດຖະກິດ-ສັງຄົມ

ໄລຍະ 5 ປີ (2020 – 2024) ເມືອງທ່າແຕງ ແຂວງເຊກອງມີຄວາມຕ້ອງການທຶນ 200 ຕື້ກ່ວາກີບເພື່ອສືບຕໍ່ພັດທະນາເສດຖະກິດ-ສັງຄົມ ໂດຍຈະເຮັດໃຫ້ເມືອງບັນລຸເງື່ອນໄຂການຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ທ່ານ ແສງລາຕີ ຫຼອມຍະເດດ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງທ່າແຕງກ່າວຕໍ່ກອງປະຊຸມໃຫ່ຍຄັ້ງທີ 6 ຂອງຜູ້ແທນອົງຄະນະພັກເມືອງທ່າແຕງທີ່ໄຂຂຶ້ນໃນລະຫ່ວາງວັນທີ 26-27 ທັນວາ 2019ນີ້ວ່າ: ເພື່ອສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງ 10...

ໜ່ວຍພັກ ສຄອ ຈັດກອງປະຊຸມໃຫຍ່ ຄັ້ງທີ VI

ໜ່ວຍສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ( ສຄອ ) ຈັດກອງປະຊຸມໃຫຍ່ ຄັ້ງທີ VI ເພື່ອທວນຄືນຜົນງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາພ້ອມຄັດເລືອກຄະນະໜ່ວຍພັກຊຸດໃໝ່. ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 27 ທັນວາ 2019 ໂດຍການເປັນປະທານຂອງ ທ່ານ ສຽວສະຫວາດ ສະແຫວງສຶກສາ ເລຂາໜ່ວຍພັກ ສຄອ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ເຂັມມະນີ ພົນເສນາ...

ອາເມຣິກາ ອອກກົດໝາຍອາຍຸຂັ້ນຕ່ຳ 21 ປີ ມີສິດຊື້ຢາສູບ ແລະ ເຄື່ອງອື່ມແອລກໍຮອລ

ສຳນັກງານຄະນະກຳມະການອາຫານ ແລະ ຢາຂອງສະຫະລັດ ອາເມຣິກາ ໄດ້ເພີ່ມເພດານອາຍຸຂັ້ນຕໍ່າຂອງຜູ້ມິດສິດຊື້ຜະລິດຕະພັນຢາສູບທຸກປະເພດ ຈາກ 18 ປີ ເປັນ 21 ປີ ອີງຕາມກົດໝາຍທີ່ປະທານາທິບໍດີ ໂດນັລ ທຣຳ ເຊັ່ນລົງນາມ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ວ່າ ອົງການອາຫານ ແລະ ຢາຂອງສະຫະລັດ ອາເມຣິກາ ໄດ້ອອກຖະແຫຼງການເມື່ອວັນສຸກ ກ່ຽວກັບການເພີ່ມເພດານອາຍຸຂັ້ນຕ່ຳຂອງຜູ້ມີສິດຊື້ຜະລິດຕະພັນຢາສູບໃນປະເທດ...

ສະຫາຍ ບຸນເມືອງ ໄຊຍະສິດ ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງງອຍ

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XI ຂອງອົງຄະນະພັກເມືອງງອຍ ໄດ້ດຳເນີນ ເປັນເວລາ 2 ວັນ ນັບແຕ່ວັນທີ 25-26 ທັນວາ 2019 ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍມີຜູ້ແທນສົມບູນ 127 ສະຫາຍ, ຍິງ 6 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 1.157 ສະຫາຍ ໃນທົ່ວເມືອງ ແລະຜູ້ແທນຮັບເຊີນເຂົ້າຮ່ວມ. ກອງປະຊຸມໃຫຍ່ຄັ້ງນີ້...

ມີ 200 ກວ່າບໍລິສັດ ລົງທຶນໃນຂະແໜງກະສິກຳຢູ່ແຂວງສະຫວັນນະເຂດ

ແຂວງສະຫວັນນະເຂດ ສຸມໃສ່ສົ່ງເສີມໃຫ້ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າລົງທຶນຮອດປັດຈຸບັນມີ 200 ກວ່າບໍລິສັດເຂົ້າລົງທຶນໃນຂະແໜງກະສິກຳ. ຄຽງຄູ່ກັນນັ້ນ, ທາງແຂວງກໍໄດ້ສົ່ງເສີມປະຊາຊົນຜະລິດເປັນສິນຄ້າໃນຮູບແບບການມີສ່ວນຮ່ວມຂອງພາກລັດ ແລະ ເອກະຊົນ ທັງໃນປີ 2020 ຕັ້ງເປົ້າສ້າງຕະຫຼາດຄົບວົງຈອນ ເພື່ອຮອງຮັບສິນຄ້າທີ່ປະຊາຊົນຜະລິດ. ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ປີ 2019 ຈັດຂຶ້ນເມື່ອບໍ່ດົນມານີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ເປີດເຜີຍຕໍ່ສື່ມວນຊົນວ່າ:...

ງາມສົມນາມມະຍົດ! ບ້ານວັດທະນາທໍາ(ເຜົ່າອາຄາ)

ບ້ານນໍ້າຍາງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ສາມາດປະຕິບັດໄດ້ຕາມເງື່ອນໄຂບ້ານວັດທະນະທໍາ ແລະ ຖືກປະກາດຮັບຮອງເປັນບ້ານວັດທະນະທໍາແລ້ວ ພ້ອມຈັດງານບຸນກິນຈຽງຂອງເຜົ່າອາຄາຂຶ້ນໃນວັນດຽວກັນ. ທັງສອງງານສໍາຄັນດັ່ງກ່າວ ຈັດຂຶ້ນໃນວັນທີ 27 ທັນວາ 2019 ທີ່ບ້ານນໍ້າຍາງ ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ຄໍາມີ ນາຍບ້ານໆນໍ້າຍາງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ຮອງເຈົ້າເມືອງໆຫຼວງນໍ້າທາ, ທ່ານ ວຽງຄໍາ ໄຊຍະວົງ...

2020 ສສກ ຕ້ອງໄດ້ສຸມໃສ່ 6 ຄາດໝາຍທີ່ທົດຖອຍໃຫ້ຄືບໜ້າ

ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາປີ 2019 ເຫັນວ່າຍັງມີຫຼາຍຄາດໝາຍທີ່ບໍ່ສາມາດບັນລຸ ເປັນຕົ້ນແມ່ນອັດຕາການຄ້າງຫ້ອງ ແລະ ປະລະການຮຽນ ນັກຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ. ສະນັ້ນ, ໃນປີ 2020 ສະພາແຫ່ງຊາດ ໄດ້ມີມະຕິໃຫ້ກະຊວງສຶກສາທິການ ແລະ ກີລາ ໂດຍສະເພາະແມ່ນຂະແໜງການສຶກສາເອົາໃຈໃສ່ຕື່ມ 5 ຄາດໝາຍທີ່ຍັງບໍ່ບັນລຸ ແລະ ສຸມໃສ່ 6 ຄາດໝາຍທີ່ທົດຖອຍໃຫ້ມີຄວາມຄືບໜ້າຂຶ້ນ ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດ...

ຢູ 18 ເອັສຣາ ເອັຟຊີ ລ້າງແຄ້ນ ຊ້າງນ້ອຍ ເອັຟຊີ ຄວ້າແຊັມບານຕະຊີງຂັນ ສຕລ 2019

ກ່ອນໜ້ານີ້ ເອັສຣາ ເອັຟຊີ ຮຸ່ນອາຍຸບໍ່ເກີນ 18 ປີ ດັບຝັນ ລາວໂຕໂຢຕ້າ ເອັຟຊີ ຮຸ່ນອາຍຸບໍ່ເກີນ 18 ປີ 4-1 ໃນການດວນຈຸດໂທດ ຫຼັງສະເໝີກັນ 2-2 ເມື່ອວັນທີ 25 ທັນວາ 2019 ຜ່ານເຂົ້າຮອບຊີງຊະນະເລີດພົບກັບ ຊ້າງນ້ອຍ ເອັຟຊີ ທີ່ຊະນະ...

ການເບີກຈ່າຍເງິນເດືອນ – ເງິນອຸດໜູນຜ່ານທະນາຄານ ຈະໃຫ້ສຳເລັດໃນປີ 2020

ຄັງເງິນແຫ່ງຊາດ ໄດ້ຖື ຄວາມສຳຄັນໃນການເບີກຈ່າຍເງິນເດືອນ - ເງິນອຸດໜູນ - ເງິນນະໂຍບາຍຕ່າງໆເປັນບຸລິມະສິດ ເຊິ່ງໃນປັດຈຸບັນທົ່ວປະເທດມີທັງໝົດ 148 ເມືອງ, ແຕ່ສາມາດເບີກຈ່າຍເງິນເດືອນ - ເງິນອຸດໜູນ - ເງິນນະໂຍບາຍຕ່າງໆໃຫ້ພະນັກງານ - ລັດຖະກອນສຳເລັດແລ້ວ 137 ເມືອງ, ເບີກຈ່າຍເປັນເງິນສົົດມີ 11 ເມືອງ ແລະ ຈະສືບຕໍ່ຜັນຂະຫຍາຍໃຫ້ສຳເລັັດໃນປີ...
- Advertisment -
Slide
Slide

Most Read

error: Content is protected !!