ການເບີກຈ່າຍເງິນເດືອນ – ເງິນອຸດໜູນຜ່ານທະນາຄານ ຈະໃຫ້ສຳເລັດໃນປີ 2020

339

ຄັງເງິນແຫ່ງຊາດ ໄດ້ຖື ຄວາມສຳຄັນໃນການເບີກຈ່າຍເງິນເດືອນ – ເງິນອຸດໜູນ – ເງິນນະໂຍບາຍຕ່າງໆເປັນບຸລິມະສິດ ເຊິ່ງໃນປັດຈຸບັນທົ່ວປະເທດມີທັງໝົດ 148 ເມືອງ, ແຕ່ສາມາດເບີກຈ່າຍເງິນເດືອນ – ເງິນອຸດໜູນ – ເງິນນະໂຍບາຍຕ່າງໆໃຫ້ພະນັກງານ – ລັດຖະກອນສຳເລັດແລ້ວ 137 ເມືອງ, ເບີກຈ່າຍເປັນເງິນສົົດມີ 11 ເມືອງ ແລະ ຈະສືບຕໍ່ຜັນຂະຫຍາຍໃຫ້ສຳເລັັດໃນປີ 2020.

ທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກ່າວໃນກອງປະຊຸມສະຫຼຸບວຽກງານການເງິນ ປະຈຳປີ 2019 ແລະ ທິດທາງແຜນການ ປະຈໍາປີ 2020 ຜ່ານ ມາວ່າ: ການເບີກຈ່າຍເງິນເດືອນ – ເງິນອຸດໜູນ – ເງິນນະໂຍບາຍຕ່າງໆ, ຄັງເງິນແຫ່ງຊາດແຕ່ລະຂັ້ນຖືຄວາມສຳຄັນເປັນບຸລິມະສິດ ໂດຍບໍ່ຈໍາເປັນຕ້ອງຈັດສັນເຂົ້າໃນແຜນລາຍຈ່າຍປະຈຳອາທິດ ແລະ ໃນກໍລະນີແຜນລາຍຈ່າຍປະຈຳງວດຊັກຊ້າ ຄັງເງິນແຫ່ງຊາດໄດ້ອະນຸຍາດໃຫ້ຫົວໜ່ວຍງົບປະມານ ສາມາດປະກອບເອກະສານເພື່ອເບີກຈ່າຍລ່ວງໜ້າໃນລະບົບຄັງເງິນແຫ່ງຊາດ. ຈາກນັ້ນ, ຈຶ່ງປະກອບເອກະສານສະສາງບັນຊີພາຍຫຼັງ ເຮັດໃຫ້ການເບີກຈ່າຍເງິນເດືອນເປັນປົກກະຕິ, ປັດຈຸບັນຢູ່ຂັ້ນສູນກາງສາມາດເບີກຈ່າຍເງິນເດືອນຜ່ານລະບົບທະນາຄານສຳເລັດຮອດເດືອນພະຈິກ ແລະ ສືບຕໍ່ເບີກຈ່າຍເດືອນທັນວາໃຫ້ສຳເລັດ. ສໍາລັບຂັ້ນທ້ອງຖິ່ນໄດ້ສຳເລັດການເຄື່ອນເງິນດຸນດ່ຽງງົບປະມານຕາມແຜນຂາດດຸນ 100% ໂດຍໄດ້ຈັດສັນທຸກແຫຼ່ງເງິນເຂົ້າໃນການເບີກຈ່າຍເງິນເດືອນ, ເງິນອຸດໜູນຕ່າງໆ. ຫຼາຍແຂວງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ໂດຍເອົາລາຍຮັບພາຍໃນຂອງແຂວງເພື່ອປະຕິບັດການເບີກຈ່າຍ ໂດຍໂອນເຂົ້າບັນຊີບ້ວງດຸນດ່ຽງເງິນເດືອນສະເພາະ.

ສ່ວນການເບີກຈ່າຍມີ ຄວາມສະດວກ, ວ່ອງໄວ ແລະ ທັນກໍານົດເວລາຍ້ອນໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກທະນາຄານແຫ່ງ ສປປ ລາວ ກໍຄືບັນດາທະນາຄານທຸລະກິດຂອງລັດທີ່ອຳນວຍຄວາມສະດວກໃນການບໍລິການ ເປັນຕົ້ນການສ້າງຕັ້ງໜ່ວຍບໍລິການທະນາຄານ ແລະ ຕິດຕັ້ງຕູ້ ATM ໃນຂອບເຂດທົ່ວປະເທດ. ສໍາລັບຂັ້ນເມືອງໃນຈຳນວນ 148 ເມືອງ ໃນທົ່ວປະເທດໄດ້ເບີກຈ່າຍເງິນເດືອນ, ເງິນນະໂຍບາຍຕ່າງໆໃຫ້ພະນັກງານ – ລັດຖະກອນ ຜ່ານລະບົບທະນາຄານສໍາເລັດຈຳນວນ 137 ເມືອງ ແລະ ຍັງເບີກຈ່າຍເປັນເງິນສົດຈຳນວນ 11 ເມືອງ, ໃນຈຳນວນ 137 ເມືອງ ທີ່ໄດ້ເບີກຈ່າຍຜ່ານໜ່ວຍບໍລິການຂອງທະນາຄານທຸລະກິດ ແລະ ຕູ້ ATM ຈຳນວນ 129 ເມືອງ. ສ່ວນອີກ 8 ເມືອງແມ່ນບໍ່ທັນມີໜ່ວຍບໍລິການຂອງທະນາຄານທຸລະກິດ ແລະ ຕູ້ ATM ເຊິ່ງບັນດາເມືອງດັ່ງກ່າວຕ້ອງໄດ້ນໍາໃຊ້ການບໍລິການ ຫຼື ຕູ້ ATM ຂອງເມືອງທີ່ໃກ້ຄຽງ ເຊິ່ງເຫັນວ່າສ້າງ ຄວາມຫຍຸ້ງຍາກ ແລະ ຕ້ອງໃຊ້ເວລາເດີນທາງເພື່ອໄປຖອນເງິນແຕ່ລະຄັ້ງ. ສໍາລັບການເບີກຈ່າຍຜ່ານຕົວແທນ B-Come ຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນຢູ່ 12 ເມືອງ ແມ່ນບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ ເນື່ອງຈາກວ່າການສ້າງຄວາມເຂົ້າໃຈລະຫວ່າງຕົວແທນ B-Come ແລະ ພະນັກງານລັດຖະກອນຍັງບໍ່ທັນທົ່ວເຖິງ ແລະ ເປັນເອກະພາບ.

ພ້ອມກັນນັ້ນ, ການເກັບຄ່າທຳນຽມໃນການຖອນເງິນແຕ່ລະຄັ້ງມີມູນຄ່າສູງ, ຖ້າເກັບນໍາພະນັກງານລັດຖະກອນກໍເຫັນວ່າຈະມີຜົນກະທົບໂດຍກົງ ແລະ ຍັງມີ 5 ເມືອງທີ່ຍັງບໍ່ທັນມີຕົວແທນ B-Come. ສະນັ້ນ, ເພື່ອເຮັດໃຫ້ການຈ່າຍເງິນເດືອນ – ເງິນອຸດໜູນ – ເງິນນະໂຍບາຍຕ່າງໆໃຫ້ພະນັກງານ – ລັດຖະກອນຜ່ານລະບົບທະນາຄານ ( ATM ) ໃນຂອບເຂດທົ່ວປະເທດຕາມຄຳແນະນຳສະບັບເລກທີ 3143/ກງ, ທາງດ້ານວິຊາການກະຊວງການເງິນ ສະເໜີໃຫ້ທະນາຄານແຫ່ງ ສປປ ລາວ ຊ່ວຍພິຈາລະນາ, ຊ່ວຍຊຸກຍູ້ບັນດາທະນາຄານທຸລະກິດຂະຫຍາຍໜ່ວຍບໍລິການຢູ່ຈຳນວນ 34 ເມືອງ ທີ່ຍັງບໍ່ທັນມີໜ່ວຍບໍລິການຂອງທະນາຄານທຸລະກິດ ແລະ ຕິດຕັ້ງຕູ້ ATM ຢູ່ຈຳນວນ 16 ເມືອງ.

ພ້ອມນີ້, ສະເໜີໃຫ້ທະນາຄານທຸລະກິດຂອງລັດຄົ້ນ ຄວ້າພິຈາລະນາຂະຫຍາຍຕົວແທນບໍລິການຊຸມຊົນ ( B-Come ) ຫຼື ຜະລິດຕະພັນອື່ນຢູ່ເມືອງທີ່ບໍ່ມີໜ່ວຍບໍລິການ ແລະ ຕູ້ ATM ເພື່ອສ້າງຄວາມສະດວກໃຫ້ເມືອງດັ່ງກ່າວໃນການຮັບເງິນເດືອນ ແລະ ຄົ້ນຄວ້າກ່ຽວກັບນະໂຍບາຍບໍ່ໃຫ້ເກັບຄ່າທຳນຽມການບໍລິການທີ່ຕິດພັນກັບການເບີກຈ່າຍເງິນເດືອນ, ເງິນອູດໜູນ ແລະ ເງິນນະໂຍບາຍຕ່າງໆ.
ຄຽງຄູ່ກັນນີ້, ອຳນາດການປົກຄອງແຕ່ລະຂັ້ນຕ້ອງເພີ່ມທະວີຄວາມຮັບຜິດຊອບ ແລະ ເປັນເຈົ້າການຊ່ວຍໃນການຕິດຕາມ, ກວດກາ ແລະ ປະຕິບັດການເກັບລາຍຮັບເຂົ້າງົບປະມານ ໂດຍປະຕິບັດຕາມຄໍາແນະນໍາຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 3143/ກງ, ຖືເອົາການເບີກຈ່າຍເງິນເດືອນ – ເງິນອູດ ໜູນ – ເງິນນະໂຍບາຍຕ່າງໆໃຫ້ພະນັກງານ – ລັດຖະກອນຜ່ານລະບົບທະນາຄານທົ່ວປະເທດໃຫ້ສໍາເລັດໃນປີ 2020.