ມີ 200 ກວ່າບໍລິສັດ ລົງທຶນໃນຂະແໜງກະສິກຳຢູ່ແຂວງສະຫວັນນະເຂດ

338

ແຂວງສະຫວັນນະເຂດ ສຸມໃສ່ສົ່ງເສີມໃຫ້ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າລົງທຶນຮອດປັດຈຸບັນມີ 200 ກວ່າບໍລິສັດເຂົ້າລົງທຶນໃນຂະແໜງກະສິກຳ. ຄຽງຄູ່ກັນນັ້ນ, ທາງແຂວງກໍໄດ້ສົ່ງເສີມປະຊາຊົນຜະລິດເປັນສິນຄ້າໃນຮູບແບບການມີສ່ວນຮ່ວມຂອງພາກລັດ ແລະ ເອກະຊົນ ທັງໃນປີ 2020 ຕັ້ງເປົ້າສ້າງຕະຫຼາດຄົບວົງຈອນ ເພື່ອຮອງຮັບສິນຄ້າທີ່ປະຊາຊົນຜະລິດ.

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ປີ 2019 ຈັດຂຶ້ນເມື່ອບໍ່ດົນມານີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ເປີດເຜີຍຕໍ່ສື່ມວນຊົນວ່າ: ແຂວງສະຫວັນນະເຂດ ໄດ້ປຸກລະດົມປະຊາຊົນສຸມໃສ່ການຜະລິດກະສິກຳ ເປັນຕົ້ນແມ່ນການປູກພືດຜັກຕ່າງໆສາມາດສະໜອງໃຫ້ແກ່ການບໍລິໂພກພາຍໃນໄດ້ໂດຍພື້ນຖານ, ໃນຂະນະທີ່ການຜະລິດກະສິກໍາເປັນສິນຄ້າໄດ້ຮັບການເອົາໃຈໃສ່ຊຸກຍູ້ສົ່ງເສີມຈາກທຸກພາກສ່ວນ ແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ໄດ້ມີໂຄງການຕ່າງໆ ເຊັ່ນ: ໂຄງການກະສິກຳສະອາດຂອງກົມປູກຝັງ, ໂຄງການຈັດສັນດິນປູກຝັງຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ໂຄງການຮັກສາສຸຂະພາບສັດລ້ຽງ ແລະ ສົ່ງເສີມການລ້ຽງປາຊຸມຊົນຂອງກົມລ້ຽງສັດ ແລະ ໂຄງການຟື້ນຟູລະບົບຊົນລະປະທານ ໃຫ້ກາຍເປັນລະບົບຊົນລະກະເສດຂອງກົມຊົນລະປະທານ ແລະ ອື່ນໆ ໂດຍເລັ່ງໃສ່ການປູກພືດຜັກອິນຊີ, ປູກເຂົ້າຈ້າວ, ເຂົ້າໜຽວທີ່ຕະຫຼາດຕ້ອງການ, ປູກໄມ້ໃຫ້ໝາກ, ປູກພືດອຸດສາຫະກຳອາຍຸສັ້ນ, ການລ້ຽງສັດແບບເປັນຟາມ, ການປູກໄມ້ໃຫຍ່ໄວ ແລະ ການປູກພືດເພື່ອປ້ອນໂຮງງານປຸງແຕ່ງ ເຊັ່ນ: ໂຮງງານນ້ຳຕານ, ໂຮງງານຢາສູບ, ໂຮງງານຝຸ່ນຊີວະພາບ, ໂຮງງານແປ້ງມັນຕົ້ນ ແລະ ໂຮງງານຜະລິດເຍື່ອເຈ້ຍ ແລະ ອື່ນໆ.

ປັດຈຸບັນມີການລົງທຶນຂອງພາກລັດ – ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນຂະແໜງກະສິກຳ ແລະ ທັງໝົດ 213 ບໍລິສັດ ເພີ່ມຂຶ້ນຈາກໄລຍະ 9 ເດືອນ 18 ບໍລິສັດ. ໃນນີ້, ເຄື່ອນໄຫວຕົວຈິງມີພຽງ 155 ບໍລິສັດ ເທົ່າກັບ 75% ໃນ 5 ປະເພດ ຄື: ປູກຝັງ, ລ້ຽງສັດ, ຊົນລະປະທານ, ປ່າໄມ້ ແລະ ບໍລິສັດຂາເຂົ້າ – ຂາອອກສິນຄ້າກະສິກຳ. ໄດ້ຊຸກຍູ້ສົ່ງເສີມຊາວກະສິກອນ ໂດຍປຸກລະດົມພາກສ່ວນຕ່າງໆໃຫ້ມີສ່ວນຮ່ວມໃນການຜະລິດກະສິກຳເປັນສິນຄ້າຢ່າງແຂງແຮງ ເພື່ອປ້ອນຕະຫຼາດພາຍໃນ ແລະ ສົ່ງອອກ, ສ້າງເປັນກຸ່ມການຜະລິດໄດ້ທັງໝົດ 59 ກຸ່ມ 10 ເມືອງ 104 ບ້ານ 11.152 ເຮັກຕາ, ກຸ່ມຊາວນາທີ່ຈົດທະບຽນພື້ນທີ່ຜະລິດເຂົ້າເປັນສິນຄ້າກັບໂຮງສີ IDP ແລ້ວຈຳນວນ 47 ກຸ່ມ, ມີ 92 ບ້ານ ແລະ ໂຮງສີເຂົ້າອາຊຽນ 6 ກຸ່ມ 3 ເມືອງ 6 ບ້ານ, ສາມາດປຸງແຕ່ງ ແລະ ສົ່ງອອກເຂົ້າໄປທັງພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 5.743,09 ໂຕນ. ໃນນີ້, ສົ່ງອອກເຂົ້າສານຈ້າວ 18,50 ໂຕນ, ເຂົ້າສານໜຽວ 5.724,59 ໂຕນ ເປັນມູນຄ່າ 4 ລ້ານກວ່າໂດລາສະຫະລັດ.

ທ່ານເຈົ້າແຂວງສະຫວັນນະເຂດ ຍັງກ່າວຕື່ມວ່າ: ສິ່ງທີ່ພົ້ນເດັ່ນໃນການຜະລິດກະສິກຳເປັນສິນຄ້າ ໄດ້ລິເລີ່ມຂະບວນການຜະລິດເປັນສິນຄ້າຂອງປະຊາຊົນບັນດາເຜົ່າແບບມີສ່ວນຮ່ວມລະຫວ່າງພາກລັດ – ແນວລາວສ້າງຊາດ – ເອກະຊົນ ( ກຸ່ມບໍລິສັດ ພົງສະຫວັນ ) ໂດຍໄດ້ລົງປຸກລະດົມຂົນຂວາຍສ້າງຕັ້ງກອງທຶນສາມັກຄີແນວລາວສ້າງຊາດບ້ານ ໃຫ້ປະຊາຊົນ 25 ບ້ານ ໃນ 5 ເມືອງ ( ສອງຄອນ, ຈຳພອນ, ໄຊບູລີ, ໄຊພູທອງ, ນະຄອນໄກສອນພົມວິຫານ ) ໃຫ້ມີຄວາມເຂົ້າໃຈເຖິງວິທີການສ້າງກອງທຶນ, ການເຂົ້າເຖິງກອງທຶນ, ວິທີກູ້ ແລະ ການຊຳລະ ເຊິ່ງມາເຖິງປັດຈຸບັນເຫັນວ່າໄດ້ຮັບຜົນດີ ແລະ ສ້າງສຳເລັດແລ້ວ 6 ກອງທຶນ, ສາມາດສະໜອງກົນຈັກການຜະລິດໃຫ້ບັນດາກອງທຶນບ້ານ 13 ຄັນ ( ຕາມແຜນ 25 ຄັນ ), ແນວພັນເຂົ້າ 285 ໂຕນ ( ແຜນ 1 ແສນໂຕນ ), ປຸ໋ຍ 305 ໂຕນ ( ແຜນ 1.300 ໂຕນ ) ລວມເປັນມູນຄ່າ 31,6 ຕື້ກວ່າກີບ. ພາຍໃນປີ 2020 ນີ້ຈະຈັດຕັ້ງປະຕິບັດໂຄງການກໍ່ສ້າງຕະຫຼາດນັດຄົບວົງຈອນຢູ່ບ້ານໂພນທາດ ເມືອງໄຊພູທອງ ເພື່ອຮອງຮັບການຈໍາໜ່າຍຜະລິດຕະພັນສິນຄ້າຂອງປະຊາຊົນໃຫ້ສຳເລັດ.

ການປູກພືດເປັນສິນຄ້າໄດ້ສຸມໃສ່ການປູກພືດອຸດສາຫະກໍາ, ໄມ້ໃຫ້ໝາກ ແລະ ໄມ້ອຸດສາຫະກຳເພື່ອແປຮູບ ແລະ ສົ່ງອອກ ເປັນຕົ້ນແມ່ນ: ອ້ອຍ, ມັນຕົ້ນ, ຢາງພາລາ, ຢາສູບ, ໄມ້ວິກ ແລະ ກະຖິນນະລົງ, ນອກຈາກນັ້ນ, ໄດ້ສົ່ງເສີມການຜະລິດກະສິກຳສະອາດປອດໄພຕາມຍຸດທະສາດ ຢູ່ບ້ານຜັກຂະ, ດອນເຊັງ, ນາແກ ແລະ ໂພນສິມ ນະຄອນໄກສອນ ພົມວິຫານ; ບ້ານຫົວເມືອງ ເມືອງອາດສະພັງທອງ; ບ້ານໂພນຕານ ເມືອງພະລານໄຊ; ບ້ານໂພນທອງ, ດອນແຍງ ເມືອງຈຳພອນ ແລະ ຂະຫຍາຍໄປເມືອງອື່ນໆ ໃຫ້ສາມາດຕອບສະໜອງຕາມຄວາມຕ້ອງການຂອງຜູ້ບໍລິໂພກ ໂດຍສະເພາະໃນລະດູຝົນທີ່ຜ່ານມາ ໂຄງການສະຫວັນຟຽດ ໄດ້ສົ່ງເສີມການປູກໝາກອຶຍີ່ປຸ່ນ ຢູ່ກຸ່ມໂພນສິມ ສາມາດເກັບກ່ຽວ ແລະ ສົ່ງຜົນຜະລິດອອກຂາຍໄດ້ 220 ກວ່າໂຕນ.

ການລ້ຽງສັດເປັນສິນຄ້າ, ສົ່ງເສີມລ້ຽງງົວແບບເປັນຟາມທີ່ກຳລັງໄດ້ຮັບການປັບປຸງຕາມທິດຍົກສູງສະມັດຖະພາບ ແລະ ຄຸນນະພາບ ໂດຍຫັນໃຫ້ມີການລ້ຽງສັດແບບເປັນຟາມ ເລີ່ມຈາກຟາມຂະໜາດນ້ອຍໃນລະດັບຄອບຄົວກ້າວໄປເຖິງຟາມຂະໜາດໃຫຍ່ຕາມຮູບແບບ ແລະ ທິດທາງຫັນເປັນອຸດສາຫະກຳ, ນໍາໃຊ້ແນວພັນທີ່ມີຄຸນນະພາບ, ຮັບປະກັນຄວາມປອດໄພຈາກພະຍາດ. ຄຽງຄູ່ກັນນັ້ນ, ກໍໄດ້ສຳຫຼວດທົ່ງຫຍ້າທຳມະຊາດເພື່ອສະຫງວນສຳລັບການລ້ຽງສັດໃຫຍ່ໄດ້ 15.000 ເຮັກຕາ, ສົ່ງເສີມການປູກຫຍ້າຊະນິດຕ່າງໆ ເຊັ່ນ: ຫຍ້າເນເປຍ, ລູຊີ, ກີນີ, ຫຍ້າຫວານ, ຖົ່ວສະໄຕໂລ ແລະ ອື່ນໆໄດ້ 705 ເຮັກຕາ ເພື່ອເປັນອາຫານສັດເຮັດໃຫ້ສັດລ້ຽງເພີ່ມນ້ຳໜັກຂຶ້ນ ໂດຍສະເພາະສັດໃຫຍ່ ຈາກນໍ້າໜັກສະເລ່ຍ 165 ກິໂລຕໍ່ໂຕ ເປັນ 180 – 200 ກິໂລຕໍ່ໂຕ.