ຢູ 18 ເອັສຣາ ເອັຟຊີ ລ້າງແຄ້ນ ຊ້າງນ້ອຍ ເອັຟຊີ ຄວ້າແຊັມບານຕະຊີງຂັນ ສຕລ 2019

40

ກ່ອນໜ້ານີ້ ເອັສຣາ ເອັຟຊີ ຮຸ່ນອາຍຸບໍ່ເກີນ 18 ປີ ດັບຝັນ ລາວໂຕໂຢຕ້າ ເອັຟຊີ ຮຸ່ນອາຍຸບໍ່ເກີນ 18 ປີ 4-1 ໃນການດວນຈຸດໂທດ ຫຼັງສະເໝີກັນ 2-2 ເມື່ອວັນທີ 25 ທັນວາ 2019 ຜ່ານເຂົ້າຮອບຊີງຊະນະເລີດພົບກັບ ຊ້າງນ້ອຍ ເອັຟຊີ ທີ່ຊະນະ ທະເວັ້ນຕີ້ຊິກ ຢູໄນເຕັດ 2-0 ໃນການແຂ່ງຂັນບານເຕະຊີງຂັນ ສຕລ ປະຈໍາປີ 2019 ຮຸ່ນອາຍຸບໍເກີນ 18 ປີ.

ໂດຍນັດຊີງຊະນະເລີດ ຈັດຂຶ້ນໃນວັນທີ 28 ທັນວາ 2019 ທີ່ສະໜາມບານເຕະຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ເຊິ່ງເປັນການໂຄຈອນມາພົບກັນອີກຄັ້ງ ເພາະຮອບແບ່ງກຸ່ມ ຊ້າງນ້ອຍ ເອັຟຊີ ເອົາຊະນະມາໄດ້ກ່ອນ 2-0.

ແຕ່ຮອບຊີງປາກົດວ່າ: ເອັສຣາ ມາແຮງສຸດໆໄດ້ 3 ປະຕູຂຶ້ນນໍາກ່ອນ ແລະ ສຸດທ້າຍຈະສາມາດລ້າງແຄ້ນ ຊ້າງນ້ອຍ ເອັຟຊີ 4-2 ຄວ້າຂັນແຊັມ ພ້ອມເງິນລາງວັນ 15 ລ້ານກີບ ແລະ ເປັນແຊັມລາຍການທີ 2 ຂອງ ເອັສຣາ ເອັຟຊີ ໃນປີ 2019 ເພາະກ່ອນໜ້ານີ້ ຢູ 15 ຫາກໍຄວ້າແຊັມໄດ້ມາໃໝ່ໆ.

ສ່ວນຄູ່ຊີງອັນດັບ 3 ລາວໂຕໂຢຕ້າ ເອັຟຊີ ເອົາຊະນະ ທະເວັ້ນຕີ້ຊິກ ຢູໄນເຕັດ 3-1

(ຄໍາສອນ; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ)