2020 ສສກ ຕ້ອງໄດ້ສຸມໃສ່ 6 ຄາດໝາຍທີ່ທົດຖອຍໃຫ້ຄືບໜ້າ

410

ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາປີ 2019 ເຫັນວ່າຍັງມີຫຼາຍຄາດໝາຍທີ່ບໍ່ສາມາດບັນລຸ ເປັນຕົ້ນແມ່ນອັດຕາການຄ້າງຫ້ອງ ແລະ ປະລະການຮຽນ ນັກຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ. ສະນັ້ນ, ໃນປີ 2020 ສະພາແຫ່ງຊາດ ໄດ້ມີມະຕິໃຫ້ກະຊວງສຶກສາທິການ ແລະ ກີລາ ໂດຍສະເພາະແມ່ນຂະແໜງການສຶກສາເອົາໃຈໃສ່ຕື່ມ 5 ຄາດໝາຍທີ່ຍັງບໍ່ບັນລຸ ແລະ ສຸມໃສ່ 6 ຄາດໝາຍທີ່ທົດຖອຍໃຫ້ມີຄວາມຄືບໜ້າຂຶ້ນ ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດ 4 ຄາດໝາຍທີ່ບັນລຸແລ້ວໃຫ້ມີຄວາມຍືນຍົງ.

ອີງຕາມມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 20/ສພຊ ລົງວັນທີ 18 ພະຈິກ 2019 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດ 15 ຄາດໝາຍບຸລິມະສິດ ຕະຫຼອດປີ 2019 ຜ່ານມາ ເຫັນວ່າສາມາດບັນລຸໄດ້ພຽງ 4 ຄາດໝາຍເທົ່ານັ້ນ ເຊັ່ນ: ອັດຕາການເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນການສຶກສາກ່ອນໄວທົ່ວປະເທດເພີ່ມຂຶ້ນເປັນ 79,4% ( ຄາດໝາຍ 79% ), ອັດຕາການເຂົ້າຮຽນສຸດທິຊັ້ນປະຖົມສຶກສາ ບັນລຸ 99,1% ແລະ ສົ່ງເສີມມວນຊົນທຸກເພດ, ທຸກໄວເຂົ້າຮ່ວມການຫັດກາຍະບໍລິຫານອອກກຳລັງກາຍ ບັນລຸ 26,06%.

ສະນັ້ນ, ເພື່ອເຮັດໃຫ້ຄາດໝາຍຕ່າງໆທີ່ ສສກ ວາງໄວ້ມີທ່າອ່ຽງດີຂຶ້ນ ແລະ ມີ ຄວາມຍືນຍົງ ສສກ ຕ້ອງເອົາໃຈໃສ່ຕື່ມໃນການຈັດຕັ້ງປະຕິບັດສູ້ຊົນ 5 ຄາດໝາຍທີ່ຍັງບໍ່ບັນລຸໃຫ້ສາມາດບັນລຸໃນປີ 2020 ເຊັ່ນ: ອັດຕາຄ້າງຫ້ອງຂອງນັກຮຽນ ປ 1 ຈາກ 8,4% ໃຫ້ຍັງເຫຼືອ 8%, ອັດຕາຄ້າງຫ້ອງຂອງນັກຮຽນຊັ້ນປະຖົມສຶກສາຈາກ 3,8% ໃຫ້ຍັງເຫຼືອ 3,5%, ເພີ່ມອັດຕາເຂົ້າຮຽນຊັ້ນ ມ.ປາຍ ຈາກ 54,8% ໃຫ້ບັນລຸ 56%, ສົ່ງເສີມໃຫ້ນັກຮຽນທີ່ຈົບ ມ.ຕົ້ນ ໃຫ້ໄດ້ຮຽນອາຊີວະສຶກສາຈາກ 3,3% ໃຫ້ບັນລຸ 5% ແລະ ນັກຮຽນທີ່ຈົບ ມ.ປາຍ ໃຫ້ໄດ້ເຂົ້າຮຽນໃນລະດັບຕ່າງໆຈາກ 75% ໃຫ້ບັນລຸ 80% ໃນປີ 2020.

ພ້ອມກັນນັ້ນ, ຕ້ອງສຸມໃສ່ 6 ຄາດໝາຍທີ່ທົດຖອຍໃຫ້ມີຄວາມຄືບໜ້າຂຶ້ນ ເປັນຕົ້ນ: ອັດຕາປະລະການຮຽນ ປ 1 ຈາກ 6,3% ໃຫ້ເຫຼືອ 6%, ອັດຕາປະລະການຮຽນຊັ້ນປະຖົມຈາກ 4,3% ໃຫ້ເຫຼືອພຽງ 4%, ເພີ່ມອັດຕາລອດເຫຼືອຮອດ ປ 5 ຈາກ 82% ໃຫ້ບັນລຸ 83%, ເພີ່ມຈໍານວນເມືອງທີ່ມີອັດຕາປະລະຊັ້ນປະຖົມຕໍ່າກວ່າ 6% ຈາກ 118 ເມືອງ ເປັນ 123 ເມືອງ, ເພີ່ມອັດຕາເຂົ້າຮຽນ ມ.ຕົ້ນ ຈາກ 82,80% ໃຫ້ບັນລຸ 84% ແລະ ອັດຕາປະລະຊັ້ນ ມ.ຕົ້ນ ຈາກ 9,5% ໃຫ້ຍັງເຫຼືອ 9%. ນອກນັ້ນ, ໃຫ້ສືບຕໍ່ບັນດາຄາດໝາຍທີ່ບັນລຸແລ້ວໃຫ້ມີຄວາມຍືນຍົງ ແລະ ເພີ່ມຂຶ້ນເລື້ອຍໆ.

( ຂໍ້ມູນຈາກສະພາແຫ່ງຊາດ )