ງາມສົມນາມມະຍົດ! ບ້ານວັດທະນາທໍາ(ເຜົ່າອາຄາ)

385

ບ້ານນໍ້າຍາງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ສາມາດປະຕິບັດໄດ້ຕາມເງື່ອນໄຂບ້ານວັດທະນະທໍາ ແລະ ຖືກປະກາດຮັບຮອງເປັນບ້ານວັດທະນະທໍາແລ້ວ ພ້ອມຈັດງານບຸນກິນຈຽງຂອງເຜົ່າອາຄາຂຶ້ນໃນວັນດຽວກັນ.

ທັງສອງງານສໍາຄັນດັ່ງກ່າວ ຈັດຂຶ້ນໃນວັນທີ 27 ທັນວາ 2019 ທີ່ບ້ານນໍ້າຍາງ ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ຄໍາມີ ນາຍບ້ານໆນໍ້າຍາງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ຮອງເຈົ້າເມືອງໆຫຼວງນໍ້າທາ, ທ່ານ ວຽງຄໍາ ໄຊຍະວົງ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວແຂວງ, ມີບັນດາຫົວໜ້າຫ້ອງການ ແຂກຖຶກເຊີນຕະຫຼອດຮອດປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ທ່ານ ທະວີພອນ ສີວິໄລແຮ່ຄໍາ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນທໍາ ແລະ ທ່ອງທ່ຽວເມືອງຫຼວງນໍ້າທາ ແລະ ທ່ານ ໂລເຊະ ຕາງໜ້າອົງການຈັດຕັ້ງ ບ້ານນໍ້າຍາງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການສ້າງຄອບຄົວ, ບ້ານວັດທະນາທໍາ ແລະ ທິດທາງແຜນການໃນຕໍ່ໜ້າ; ບ້ານນໍ້າຍາງ ແມ່ນເຜົ່າອາຄາ ອາໃສຢູ່ ຕັ້ງຢູ່ເຂດຊົນນະບົດພູດອຍຫ່າງຈາກເທດສະບານເມືອງຫຼວງນໍ້າທາໄປທາງທິດຕາເວັນຕົກປະມານ 12 ກິໂລແມັດ, ມີ 124 ຫຼັງຄາເຮືອນ, 153 ຄອບຄົວ, ມີພົນລະເມືອງ 846 ຄົນ, ຍິງ 450 ຄົນ, ບ້ານ ນໍ້າຍາງ ແມ່ນໄດ້ມີເສັ້ນທາງລົດເຂົ້າເຖິງບ້ານ, ມີໄຟຟ້າ ແລະ ນໍ້າລິນໃຊ້, ມີໂຮງຮຽນປະຖົມ 1 ແຫຼ່ງ, ມີທີ່ດິນທໍາການຜະລິດພຽງພໍ, ປະຊາຊົນມີມູນເຊື້ອດຸໝັ່ນຂະຫຍັນພຽນ ໃນການຜະລິດກະສິກໍາເປັນສິນຄ້າ ສາມາດສ້າງເສດຖະກິດຄອບຄົວໃຫ້ມີຄວາມເຂັ້ມແຂງ ຈໍານວນຄອບຄົວພາຍໃນບ້ານແມ່ນກຸ້ມຢູ່ກຸ້ມກິນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. 1 ປີຜ່ານມາສາມາດສ້າງລາຍຮັບຈາກການຂາຍເຄື່ອງປ່າຂອງດົງຕ່າງໆໄດ້ 1 ຕື້ 5 ຮ້ອຍ 38 ລ້ານກວ່າກີບ, ຂາຍເຄື່ອງປ່າຂອງດົງ 1 ຕື້ 5 ແສນກວ່າກີບ, ການຂາຍເຂົ້າ 94 ລ້ານກວ່າກີບ, ຂາຍຢາງພາລາ 980 ຮ້ອຍລ້ານ 8 ແສນກີບ, ໝາກແໜ່ງ 356 ລ້ານກີບ. ລວມລາຍຮັບທັງໜົດບ້ານໄດ້ 1 ຕື້ 500 ຮ້ອຍ 38 ລ້ານກວ່າກີບ, ສະເລ່ຍຫົວຄົນ 5 ລ້ານກວ່າກີບຕໍ່ຄົນຕໍ່ປີ.

ການສ້າງຄອບຄົວ ແລະ ບ້ານວັດທະນາທໍາ ບ້ານນໍ້າຍາງໄດ້ເລີ່ມເປີດຂະບວນການສ້າງຄອບຄົວ ແລະ ບ້ານວັດທະນາທໍາມາແຕ່ທ້າຍເດືອນທັນວາ ປີ 2018 ເປັນຕົ້ນມາ ໄດ້ພ້ອມກັນສ້າງ ແລະ ປະເມີນຕາມມາດຖານເງື່ອນໄຂ ມາເປັນໄລຍະຮອດວັນທີ 16 ພຶດສະພາ 2019 ສາມາດສ້າງຄອບຄົວວັດທະນາທໍາໄດ້ທັງໜົດ 113 ຄອບຄົວ ເທົ່າກັບ 91,12%.

ທັງນີ້, ທິດທາງແຜນການຕໍ່ໜ້າແມ່ນຈະສືບຕໍ່ສົ່ງເສີມການຜະລິດເປັນສິນຄ້າຕາມທ່າແຮງຂອງແຕ່ລະຄອບຄົວ ແລະ ຂອງບ້ານ ໂດຍເລັ່ງໃສ່ການບົວລະບັດຮັກສາຜົນລະປູກ ແລະ ການລ້ຽງສັດໃຫ້ຫຼາຍກາຍເປັນສິນຄ້າຕາມຄວາມເໝາະສົມ, ສູ້ຊົນສ້າງລາຍຮັບໃຫ້ໄດ້ 6 ລ້ານກີບຕໍ່ຄົນຕໍ່ປີ, ສືບຕໍ່ຮັກສ້າງມູນເຊື້ອອັນດີງາມ ເວົ້າລວມເວົ້າສະເພາະແມ່ນວັດທະນາທໍາໃຫ້ຢືນຍົງ, ຍົກສູງລະດັບການພັດທະນາດ້ານຕ່າງໆໃຫ້ສູງຂື້ນ, ສືບຕໍ່ຈັດສັນບ້ານໃຫ້ເປັນລະບຽບ, ສະອາດງາມຕາ, ຮັກສາ ແລະ ສົ່ງເສີມມູນເຊື້ອວັດທະນາທໍາ ແລະ ຮິດຄອງປະເພນີອັນດີງາມຂອງເຜົ່າ ແລະ ແບບແຜນດໍາລົງຊີວິດຂອງປະຊາຊົນພາຍໃນບ້ານໃຫ້ດີຂື້ນເທື່ອລະກ້າວ.

ຈາກນັ້ນ ທ່ານ ວຽງຄໍາ ໄຊຍະວົງ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວແຂວງ ໄດ້ມອບໃບຢັ້ງຢືນ ບ້ານນໍ້າຍາງ ເມືອງຫຼວງນໍ້າທາ ເປັນບ້ານວັດທະນາທໍາ ແລະ ຮ່ວມກັນຕັດແຖບຜ້າເປີດປ້າຍບ້ານນໍ້າຍາງເປັນບ້ານວັດທະນາທໍາຢ່າງເປັນທາງການ. ພ້ອມດຽວກັນນີ້ຜູ້ເຂົ້າຮ່ວມງານຍັງໄດ້ ຮ່ວມງານບຸນກິນຈຽງຂອງເຜົ່າອາຄາບ້ານນໍ້າຍາງດ້ວຍບັນຍາກາດເບີກບານມວນຊື່ນ.

ຂໍ້ມູນຈາກ: ຂ່າວສານຫຼວງນໍ້າທາ