ສະຫາຍ ບຸນເມືອງ ໄຊຍະສິດ ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງງອຍ

336

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XI ຂອງອົງຄະນະພັກເມືອງງອຍ ໄດ້ດຳເນີນ ເປັນເວລາ 2 ວັນ ນັບແຕ່ວັນທີ 25-26 ທັນວາ 2019 ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍມີຜູ້ແທນສົມບູນ 127 ສະຫາຍ, ຍິງ 6 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 1.157 ສະຫາຍ ໃນທົ່ວເມືອງ ແລະຜູ້ແທນຮັບເຊີນເຂົ້າຮ່ວມ.

ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ເປັນເອກະສັນຮັບຮອງ ເອົາເນື້ອໃນບົດລາຍງານການເມືອງທັງສອງພາກ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນຊຸມປີຜ່ານມາ 2015-2019, ທິດທາງແຜນການ 2020-2024 ແລະບົດສຳຫຼວດການນຳພາລວມຂອງຄະນະພັກຊຸດທີ X ເຊິ່ງໄດ້ຍົກໃຫ້ເຫັນ ດ້ານດີທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຊີ້ນຳ-ນຳພາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ໃນໄລຍະ 5 ປີ ຜ່ານມາ, ທັງກຳນົດວິໄສທັດຮອດປີ 2030 ສ້າງເມືອງງອຍໃຫ້ເປັນເມືອງທ່ອງທ່ຽວ ທາງດ້ານທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ຫຼາຍສີສັນ, ການບໍລິການມີຄຸນນະພາບ ເປັນທາງຜ່ານແວ່ເຊົາຂອງແຂກພາຍໃນ ແລະ ຕ່າງປະເທດ, ຕິດພັນກັບຂະບວນການຜະລິດກະສິກຳເປັນສິນຄ້າແບບຍືນຍົງ, ພື້ນຖານໂຄງລ່າງໄດ້ຮັບການປັບປຸງ, ຊີວິດການເປັນຢູ່ຂອງປະຊາ ຊົນດີຂຶ້ນກວ່າເກົ່າ ກາຍເປັນຫົວໜ່ວຍເຂັ້ມແຂງຮອບດ້ານເທື່ອລະກ້າວ.

ຄາດໝາຍສູ້ຊົນແຕ່ປີ 2020-2024 ຕ້ອງຮັບປະກັນໃຫ້ເມືອງງອຍມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະຍຸຕິທຳ, ເສດຖະກິດຂອງເມືອງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະຍືນຍົງ ໃນລະດັບສະເລ່ຍ 8% ຕໍ່ປີ ໄປຕາມທິດ ສ້າງໂຄງປະກອບເສດຖະກິດ ກະສິກໍາ-ປ່າໄມ້, ການບໍລິການ ແລະ ອຸດສະຫະກໍາ-ຫັດຖະກໍາ; ຮອດປີ 2024 ລວມຍອດຜະລິດຕະພັນພາຍໃນເມືອງ (GDP)ໃຫ້ບັນລຸ 448,15 ຕື້ກີບ, ລາຍຮັບສະເລ່ຍ 13.589.000 ກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.698 ໂດລາຕໍ່ຄົນຕໍ່ປີ.

ວາລະກອງປະຊຸມ ຜູ້ແທນສົມບູນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກເມືອງຊຸດທີ XI ມີຜູ້ຮັບສະໝັກ ເລືອກຕັ້ງທັງໝົດ 29 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາ 25 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນຢ່າງສົມບູນ, ເລືອກເອົາຄະນະປະຈຳພັກເມືອງ 7 ສະຫາຍ, ຍີງ 1 ສະຫາຍ, ໃນນັ້ນ ເລືອກເອົາ ສະຫາຍ ບຸນເມືອງ ໄຊຍະສິດ ເປັນເລຂາ ຄະນະບໍລິຫານງານພັກເມືອງ, ສະຫາຍ ສົມສະນິດ ແກ່ນມະນີ ເປັນຮອງເລຂາ ຄະນະບໍລິຫານງານພັກເມືອງ, ສະຫາຍ ບຸນເຕັມ ອາໄພສະຫວັດ ເປັນຮອງເລຂາ ທັງເປັນປະທານກວດກາ ຄະນະບໍລິຫານງານພັກເມືອງ, ເລືອກເອົາ ສະຫາຍ ພັນໂທ ກີ່ງແກ້ວ ແກ້ວມະນີ, ສະຫາຍ ຄຳຜູ ພັນທະວົງ, ສະຫາຍ ນາງ ແສງທອງ ຜາລີວັນ ແລະສະຫາຍ ຄຳເພັດ ຈັນທຸມມາ ເປັນຄະນະປະຈຳພັກເມືອງ.

ກອງປະຊຸມໃຫຍ່ ໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ສະຫາຍໄດ້ເນັ້ນໃຫ້ຄະນະພັກທຸກຂັ້ນ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ເພື່ອຊຸກຍູ້ວຽກງານ ປກສ-ປກຊ ຢ່າງຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ, ສຸມໃສ່ພັດທະນາເສດຖະກິດ-ສັງຄົມຂອງເມືອງໃນ 5 ປີຕໍ່ໜ້າ ໃຫ້ສອດຄ່ອງກັບມະຕິ X ຂອງພັກ ແລະສອດຄ່ອງກັບສະພາບຈຸດພິ ເສດ ແລະທ່າແຮງບົ່ມຊ້ອນຕົວຈິງຂອງເມືອງງອຍ, ພ້ອມທັງຫັນເອົາຜົນສຳເລັດ ກໍ່ຄືມະຕິກອງປະຊຸມຄັ້ງນີ້ ລົງຈັດຕັ້ງຜັນຂະຫຍາຍໃຫ້ກວ້າງຂວາງ ເພື່ອໃຫ້ປະຊາຊົນເປັນເຈົ້າການປະຕິບັດໃຫ້ເລິກເຊີ່ງ ທັງມີຜົນສຳເລັດເປັນກ້າວໆ.

ວາລະກອງປະຊຸມຜູ້ແທນສົມບູນ ໄດ້ລົງປະຊາມະຕິ ຮັບຮອງເອົາມະຕິກອງປະຊຸມ ເພື່ອເປັນເອກະພາບກັນ ຜັນຂະຫຍາຍບັນດາຄາດໝາຍສູ້ຊົນແຕ່ລະດ້ານ ໃນ 5 ປີຕໍ່ໜ້າ ໃຫ້ມີຜົນສຳເລັດ. ຕອນທ້າຍກອງປະຊຸມ ປະຊາຊົນບັນດາເຜົ່າພາຍໃນເມືອງງອຍ ໄດ້ເຂົ້າອວຍພອນຜົນສຳເລັດຂອງກອງປະຊຸມຕື່ມອີກ.