ໜ່ວຍພັກ ສຄອ ຈັດກອງປະຊຸມໃຫຍ່ ຄັ້ງທີ VI

186

ໜ່ວຍສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ( ສຄອ ) ຈັດກອງປະຊຸມໃຫຍ່ ຄັ້ງທີ VI ເພື່ອທວນຄືນຜົນງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາພ້ອມຄັດເລືອກຄະນະໜ່ວຍພັກຊຸດໃໝ່.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 27 ທັນວາ 2019 ໂດຍການເປັນປະທານຂອງ ທ່ານ ສຽວສະຫວາດ ສະແຫວງສຶກສາ ເລຂາໜ່ວຍພັກ ສຄອ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາສະມາຊິກພັກສົມບູນ ແລະ ສໍາຮອງພາຍໃນ ສຄອ ເຂົ້າຮ່ວມ.

ພາຍໃນກອງປະຊຸມໄດ້ຮັບຟັງການລາຍງານບົດລາຍງານການເມືອງ ແລະ ທິດທາງແຜນການຂອງໜ່ວຍພັກ ສຄອ ຈາກ ທ່ານ ສຽວສະຫວາດ ສະແຫວງສຶກສາ ໂດຍມີບາງຕອນກ່າວວ່າ: ສຄອ ແຫ່ງຊາດລາວ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນວຽກງານດ້ານການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ, ວຽກງານການກໍ່ສ້າງພັກ – ພະນັກງານ ໂດຍໃນປີ 2017 ມີສະມາຊິກພັກທັງໝົດພຽງ 17 ສະຫາຍ, ແຕ່ປັດຈຸບັນມີທັງໝົດ 25 ສະຫາຍ, ວຽກງານປັບປຸງກົງຈັກການຈັດຕັ້ງລັດ, ວຽກງານຄຸ້ມຄອງ ແລະ ບໍາລຸງພະນັກງານ, ວຽກງານນະໂຍບາຍໄດ້ປຸກລະດົມມະຫາຊົນເຂົ້າຮ່ວມການຈັດຕັ້ງປະຕິບັດຢ່າງເປັນຂະບວນການ, ກ້າເຮັດ, ກ້າທໍາ, ກ້າຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ວຽກງານກວດກາ ແລະ ອື່ນໆ.

ຂະນະດຽວກັນ ທ່ານ ນາງ ເຂັມມະນີ ພົນເສນາ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມ ໂດຍຍ້ອງຍໍຜົນສໍາເລັດ, ຜົນງານທີ່ສາມາດຍາດມາໄດ້ໂດຍສະເພາະກໍແມ່ນ ສຄອ ສາມາດຍາດໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ພ້ອມດຽວກັນນັ້ນ, ກໍໄດ້ໃຫ້ທິດຊີ້ນໍາພ້ອມເນັ້ນບາງບັນຫາໃຫ້ ສຄອ ເອົາໃຈໃສ່ເປັນຕົ້ນແມ່ນ: ໃຫ້ສືບຕໍ່ສ້າງແຜນການພັດທະນາ 5 ປີ ພ້ອມຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ໂດຍສະເພາະແມ່ນການດໍາເນີນງານ 4 ເສົາຄໍ້າ. ທັງນີ້, ກໍໃຫ້ເພີ່ມທະວີການລົງຮາກຖານເພື່ອໃຫ້ຄວາມຮູ້ຊີ້ນໍາວຽກງານຂອງບັນດາແຂວງ, ພາກທຸລະກິດຕ່າງໆໃຫ້ມີ ຄວາມເຂັ້ມແຂງ, ສືບຕໍ່ເສີມຂະຫຍາຍຍົກລະດັບຄວາມຮູ້ – ຄວາມສາມາດຂອງພະນັກງານໃຫ້ດີຂຶ້ນເລື້ອຍໆ ແລະ ໃຫ້ຮັກສາມູນເຊື້ອໃນການເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

ນອກຈາກນີ້, ພາຍໃນພິທີຍັງໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານໜ່ວຍພັກຊຸດໃໝ່ ໂດຍມີ 5 ທ່ານ ດັ່ງນີ້: ທ່ານ ສຽວສະຫວາດ ສະແຫວງສຶກສາ ເປັນເລາຂາໜ່ວຍພັກ, ທ່ານ ບຸນເລີດ ຫຼວງປະເສີດ ເປັນຮອງເລຂາ, ທ່ານ ພົງສະຫວັນ ເພັດວໍລະສັກ ເປັນປະທານກວດກາ, ທ່ານ ດາວວອນ ພະຈັນທະວົງ ແລະ ທ່ານ ນາງ ດາວວະດິງ ພິລະໄຊພິທັກ ເປັນຄະນະ.