ບົ່ງຕົວ ທ່ານ ວົງມາດ ເປັນຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງອັດຕະປື

144

ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ທັງເປັນການຈັດຕັ້ງປະຕິບັດວຽກງານໃນຂະແໜງການດັ່ງກ່າວ ໃຫ້ມີປະສິດທິພາບດີຂຶ້ນເລື້ອຍໆ. ພະແນກແຜນການ ແລະ ການລົງທຶນແຂວງ ອັດຕະປື ໄດ້ພິທີປະກາດແຕ່ງຕັ້ງເພີ່ມເຕີມຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 28 ທັນວາ 2019 ທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປື ມີທ່ານ ສຸລິຈັນ ພອນແກ້ວ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ມີບັນດາແຂກຖືກເຊີນພ້ອມພະນັກງານພາຍໃນເຂົ້າຮ່ວມ.

ປະຕິບັດຕາມຂໍ້ຕົກລົງເຈົ້າແຂວງ ສະບັບເລກທີ 1648/ຈຂອປ ລົງວັນທີ 29 ຕຸລາ 2019 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກແຜນການ ແລະ ການລົງທຶນເພີ້ມຕື່ມ ໂດຍແຕ່ງຕັ້ງ ທ່ານ ວົງມາດ ແສນດາລາ ຫົວໜ້າພະແນກໂຄສະນາ-ຂ່າວສານ ກະຊວງແຜນການ ແລະ ການລົງທຶນເປັນຮອງຫົວໜ້າພະແນກແຜນການແລະການລົງທຶນແຂວງອັດຕະປືເພິ່ມຕື່ມ

ທີ່ມາ: Attapeu Media