ບໍລິສັດ Berkshire ເກັບເງິນສົດສ້າງສະຖິຕິໃໝ່ ບັບເຟດ ເບິ່ງຕະຫຼາດຮຸ້ນ ແລະ ແອັບເປິລຂາລົງ

15

ບໍລິສັດ Berkshire Hathaway ຂອງວໍເຣນບັບເຟດ ເຈົ້າພໍ່ນັກລົງທຶນໄດ້ເກັບເງິນສົດສູງສຸດເປັນປະຫວັດການ  ທີ່ 189 ຕື້ໂດລາສະຫະລັດ ພ້ອມຂາຍຮຸ້ນແອັບເປິລ ເຮັດໃຫ້ນັກວິເຄາະເບິ່ງເປັນສັນຍານລົບຕະຫຼາດຮຸ້ນສະຫະລັດ.

ສໍານັກຂ່າວຕ່າງປະເທດລາຍງານວ່າ: ໃນທີ່ປະຊຸມຜູ້ຖືຮຸ້ນ ຂອງບໍລິສັດ Berkshire Hathaway ເຊິ່ງເປັນບໍລິສັດລົງທຶນລາຍໃຫຍ່ ເມື່ອວັນທີ 4 ພຶດສະພາ ໃຫ້ຮູ້ວ່າ: ນອກຈາກປະເດັນການສືບທອດທາຍາດຕໍ່ຈາກຍຸກ ວໍເຣນ ບັບເຟດ ໄວ93 ປີທີ່ທຸກຝ່າຍເຝົ້າຕິດຕາມເລື່ອງການຖືເງິນສົດໃນປະລິມານສູງສູດສ້າງສະຖິຕິໃໝ່ ແລະ ການຂາຍຮຸ້ນ ແອັບເປິລ(Apple) ກໍເປັນເລື່ອງທີ່ຫຼາຍຝ່າຍໃຫ້ຄວາມສົນໃຈເຊັ່ນກັນ.

ບໍລິສັດ Berkshire Hathaway ລາຍງານຕົວເລກເງິນສົດລະດັບສູງສຸດທີ່189ຕື້ໂດລາສະຫະລັດ ເມື່ອສິ້ນສຸດໄຕມາດ1 ປີນີ້ ແລະ ບັບເຟດ ຄາດວ່າປະລິມານເງິນສົດຈະເພີ່ມຂຶ້ນໄປສູ່ລະດັບ200ຕື້ໂດລາສະຫະລັດພາຍໃນສິ້ນສຸດໄຕມາດ2 ປີນີ້.

ທັງນີ້ ບໍລິສັດລາຍງານກຳໄລຈາກການດຳເນີນທຸລະກິດໄຕມາດ1 ປີນີ້ ທີ່ລະດັບ11,2 ຕື້ໂດລາສະຫະລັດ ເພີ່ມ39%ຈາກໄລຍະດຽວກັນຂອງປີຜ່ານມາ.