ຈີນສົ່ງຊາງເອີ 6 ສຳຫຼວດດ້ານຫຼັງຂອງດວງຈັນ ເປັນຄັ້ງທຳອິດຂອງໂລກ

15

ເວລາ 17 ໂມງ 27 ນາທີຂອງວັນທີ 3 ພຶດສະພາ 2024, ຢູ່ສູນຍິງສົ່ງຍານອະວະກາດເວີນຊ່າງຈີນ, ເຄື່ອງສຳຫຼວດດວງຈັນ ຊາງເອີ 6 ໄດ້ຖືກຍິງສົ່ງຂຶ້ນສູ່ອະວະກາດຢ່າງສຳເລັດຜົນດ້ວຍຈະຫຼວດສົ່ງຍານສື່ສານທາງໄກເລກ 8 ຊາງເຈີ່ງ 5, ແລ້ວໄດ້ເຂົ້າສູ່ວົງໂຄຈອນລະຫວ່າງໜ່ວຍໂລກກັບດວງຈັນຕາມຄາດໄວ້, ຫຼັງຈາກນັ້ນ ຈະເລີ່ມດຳເນີນການສຳຫຼວດດ້ານຫຼັງຂອງດວງຈັນເປັນຄັ້ງທຳອິດຂອງໂລກ.

ຄາດວ່າ, ເຄື່ອງສຳຫຼວດດວງຈັນຊາງເອີ 6 ຈະໃຊ້ເວລາປະມານ 53 ວັນເພື່ອປະຕິບັດພາລະກິດ. ຖ້າທຽບໃສ່ພາລະກິດຂອງເຄື່ອງສຳຫຼວດດວງຈັນຊາງເອີ 5 ທີ່ສຳຫຼວດດ້ານໜ້າຂອງດວງຈັນໃນປີ 2020ພາລະກິດເທື່ອນີ້ໃຊ້ເວລາດົນກວ່າ, ການປະດິດສ້າງໃນໂຄງການມີຫຼາຍກວ່າ, ມີຄວາມສ່ຽງສູງແລະມີຄວາມຫຍຸ້ງຍາກຫຼາຍ. ຕົວຢ່າງທີ່ລ້ຳຄ່າທີ່ເຄື່ອງສຳຫຼວດດວງຈັນຊາງເອີ 6 ຈະເກັບຈາກດວງຈັນໃນໄວໆນີ້ ອາດຈະເຮັດໃຫ້ການຄົ້ນຄວ້າຂອງມະນຸດທີ່ມີຕໍ່ຄວາມເປັນມາ ແລະ ວິວັດທະນາການຂອງດວງຈັນກ້າວລົງສູ່ລວງເລິກ.