ສະໂມສອນກ໊ອບ ອາວຸໂສລາວ ຊ່ວຍສ້າງ ສາລາພັກເຊົາພີ່ນ້ອງຄົນເຈັບ ຢູ່ໂຮງໝໍມະໂຫສົດ

119

ເພື່ອເປັນການບຸດຜ່ອນຄວາມແອອັດ ແລະ ອຳນວຍຄວາມສະດວກໃຫ້ແກ່ພີ່ນ້ອງຄົນເຈັບທີ່ມາເຝົ້າຄົນເຈັບຢູ່ໂຮງໝໍມະໂຫສົດ ໃຫ້ມີບ່ອນມາພັກເຊົາ,ບ່ອນນັ່ງຫຼີ້ນ ທີ່ກວ້າງຂວາງສາມາດຮອງຮັບຄົນໄດ້ເພີ່ມຂຶ້ນ.

ໃນວັນທີ 30 ທັນວາ 2019 ໄດ້ມີພິທີມອບ-ຮັບ ສາລາພັກເຊົາພີ່ນ້ອງຄົນເຈັບຂຶ້ນ ທີ່ໂຮງໝໍມະໂຫສົດ ໂດຍການມອບ-ຮັບລະຫວ່າງສະໂມສອນ ກ໊ອບ ອາວຸໂສລາວ ຕາງໜ້າໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາລັດຖະບານ, ອະດີດຮອງນາຍົກ ລັດຖະມົນຕີ, ປະທານຄະນະທີ່ປຶກສາ ສະໂມສອນກ໊ອບ ອາວຸໂສລາວ ແລະ ຕາງໜ້າຮັບໂດຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມມີທ່ານ ຄຳຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດໂຄລາວ, ປະທານສະໂມສອນກ໊ອບອາວຸໂສລາວ, ມີ ທ່ານໝໍ ພິສິດ ພຸດສະຫວັດ ຜູ້ອຳນວຍການໃຫຍ່ ໂຮງໝໍມະໂຫສົດ ພ້ອມດ້ວຍບັນດາແພດໝໍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເຊິ່ງສາລາດັ່ງກ່າວເປັນການລະດົມທຶນຈາກສະມາຊິກຂອງສະໂມສອນກ໊ອບອາວຸໂສລາວ ລວມມູນຄ່າການກໍ່ສ້າງ 40.663.000 ກີບ.