ເມືອງປາກແຊງ ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຄັ້ງທີ VI

154

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງປາກແຊງຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 30 ທັນວາ 2019 ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ທອງສິງ ໄຊຍະສຸກ ຮັກສາການເລຂາພັກເມືອງປາກແຊງ ໃຫ້ກຽດເຂົ້າຮ່ວມສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງພະບາງ, ມີຄະນະປະຈໍາພັກແຂວງ ພ້ອມດ້ວຍບັນດາສະມາຊິກພັກທີ່ເປັນຕົວແທນປະຊາຊົນທົ່ວເມືອງເຂົ້າຮ່ວມ.

ໃນພິທີ, ສະຫາຍ ທອງສິງ ໄຊຍະສຸກ ຮັກສາການເລຂາພັກເມືອງປາກແຊງ ໄດ້ກ່າວໄຂກອງປະຊຸມຂຶ້ນຢ່າງເປັນທາງການ ພ້ອມທັງຜ່ານບົດລາຍງານການເມືອງ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄລຍະຜ່ານມາ.

ກອງປະຊຸມຄັ້ງນີ້ຜູ້ແທນກອງປະຊຸມໄດ້ສຸມໃສ່ຄົ້ນຄ້ວາ, ພິຈາລະນາ ແລະ ປະກອບຄວາມຄິດເຫັນໃສ່ບັນດາຂົງເຂດວຽກງານໄລຍະຜ່ານມາ ແລະ ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ ຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິ VII ຂອງອົງຄະນະພັກແຂວງ ແລະ ມະຕິ V ຂອງອົງຄະນະພັກເມືອງປາກແຊງໄລຍະຜ່ານມາ.

ຈາກນັ້ນ, ກອງປະຊຸມຄັ້ງນີ້ກໍ່ຈະໄດ້ປ່ອນບັດຄັດເລືອກເອົາຄະນະບລິຫານງານພັກເມືອງຊຸດໃໝ່. ແລະ ນອກນີ້ກໍ່ຈະໄດ້ຮັບຟັງຄໍາເຫັນຊີ້ນໍາຈາກ ສະຫາຍ ຄຳຂັນ ຈັນທະວີສຸກ ເລຂາພັກແຂວງ ແລະ ຂະບວນຕ່າງໆເຂົ້າອວຍພອນ ເພື່ອສ້າງບັນຍາກາດໃຫ້ກອງປະຊຸມມີຄວາມຟົດຟື້ນບັນດາກ້ອນກໍາລັງຕ່າງໆ ເປັນຕົ້ນແມ່ນກ້ອນກຳລັງປະກອບອາວຸດ,ຊາວຫນຸ່ມເຍົາວະຊົນ ແລະ ກ້ອນກຳລັງກຸ່ມພັກພະນັກງານປະຊາຊົນບັນດາເຜົ່າ.

ທີ່ມາ: ຂ່າວສານຫລວງພະບາງ Luangprabang News