Monthly Archives: December, 2019

ອຸດົມໄຊ ໄດ້ຮັບງົວພໍ່ແມ່ພັນ 100 ໂຕ

ວັນທີ 28 ທັນວາ 2019 ນີ້ ຄະນະຮັບຜິດຊອບໂຄງການສົ່ງເສີມລ້ຽງສັດໃຫຍ່ຂອງແຂວງອຸດົມໄຊ ໄດ້ເດີນທາງໄປແຂວງບໍ່ແກ້ວ ເພື່ອຮັບເອົາງົວພໍ່ແມ່ພັນ ໃນຊຸດທີ 2 ຈໍານວນ 112 ໂຕ. ທ່ານ ບຸນຊູ ດວງພະສິດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ກ່າວອີກວ່າ: ງົວພໍ່ແມ່ພັນທີ່ແຂວງອຸດົມໄຊ ໄດ້ຮັບໃນຄັ້ງນີ້ແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກ ບໍລິສັດ ດອກງິ້ວຄຳ...

ສະເຫຼີມສະຫຼອງຕະຫຼາດອ່ານຈີ ຄົບຮອບ 10 ປີ

ຕະຫຼາດອ່ານຈີ ໄດ້ຈັດງານສະເຫຼີມສະຫຼອງຄົບຮອບ 10 ປີ ເພື່ອເປັນການຂອບໃຈລູກຄ້າ ແລະ ບັນດາຫົວໜ່ວຍທຸລະກິດທີ່ສະໜັບສະໜູນຕະຫຼອດມາ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 26 ທັນວາ 2019 ທີ່ຕະຫຼາດອ່ານຈີ ບ້ານໜອງໜ່ຽງ ໂດຍການເຂົ້າຮ່ວມຂອງ ທ່ານ ຖະໜອມ ທໍາທອງ ເຈົ້າເມືອງໄຊເສດຖາ, ທ່ານ ຢາງຈິ່ນ ( Yangjun ) ປະທານ...

ເປີດແລ້ວບຸນກິນຈຽງຊົນເຜົ່າມົ້ງສືບທອດຮີດຄອງ

ຄະນະຈັດງານບຸນກິນຈຽງເຜົ່າມົ້ງ ຈັດພິທີເປີດງານເທດສະການບຸນກິນຈຽງຊົນເຜົ່າມົ້ງ 2020 ເພື່ອເປັນການສືບສານວັດທະນະທຳຊົນເຜົ່າມົ້ງ ທີ່ໄດ້ສືບທອດກັນມາແຕ່ບູຮານທີ່ສະໜາມກີລາພື້ນເມືອງລາວສໍາພັນນາໆຊາດ ບ້ານຊຳເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 27 ທັນວາ ຫາ 5 ມັງກອນ 2020. ເປັນກຽດຮ່ວມເປີດງານໂດຍ ທ່ານ ນາງ ພູວຽງ ແກ້ວວົງວິຈິດ ເຈົ້າເມືອງສີໂຄດຕະບອງ, ທ່ານ ທອງວິໄລ ລິດທິເດດ ປະທານຈັດງານບຸນກິນຈຽງຊົນເຜົ່າມົ້ງ,...

ທ່ານນາຍົກຈະເຂົ້າຮ່ວມກອງປະຊຸມທະວິພາຄີລາວ-ຫວຽດນາມໃນອີກສອງວັນ

ອີງຕາມແຈ້ງການຂອງກະຊວງການຕ່າງປະເທດ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈະນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຳຄັນ ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມອີກສອງວັນຂ້າງໜ້ານີ້. ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ...

ສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງປາກລາຍ ຄັ້ງທີ VIII, ສະຫາຍ ສົມຈິດ ຈັນທະວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງ

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກເມືອງປາກລາຍ ແຂວງ ໄຊຍະບູລີ ໄດ້ສໍາເລັດລົງຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 30 ທັນວາ 2019 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນເຕັມ, ໂດຍການເປັນປະທານຂອງ ສະຫາຍ ສົມຈິດ ຈັນທະວົງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ ປາກລາຍ;  ເຂົ້າຮ່ວມເປັນກຽດມີ ສະຫາຍ...

ບຸດດາວ ຈັນທະລີ ຕົວແທນຈາກແຂວງອຸດົມໄຊ ຮອງອັນດັບ 4 ນາງສາວລາວ 2019

ບຸດດາວ ຈັນທະລີ ເຮັດຕາມຄວາມຝັນຕົວເອງ ແລະ ໄດ້ປະສົບຜົນສຳເລັດ ໂດຍໄດ້ເຂົ້າເປັນໜຶ່ງໃນຄະນະນາງສາວລາວ ໃນຕໍາແໜ່ງຮອງອັນດັບ 4 ນາງສາວລາວ 2019. ນາງ ບຸດດາວ ຈັນທະລີ ຫຼື ອາຄົວ ຮອງອັນດັບ 4 ນາງສາວລາວ 2019 ໃຫ້ສໍາພາດວ່າ: ນ້ອງໄດ້ຮຽນຮູ້ຂໍບົກພ່ອງໃນຕົນເອງ ແລະ ໄດ້ນຳມາພັດທະນາຕົນເອງໄປໃນທາງທີ່ດີຂຶ້ນ ເຮັດໃຫ້ມີຄວາມພ້ອມໃນການປະຕິບັດໜ້າທີ່ ແລະ...

ເທັກນິກລ້ຽງປາຄໍ່ງ່າຍໆ ໃຊ້ເວລາ 2 ເດືອນສາມາດຈັບຂາຍໄດ້

ປາຄໍ່ເປັນປານ້ຳຈືດ ມີຊື່ເອີ້ນທາງວິທະຍາສາດວ່າ Channa striatus ມັນມັກອາໄສຢູ່ຕາມຫ້ວຍຮ່ອງຄອງບືງ, ແມ່ນໍ້າລຳເຊຕ່າງໆ, ປາຊະນິດນີ້ຜູ້ຄົນນິຍົມເອົາມາປຸງແຕ່ງເປັນອາຫານປະເພດປີ້ງ, ແກງ, ອ່ອມ ອື່ນໆຢ່າງຫຼວງຫຼາຍ. ປັດຈຸບັນປາຄໍ່ຢູ່ຕາມແມ່ນ້ຳລຳເຊ ກໍ່ເລີ່ມມີໜ້ອຍລົງ ແລະ ບໍ່ສາມາດຕອບສະໝອງຄວາມຕ້ອງການຂອງຜູ້ບໍລິໂພກໄດ້ພຽງພໍ. ດັ່ງນັ້ນ, ປະຊາຊົນຈຶ່ງນຳເອົາປາດັ່ງກວ່າມາເພາະພັນເພື່ອລ້ຽງ ແລະ ຕອບສະໜອງຕາມທ້ອງຕະຫຼາດ ເພື່ອຕອບສະໜອງໃຫ້ຜູ້ບໍລິໂພກ. ຂັ້ນຕອນ ແລະ ວິທີລ້ຽງປາຄໍ່ໃຫ້ໄດ້ຜົນຜະລິດສູງ ແມ່ນໃຫ້ລ້ຽງໃນໜອງສະທີ່ເປັນດິນ ເພາະຈະເຮັດໃຫ້ປາຄໍ່ມີການເຕີບໃຫຍ່ໄວກວ່າລ້ຽງໃນອ່າງຊີເມັນ, ກ່ອນຈະນຳປາມາປ່ອຍໃນໜອງຕ້ອງຂຸດໜອງແລ້ວຕາກດິນປະມານ...

ສານອາຫານທີ່ຈຳເປັນສຳລັບແມ່ຖືພາ ເພື່ອສຸຂະພາບທີ່ດີຂອງລູກນ້ອຍ

ແມ່ຖືພາຈະມີຄວາມຕ້ອງການສານອາຫານ ແລະ ວິຕາມິນບາງປະເພດຫຼາຍ ກວ່າຄົນທົ່ວໄປ ເຊິ່ງສານອາຫານທີ່ຈຳເປັນຕໍ່ການຖືພາແມ່ນປະກອບດ້ວຍ: 1 ວິຕາມິນ ເອ: ຊ່ວຍໃນການຈະເລີນເຕີບໃຫຍ່ຂອງກະດູກ ແລະ ແຂ້ວ ເຊິ່ງໃນແມ່ທີ່ກຳລັງໃຫ້ລູກກິນນົມແມ່ນຕ້ອງມີວິຕາມິນ ເອ ເປັນສ່ວນປະກອບທີ່ສຳຄັນໃນການສ້າງນ້ຳນົມ. 2 ໂຟແລັກ: ຊ່ວຍພັດທະນາເຊລສະໝອງ ແລະ ລະບົບປະສາດຂອງລູກນ້ອຍໃຫ້ສົມບູນ ທີ່ສຳຄັນຄືຊ່ວຍປ້ອງກັນຄວາມຜິດປົກກະຕິຂອງສະໝອງ ແລະ ໄຂສັນຫຼັງ. 3 ທາດເຫຼັກ: ຊ່ວຍສ້າງ ເຊລເມັດເລືອດແດງ ແລະ...

ເຄື່ອງດື່ມທີ່ປະກອບດ້ວຍວິຕາມິ ຊີຊ່ວຍເພີ່ມຄວາມສົດຊື່ນ

ມື້ນີ້ມາເພີ່ມຄວາມສົດຊື່ນໃຫ້ກັບຮ່າງກາຍດ້ວຍເຄື່ອງດື່ມຈາກໝາກໄມ້ທີ່ມີວິຕາມິນ ຊີ ແລະ ຍັງຊ່ວຍຂັບລ້າງສານພິດໃນລໍາໄສ້ໄດ້ອີກດ້ວຍ. ສ່ວນປະສົມ: ແອັບເປິລຂຽວ 3 ໜ່ວຍ. ນ້ຳໝາກນາວ 2 ບ່ວງແກງ. ຂີງສັບ 1 ບ່ວງແກງ. ໝາກແຕງ 1/2 ໜ່ວຍ. ນ້ຳດື່ມ 1 ຈອກໃຫຍ່. ນ້ຳເຊື່ອມ ຫຼື ນ້ຳເຜິ້ງ 3 ບ່ວງແກງ. ນ້ຳກ້ອນຕາມໃຈ. ໃບຜັກຫອມມິ້ນສຳລັບແຕ່ງໜ້າ. ວິທີປຸງແຕ່ງ: ລ້າງໝາກໄມ້ທຸກຊະນິດໃຫ້ສະອາດຈຶ່ງມາປຸງແຕ່ງ ໂດຍປາດແອັບເປິລເປັນປ່ຽງພໍປະມານໃສ່ໂຖປັ່ນ ( ໂດຍເອົາແກ່ນອອກໃຫ້ໝົດ ). ຈາກນັ້ນ, ເອົາສ່ວນປະສົມທຸກຢ່າງລົງ...

ເຄົ້າດາວຕາກໜອກ! ແຕ່ລະພາກອາກາດຈະເຢັນລົງ 1-3 ອົງສາ

ທ້າຮັບລົມໜາວທ້າຍປີ, ສະພາບອາກາດໃນແຕ່ລະພາກຂອງປະເທດລາວ ຈະເຢັນລົງ 1-3 ອົງສາ ແລະ ຈະໜາວ ຫາໜາວຫຼາຍຢູ່ບັນດາແຂວງພາກເໜືອ, ແຂວງໄຊສົມບູນ ແລະ ພູພຽງບໍລິເວນ ຈະມີຝົນຕົກກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ວັນທີ 30 ທັນວາ 2019 ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດວ່າ: ໃນໄລຍະວັນທີ 30 ທັນວາ 2019...
- Advertisment -
Slide
Slide

Most Read

error: Content is protected !!