ເປີດແລ້ວບຸນກິນຈຽງຊົນເຜົ່າມົ້ງສືບທອດຮີດຄອງ

215

ຄະນະຈັດງານບຸນກິນຈຽງເຜົ່າມົ້ງ ຈັດພິທີເປີດງານເທດສະການບຸນກິນຈຽງຊົນເຜົ່າມົ້ງ 2020 ເພື່ອເປັນການສືບສານວັດທະນະທຳຊົນເຜົ່າມົ້ງ ທີ່ໄດ້ສືບທອດກັນມາແຕ່ບູຮານທີ່ສະໜາມກີລາພື້ນເມືອງລາວສໍາພັນນາໆຊາດ ບ້ານຊຳເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 27 ທັນວາ ຫາ 5 ມັງກອນ 2020.


ເປັນກຽດຮ່ວມເປີດງານໂດຍ ທ່ານ ນາງ ພູວຽງ ແກ້ວວົງວິຈິດ ເຈົ້າເມືອງສີໂຄດຕະບອງ, ທ່ານ ທອງວິໄລ ລິດທິເດດ ປະທານຈັດງານບຸນກິນຈຽງຊົນເຜົ່າມົ້ງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ທອງວິໄລ ລິດທິເດດ ໄດ້ໃຫ້ສໍາພາດວ່າ: ປີນີ້ເປັນປີທີ 4 ແລ້ວທີ່ເພິ່ນໄດ້ຈັດງານດັ່ງກ່າວຂຶ້ນມາສຳລັບບັນດາກິດຈະກຳທີ່ໜ້າສົນໃຈພາຍໃນງານ ເທດສະການບຸນກິນຈຽງເຜົ່າມົ້ງ 2020 ທີ່ບ້ານຊຳເກດ ກໍມີຫຼາກຫຼາຍກິດຈະກຳ ເປັນຕົ້ນແມ່ນການໂຍນໝາກຄອນ, ຟ້ອນສິລະປະຊົນເຜົ່າມົ້ງ, ຂັບລຳເຜົ່າມົ້ງ, ການແຂ່ງຂັນກີລາປະເພດຕ່າງໆ ເຊັ່ນ: ເຕະບານ, ຕີໝາກຂ່າງ, ຍິງໜ້າເກັກ, ງົວຊົນງົວ ແລະ ອື່ນໆ.


ງານບຸນກິນຈຽງເຜົ່າມົ້ງ ຫຼື ນໍ່ເປເຈົ່າ ແມ່ນເປັນງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ເປັນສັນຍະລັກແຫ່ງຄວາມສາມັກຄີ, ຄວາມຜູກພັນໃນວົງສາຄະນະຍາດຂອງຊົນເຜົ່າມົ້ງທີ່ຢູ່ຫ່າງໄກໄດ້ມາພົບປະສັງສັນ ແລະ ເພື່ອເຮັດພິທີກຳລະນຶກເຖິງບັນພະບຸລຸດຂອງວົງສາຄະນະຍາດຕົນ ເຊິ່ງເຈົ້າກົກ – ເຈົ້າເຫຼົ່າໄດ້ນຳພາຊາວເຜົ່າມົ້ງ ຈັດງານບຸນນໍ່ເປເຈົ່າ ທີ່ຍິ່ງໃຫຍ່ຂຶ້ນມາແຕ່ດົນນານ ແລະ ມີຄວາມໝາຍຄວາມສຳຄັນທີ່ສ່ອງແສງເຖິງຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຊົນເຜົ່າໃນລາວ ໂດຍສະເພາະແມ່ນຊົນເຜົ່າມົ້ງທີ່ມີເອກະລັກສະເພາະຂອງເຜົ່າ ເຊັ່ນ: ການໂຍນໝາກຄອນ, ເປົ່າແຄນ, ຂັບລຳ, ຍິງໜ້າເກັກ, ຕີໝາກຂ່າງ, ເປົ່າຂຸ່ຍ, ເປົ່າໃບໄມ້ ແລະ ອື່ນໆ.