ສືບຕໍ່ຈາກສະບັບກ່ອນໜ້ານີ້ ໄດ້ນໍາສະເໜີກ່ຽວກັບກິດຈະກໍາລະດັບແຂວງໃນປີທ່ອງທ່ຽວລາວ ຢູ່ບັນດາແຂວງພາກໃຕ້ ແລະ ພາກກາງມາແລ້ວ. ສະນັ້ນ, ໃນມື້ນີ້ຂໍແນະນໍາໃຫ້ທ່ານຜູ້ອ່ານໄດ້ຮູ້ຈັກກິດຈະກໍາສໍາຄັນລະດັບ ແຂວງ ຢູ່ບັນດາແຂວງພາກເໜືອຕື່ມອີກ ຈະໄດ້ເປັນທາງເລືອກໃນການໄປພັກຜ່ອນທ່ຽວຊົມຕາມຄວາມເໝາະສົມ ຫຼື ແນະນໍາບອກຕໍ່ໃຫ້ຄົນອື່ນໆຮູ້ນໍາ ໂດຍລວມມີເກືອບ 30 ກິດຈະກໍາ.
ເລີ່ມຈາກແຂວງໄຊສົມບູນ ຕາມດ້ວຍແຂວງຊຽງຂວາງ, ຫົວພັນ, ຫຼວງພະບາງ, ຫຼວງ ນໍ້າທາ, ອຸດົມໄຊ, ບໍ່ແກ້ວ ແລະ ແຂວງຜົ້ງສາລີ ດັ່ງນີ້:
■ໄຊສົມບູນ: ມີ 5 ກິດຈະກໍາສໍາຄັນ ເຊິ່ງຈະຈັດພາຍໃນເດືອນທັນວາທັງໝົດ ເວົ້າໄດ້ວ່າ ຫາກໃຜຈັດປະຕິທິນການທ່ອງທ່ຽວໃຫ້ກັບຕົນເອງໄປແຂວງໄຊສົມບູນໃນເດືອນທັນວາ 2024 ແມ່ນຈະໄດ້ກໍາໄລຊີວິດແບບເຕັມໆ.
1. ຂະບວນຄາຣາວານພູເບ້ຍ.
2. ແຂ່ງຂັນກີລາພື້ນເມືອງ ( ງົວຊົນງົວ, ຕີໝາກຂ່າງ ແລະ ຍິງໜ້າເກັກ ).
3. ປະກວດນາງສາວອາພອນເພດ ແລະ ປະກວດນັກຮ້ອງສຽງດີ.
4. ເທສະການອາຫານ
5. ວາງສະແດງຜະລິດຕະພັນການທ່ອງທ່ຽວລາວ.
■ ຊຽງຂວາງ: ມີ 5 ກິດຈະກໍາສໍາຄັນເຊັ່ນດຽວກັບແຂວງໄຊສົມບູນ ເຊິ່ງຈະມີຂຶ້ນໃນຫຼາຍໆເດືອນ ແຕ່ກໍຫຼາຍໃນເດືອນພະຈິກ ແລະ ທັນວາ.
1. ງານວາງສະແດງສິນຄ້າໂອດ໋ອບ ( ຈັດທຸກໆເດືອນ ).
2. ສົງການປີໃໝ່ລາວ ຈັດຂຶ້ນໃນເດືອນເມສາ.
3. ລະນຶກໂສກນາດຕະກໍາຖໍ້າປິວ ຈັດຂຶ້ນໃນເດືອນພະຈິກ.
4. ບຸນກິນຈຽງ ຈັດຂຶ້ນໃນເດືອນພະຈິກ – ທັນວາ.
5. ນະມັດສະການພະເຈົ້າອົງຫຼວງປາງປະທານພອນ ຈັດຂຶ້ນໃນເດືອນພະຈິກ – ທັນວາ
■ ຫົວພັນ: ກິດຈະກໍາລະດັບແຂວງເລີ່ມຈາກເດືອນເມສາ ແລະ ມີເປັນໄລຍະຮອດເດືອນທັນວາ.
1. ປະກວດນາງສັງຂານ ຈັດຂຶ້ນໃນເດືອນເມສາ.
2. ປະກວດນາງສາວຜ້າໄໝ, ບຸນສະເຫຼີມສະຫຼອງແກ້ວຫຼັກເມືອງ ແລະ ທ່ຽວຊົມຖໍ້າທ່ານຜູ້ນໍາ ຈັດຂຶ້ນໃນ ເດືອນພຶດສະພາ.
3. ບຸນຫໍ່ເຂົ້າສະຫຼາກ ຈັດຂຶ້ນໃນເດືອນກັນຍາ.
4. ບຸນຊ່ວງເຮືອ ຈັດຂຶ້ນໃນເດືອນຕຸລາ.
5. ບຸນກິນຈຽງ ຈັດຂຶ້ນໃນເດືອນທັນວາ.
6. ບຸນຊົນເຜົ່າ ຈັດຂຶ້ນໃນ ເດືອນທັນວາ.
■ ຫຼວງພະບາງ: ມີ 4 ກິດຈະກໍາດ້ວຍກັນ ຈັດຂຶ້ນໃນເດືອນມີນາ, ຕຸລາ ແລະ ພະຈິກ.
1. ງານປະກວດດົນຕີພື້ນເມືອງ ຈັດຂຶ້ນເດືອນມີນາ.
2. ບຸນຊ່ວງເຮືອຫຼວງພະບາງ ຈັດຂຶ້ນໃນເດືອນຕຸລາ.
3. ງານສັບປະດາວັດທະນະທໍາ – ທ່ອງທ່ຽວ ຈັດຂຶ້ນໃນ ເດືອນຕຸລາ.
4. ງານຫຼວງພະບາງງາມແທ້ໂອະ! ຈັດຂຶ້ນໃນເດືອນພະຈິກ.
■ ຫຼວງນໍ້າທາ: ມີ 2 ກິດຈະກໍາ ຈັດຂຶ້ນໃນເດືອນກຸມພາ ແລະ ຕຸລາ.
1. ບຸນເຜົ່າໄຕດໍາ ຈັດຂຶ້ນໃນເດືອນກຸມພາ
2. ບຸນຊ່ວງເຮືອ ຈັດຂຶ້ນໃນ ເດືອນຕຸລາ.
■ ອຸດົມໄຊ: ມີ 3 ກິດຈະກໍາ ເຊິ່ງມີທັງຄື ແລະ ແຕກຕ່າງຈາກແຂວງອື່ນ ດັ່ງລຸ່ມນີ້:
1. ບຸນປະເພນີບັນດາເຜົ່າ ຈັດຂຶ້ນໃນ ເດືອນມັງກອນ.
2. ຄາຣາວານລົດໃຫຍ່ ກາງເຕັ້ນທ່ຽວພູຫຍ້າຄາ ຈັດຂຶ້ນໃນເດືອນກຸມພາ.
3. ຂະບວນຍ່າງປ່າ 1 ວັນເພື່ອສຸຂະພາບ ເຂດປ່າສະຫງວນພູຫີຜີ ບ້ານກັດ ຈັດຂຶ້ນໃນເດືອນພະຈິກ.
■ ບໍ່ແກ້ວ: ມີ 1 ກິດຈະກໍາ ເຊິ່ງຈະມີຂຶ້ນໃນຕົ້ນປີ 2024 ທີ່ຈະມາເຖິງນີ້.
1. ບຸນປະເພນີຊົນເຜົ່າ ແລະ ງານຕະຫຼາດນັດວັດທະນະທຳ ຈັດຂຶ້ນໃນເດືອນມັງກອນ.
■ ຜົ້ງສາລີ: ມີ 1 ກິດຈະກໍາ ເຊັ່ນດຽວກັບແຂວງບໍ່ແກ້ວ ແຕ່ຈະມີຂຶ້ນໄລຍະທ້າຍປີ.
1. ເທສະການອາຫານຊົນເຜົ່າ ແລະ ດື່ມນ້ຳຊາ ຈັດຂຶ້ນໃນເດືອນພະຈິກ.