Monthly Archives: December, 2019

ແຕ່ງຕັ້ງ ທ່ານ ໄຊສົມບູນ ຂຶ້ນເປັນຮັກສາການຫົວໜ້າພະແນກ ຖວທ ແຂວງຄຳມ່ວນ

ພະແນກ ຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຄຳມ່ວນ ໄດ້ຈັດພິທີມອບ-ຮັບຕຳແໜ່ງໜ້າທີ່ ລະຫວ່າງ ຫົວໜ້າພະແນກ ຖວທ ແຂວງ ຜູ້ເກົ່າ ແລະ ຮັກສາການຫົວໜ້າພະແນກ ຖວທ ຜູ້ໃໝ່ ເນື່ອງຈາກຜູ້ເກົ່າໝົດອາຍຸກະສຽນເຂົ້າຮັບບຳນານ. ພິທີດັ່ງກ່າວໄດ້ຂຶ້ນໃນວັນທີ 30 ທັນວາ 2019 ຜ່ານມາ, ໂດຍການເຂົ້າຮ່ວມຂອງ ທ່ານ...

ລາວ – ຫວຽດນາມກຽມຍົກລະດັບ 2 ດ່ານເປັນດ່ານສາກົນ ໃນປີ 2020

ລາວ - ຫວຽດນາມ ກຽມການເປີດດ່ານ ແລະ ຍົກລະດັບດ່ານດາກຕະອ໊ອກ - ນາມຢາງ ຂຶ້ນເປັນດ່ານສາກົນໃນໄຕມາດທີ I ແລະ ດ່ານທ້ອງຖິ່ນປ່າຫ່າງ - ລອງເຊີບ ຂຶ້ນເປັນດ່ານສາກົນ ໃນປີ 2020. ກອງປະຊຸມສາມັນປະຈຳປີ ຄັ້ງທີ 29 ລະຫວ່າງຄະນະຜູ້ແທນຊາຍແດນ ລາວ - ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ...

ປີນີ້ກົມສົ່ງເສີມການຄ້າຈັດຝຶກອົບຮົມການພັດທະນາສິນຄ້າບໍ່ຕໍ່າກວ່າ 5 – 6 ຄັ້ງ

ເພື່ອຍົກລະດັບການພັດທະນາສິນຄ້າຂອງຜູ້ປະກອບການລາວ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ຈັດຝຶກອົບຮົມການພັດທະນາສິນຄ້າບໍ່ຕໍ່າກວ່າ 5 - 6 ຄັ້ງ ເຊິ່ງໄດ້ເຮັດໃຫ້ຍອດຂາຍສິນຄ້າເຂົາເຈົ້າໄດ້ເພີ່ມຂຶ້ນ. ທ່ານ ໄຊສົມເພັດ ນໍຣະສິງຫ໌ຫົວໜ້າກົມສົ່ງເສີມການຄ້າ ໃຫ້ສໍາພາດວ່າ: ການຍົກລະດັບການພັດທະນາຂອງຜູ້ປະກອບການປີ 2019 ພວກເຮົາໄດ້ມີການຈັດຝຶກອົບຮົມບໍ່ຕ່ຳກວ່າ 5 - 6 ຄັ້ງ...

ສານປະຊາຊົນສູງສຸດຫາລືວຽກງານ 3 ສ້າງ ຕິດພັນການຕັດສິນຄະດີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ 3 ສ້າງ ຕິດພັນກັບການຕັດສິນຄະດີ 3 ຂັ້ນ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ຂຶ້ນໃນວັນທີ 31 ທັນວາ 2019 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ, ທ່ານ ສີຫຸນ ສິດທິລືໄຊ...

ສະເທືອນໃຈ! ພາຍຸໝາກເຫັບຖະຫຼົ່ມ ເມືອງສິງ ມີຜູ້ເສຍຊີວິດ 1ຄົນ

ຈາກກ່ອນໜ້ານີ້ ຕອນເຊົ້າ ຂອງວັນທີ 29 ທັນວາ 2019 ໄພທໍາມະຊາດກໍ່ຄື ພາຍຸໝາກເຫັບໄດ້ພັດຖະຫຼົ່ມເຂົ້າລາວໂດຍບໍ່ທັນຕັ້ງໂຕ ໃນນັ້ນ ເຂດພາກເໜືອຂອງລາວ ໂດຍສະເພາະເມືອງສິງ ແຂວງຫຼວງນໍ້າທາ ເກີດມີລົມພາຍຸພັດແຮງ, ມີຝົນຕົກໜັກ ແລະ ໝາກເຫັບຕົກຢ່າງໜັກ ກະທົບໃສ່ເຮືອນຊານບ້ານຊ່ອງ, ເນື້ອທີ່ທໍາການຜະລິດ, ຜົນລະປູກຂອງປະຊາຊົນ ເສຍຫາຍຫຼາຍສົມຄວນ  ແລະ ເຮັດໃຫ້ມີຄົນເສຍຊີວິດນໍາອີກ. ຫຼ້າສຸດ, ວັນທີ 31...

ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ກັບ 10 ນັກກີລາລາວ ທີ່ສ້າງຜົນງານໂດດເດັ່ນ ປະຈໍາປີ 2019

ອີກບໍ່ເທົ່າໃດຊົ່ວໂມງປີເກົ່າ ຄສ 2019 ກໍຈະຜ່ານໄປ ໄຂອ້າສູ່ປີໃຫມ່ ຄສ 2020. ໃນ 1 ປີວົງການກີລາລາວມີຫຼາຍຄົນທີ່ສ້າງຜົນງານໄດ້ຢ່າງພົ້ນເດັ່ນ ເຊິ່ງມື້ນີ້ທີມຂ່າວກີລາ ໜັງສືພິມເສດຖະກິດ ການຄ້າ ໄດ້ສັງລວມ 10 ຄົນ ທີ່ສ້າງຜົນງານໂດດເດັ່ນດັ່ງນີ້: 1.ສຸກັນ ໄຕປັນຍາວົງ ນັກກີລາຄິກບ໊ອກຊິ້ງ ສ້າງຊື່ສຽງໃຫ້ກັບຕົນເອງ ແລະ ປະເທດຊາດ ຫຼັງຈາກທີ່ຄວ້າຫຼຽນຄໍາພຽງ 1 ດຽວ...

ລາຄາຄໍາປັບຂຶ້ນ 1,5 ແສນກີບ

ທິດທາງຂອງລາຄາຄໍາປີນີ້ ອາດຈະຈອດຢູ່ທີ່ 6.899.000 ກີບຕໍ່ບາດ ໂດຍຫຼ້າສຸດ ປະກາດຂາຍໃນລາຄາ 6.899.000 ກີບຕໍ່ບາດ ( 28 ທັນວາ 2019 ) ຖ້າທຽບໃສ່ຮອບອາທິດ ເຫັນວ່າປັບຂຶ້ນ 150.000 ກີບຕໍ່ບາດ ແລະ 200.000 ກີບ ຖ້າທຽບໃສ່ໄລຍະ 1 ເດືອນ. ລາຄາຄໍາເປີດຕະຫຼາດບໍ່ປ່ຽນແປງ ຖ້າທຽບໃສ່ຕົ້ນອາທິດຜ່ານມາຄືໃນວັນທີ...

ຊົມເຊີຍ! ກຸ່ມບໍລິສັດດອກງິ້ວຄໍາ ມອບງົວໃຫ້ອຸດົມໄຊ 200 ກວ່າໂຕ

ບໍລິສັດ ກະສິກຳ ເປັນຕົວແທນເຂດເສດຖະກິດພິເສດ ຮ່ວມກັບ ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ ນຳເອົາງົວຈຳນວນ 205 ຕົວ ມູນຄ່າ 2ຕື້ກ່ວາກີບ ມອບໃຫ້ແຂວງອຸດົມໄຊ ຕາມຮູບແບບ ບໍລິສັດ+ຄອບຄົວຊາວກະສິກອນ ຫວັງຫຼຸດຜ່ອນຄວາມທຸກຍາກແກ່ປະຊາຊົນພາຍໃນແຂວງ. ພິທີມອບ-ຮັບງົວຈໍານວນດັ່ງກ່າວ ຈັດຂຶ້ນໃນໃນກາງເດືອນ ທັນວາ 2019, ໂດຍການເປັນປະທານຂອງທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງ ແຂວງອຸດົມໄຊ,...

ຂ່າວດີ! ປີໜ້າ ສສ ຫວຽດນາມ ຈະອະນຸຍາດນໍາເຂົ້ານໍ້າຕານໂດຍບໍ່ຈໍາກັດຈໍານວນ ຈາກປະເທດສະມາຊິກອາຊຽນ

ນັບວ່າເປັນສັນຍານທີ່ດີດ້ານຕະຫຼາດຮອງຮັບໃຫ້ແກ່ຜູ້ປະກອບການ ຫຼື ຜູ້ຜະລິດນໍ້າຕານເພື່ອສົ່ງອອກຂອງລາວເຮົາ ແລະ ບັນດາປະເທດສະມາຊິກອາຊຽນ, ເນື່ອງຈາກ ປີ 2020 ນີ້ ສສ ຫວຽດນາມ ຈະຍົກເລີກການຄຸ້ມຄອງການນໍາເຂົ້ານໍ້າຕານ ຈາກບັນດາປະເທດສະມາຊິກອາຊຽນ ໂດຍການຍົກເລີກໂຄຕ້າການນໍາເຂົ້າ ໃຫ້ສາມາດນໍາເຂົ້ານໍ້າຕານເຂົ້າໄປ ສສ ຫວຽດນາມ ໄດ້ໂດຍບໍ່ຈໍາກັດຈໍານວນ ພາບປະກອບຂ່າວ ນໍ້າຕານ ເປັນສິນຄ້າຊະນິດໜຶ່ງ ທີ່ ລັດຖະບານ ສສ ຫວຽດນາມ ຄຸ້ມຄອງໃນການນໍາເຂົ້າ...

ສຟລ ສະຫຼຸບຜົນງານ 1 ປີ ພ້ອມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່

ວັນທີ 27 ທັນວາ 2019 ຄະນະສະມາຄົມເຟີນີເຈີລາວ ( ສຟລ ) ນຳພາໂດຍ ທ່ານ ກອງມາລາ ພົມມະໄລ ຮອງປະທານສະມາຄົມເຟີນີເຈີລາວ ໄດ້ນຳກະຕ່າດອກໄມ້ ແລະ ຂອງຂວັນເຂົ້າອວຍພອນ ທ່ານ ຄຳໄພ ສົມຊະນະ ປະທານສະມາຄົມເຟີນີເຈີລາວ ເນື່ອງໂອກາດວັນສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ສາກົນ...
- Advertisment -
Slide
Slide

Most Read

error: Content is protected !!