ເຄົ້າດາວຕາກໜອກ! ແຕ່ລະພາກອາກາດຈະເຢັນລົງ 1-3 ອົງສາ

274

ທ້າຮັບລົມໜາວທ້າຍປີ, ສະພາບອາກາດໃນແຕ່ລະພາກຂອງປະເທດລາວ ຈະເຢັນລົງ 1-3 ອົງສາ ແລະ ຈະໜາວ ຫາໜາວຫຼາຍຢູ່ບັນດາແຂວງພາກເໜືອ, ແຂວງໄຊສົມບູນ ແລະ ພູພຽງບໍລິເວນ ຈະມີຝົນຕົກກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ວັນທີ 30 ທັນວາ 2019 ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດວ່າ: ໃນໄລຍະວັນທີ 30 ທັນວາ 2019 ຫາ 02 ມັງກອນ 2020, ມວນອາກາດເຢັນຈາກປະເທດຈີນ ຈະເພີ່ມກຳລັງແຮງຂຶ້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງຫາແຮງ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ 1-3 ອົງສາ. ອາກາດຈະໜາວ ຫາໜາວເຢັນຫຼາຍ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະເຂດພູພຽງບໍລິເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ.

ຈາກນັ້ນ, ໃນໄລຍະວັນທີ 3 ຫາ 5 ມັງກອນ 2020 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນຫາ ປານກາງ. ພ້ອມດຽວກັນລົມຕາເວັນອອກ-ຕາເວັນອອກສ່ຽງເໜືອຈະພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດໂດຍທົ່ວໄປຍັງຈະເຢັນ ແລະ ຈະມີຝົນຕົກກະຈາຍໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

*

ດັ່ງນັ້ນ, ຈຶ່ງແຈ້ງເຕືອນໃຫ້ປະຊາຊົນ ແລະ ອຳນາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິໃນການສັນຈອນ ໂດຍສະເພາະເຂດແຂວງພາກເໜືອ ຈະມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ໃຫ້ຮັກສາສຸຂະພາບໂດຍສະເພາະຜູ້ເຖົ້າ ແລະ ເດັກນ້ອຍ ໃຫ້ນຸ່ງຫົ່ມເພື່ອໃຫ້ຮ່າງກາຍອົບຢູ່ສະເໝີ ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງຕໍ່ເນື່ອງ.

*