ບຸດດາວ ຈັນທະລີ ຕົວແທນຈາກແຂວງອຸດົມໄຊ ຮອງອັນດັບ 4 ນາງສາວລາວ 2019

134

ບຸດດາວ ຈັນທະລີ ເຮັດຕາມຄວາມຝັນຕົວເອງ ແລະ ໄດ້ປະສົບຜົນສຳເລັດ ໂດຍໄດ້ເຂົ້າເປັນໜຶ່ງໃນຄະນະນາງສາວລາວ ໃນຕໍາແໜ່ງຮອງອັນດັບ 4 ນາງສາວລາວ 2019.

ນາງ ບຸດດາວ ຈັນທະລີ ຫຼື ອາຄົວ ຮອງອັນດັບ 4 ນາງສາວລາວ 2019 ໃຫ້ສໍາພາດວ່າ: ນ້ອງໄດ້ຮຽນຮູ້ຂໍບົກພ່ອງໃນຕົນເອງ ແລະ ໄດ້ນຳມາພັດທະນາຕົນເອງໄປໃນທາງທີ່ດີຂຶ້ນ ເຮັດໃຫ້ມີຄວາມພ້ອມໃນການປະຕິບັດໜ້າທີ່ ແລະ ພາລະກິດຕ່າງໆ ໂດຍສະເພາະເປັນທູດວັດທະນະທຳໃນການເຜີຍແຜ່ວັດທະນະທຳຂອງລາວ, ເປັນແບບຢ່າງໃຫ້ແກ່ເຍົາວະຊົນ ແລະ ຊາວໜຸ່ມ.

ສຳລັບການສານຕໍ່ຄວາມຮູ້ໃນເວທີໃຫ້ກັບຮຸ່ນນ້ອງແມ່ນສານຕໍ່ດ້ານບຸກຄະລິກກະພາບ ແລະ ແບ່ງປັນປະສົບການທີ່ຜ່ານມາຈາກການເກັບຕົວ ພ້ອມທັງມິດຕະພາບທີ່ໄດ້ຮັບຈາກໝູ່ເພື່ອນ, ການວາງຕົວ ແລະ ຮູ້ເຖິງການເປັນແມ່ຍິງລາວທີ່ແທ້ຈິງ ເພາະເວທີນາງສາວລາວໄດ້ເຮັດໃຫ້ນ້ອງມີປະສົບການ ແລະ ການຮຽນຮູ້ທີ່ຫຼາກຫຼາຍ. ປັດຈຸບັນນ້ອງເອງກໍບໍ່ຢຸດທີ່ຈະພັດທະນາຕົນເອງ, ແລກປ່ຽນຄວາມຄິດກັບຮຸ່ນເອື້ອຍ ພ້ອມກັບຖ່າຍທອດຄວາມຮູ້ທີ່ໄດ້ຮັບໃຫ້ຮຸ່ນນ້ອງທີ່ຢາກເຂົ້າມາປະກວດນາງສາວລາວປີຕໍ່ໄປ.

ໃນນາມນ້ອງເອງໄດ້ເປັນທູດວັດທະນະທຳ ກໍຈະນຳເອົາຄວາມຮູ້ທີ່ທາງກອງປະກວດມອບໃຫ້ໄປເຜີຍແຜ່ຕໍ່ໃຫ້ກັບປະຊາຊົນລາວ ໂດຍສະເພາະຊາວໜຸ່ມ ແລະ ຮຸ່ນນ້ອງໄດ້ຮູ້ຈັກວັດທະນະທຳຮີດຄອງປະເພນີຂອງລາວເຮົາ ເຊິ່ງເລີ່ມຈາກຕົວນ້ອງເອງທີ່ຢາກອະນຸຮັກໃຫ້ແມ່ຍິງລາວໄດ້ນຸ່ງສິ້ນຫຼາຍຂຶ້ນ ເພາະສິ້ນເປັນມໍລະດົກຕົກທອດຂອງແມ່ຍິງລາວເຮົາ.

ສາມາດຕິດຕາມຂໍ້ມູນ – ຂ່າວສານພວກນ້ອງຄະນະນາງສາວລາວ ໄດ້ທີ່ Page: Miss laos ນາງສາວລາວ ແລະ Facebook ສ່ວນຕົວ: Svnv Akhua.

ຂ່າວ: ນຸ້ມນິ້ມ ;ຮູບ: Svnv Akhua