ເຄື່ອງດື່ມທີ່ປະກອບດ້ວຍວິຕາມິ ຊີຊ່ວຍເພີ່ມຄວາມສົດຊື່ນ

126

ມື້ນີ້ມາເພີ່ມຄວາມສົດຊື່ນໃຫ້ກັບຮ່າງກາຍດ້ວຍເຄື່ອງດື່ມຈາກໝາກໄມ້ທີ່ມີວິຕາມິນ ຊີ ແລະ ຍັງຊ່ວຍຂັບລ້າງສານພິດໃນລໍາໄສ້ໄດ້ອີກດ້ວຍ.

ສ່ວນປະສົມ:

ແອັບເປິລຂຽວ 3 ໜ່ວຍ.

ນ້ຳໝາກນາວ 2 ບ່ວງແກງ.

ຂີງສັບ 1 ບ່ວງແກງ.

ໝາກແຕງ 1/2 ໜ່ວຍ.

ນ້ຳດື່ມ 1 ຈອກໃຫຍ່.

ນ້ຳເຊື່ອມ ຫຼື ນ້ຳເຜິ້ງ 3 ບ່ວງແກງ.

ນ້ຳກ້ອນຕາມໃຈ.

ໃບຜັກຫອມມິ້ນສຳລັບແຕ່ງໜ້າ.

ວິທີປຸງແຕ່ງ:

ລ້າງໝາກໄມ້ທຸກຊະນິດໃຫ້ສະອາດຈຶ່ງມາປຸງແຕ່ງ ໂດຍປາດແອັບເປິລເປັນປ່ຽງພໍປະມານໃສ່ໂຖປັ່ນ ( ໂດຍເອົາແກ່ນອອກໃຫ້ໝົດ ). ຈາກນັ້ນ, ເອົາສ່ວນປະສົມທຸກຢ່າງລົງ ( ຍົກເວັ້ນນ້ຳກ້ອນ ແລະ ໃບມິ້ນ ) ແລ້ວປັ່ນທຸກຢ່າງຈົນເປັນເນື້ອດຽວກັນ ແລະ ຖອກໃສ່ຈອກທີ່ມີນ້ຳກ້ອນແຕ່ງໜ້າດ້ວຍໃບມິ້ນ ( ຖ້າບໍ່ມັກນ້ຳກ້ອນກໍໃສ່ແຕ່ນໍ້າດື່ມເລີຍກໍໄດ້).

ຂໍ້ມູນຈາກ: greenblender.com; ຮຽບຮຽງ: ນຸ້ມນິ້ມ